ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56

ລັດຖະມົນຕີເສດຖະກິດອາຊຽນ ຫາລືແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ

ລັດຖະມົນຕີເສດຖະກິດອາຊຽນ ຫາລືແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ
ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 17 ກັນຍາ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ແຫ່ງ ສປປ ລາວ,

 ມີທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາລັດຖະມົນຕີເສດຖະກິດອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕີມໍແລັດສະເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືລົງເລິກ ໃນຫຼາຍປະເດັນ, ເພື່ອແນໃສ່ເຮັດໃຫ້ພາກພື້ນອາຊຽນ ກາຍເປັນພາກພື້ນທີ່ດຶງດູດການລົງທຶນຂອງຕ່າງປະເທດ ແລະ ພ້ອມທີ່ຈະຮັບມືກັບສະພາບການຜັນແປ ໃນປັດຈຸບັນ, ພ້ອມທັງຈະໄດ້ລົງເລິກປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກບຸລິມະສິດ ສໍາລັບປີ 2024, ຄວາມຄືບໜ້າຂອງການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດຮອດປີ 2045, ແຜນການພັດທະນາແບບຍືນຍົງຂອງອາຊຽນ ແລະ ການຮ່ວມມືດ້ານເສດຖະກິດກັບພາຍນອກ ຊຶ່ງກອງປະຊຸມໃນຄັ້ງນີ້ ຈັດຂຶ້ນໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມຂັດແຍ່ງທາງດ້ານພູມສາດການເມືອງ ໃນພາກພື້ນ ແລະ ສາກົນ ຊຶ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາມາດຕະການທີ່ເໝາະສົມ ໃນການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ”.
ທ່ານ ມະໄລທອງ ກົມມະສິດ ກ່າວຕື່ມອີກວ່າ: ບັນດາເຫດການທີ່ກ່າວມານັ້ນ ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ຕໍ່ກັບພາກພື້ນອາຊຽນຂອງພວກເຮົາ ຊຶ່ງສະແດງອອກໂຕເລກການຂະຫຍາຍຕົວທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍແມ່ນ 4,1% ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4,6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0,3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫຼຸດລົງ 1,2% ຈາກ 3.846 ຕື້ໂດລາ ໃນ ປີ 2022 ມາເປັນ 3.525 ຕື້ໂດລາ ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນມາເປັນ 3.617 ຕື້ໂດລາ ໃນປີ 2024.
ຂ່າວ: ຍຸພິນທອງ-ພາບ: ແສງຈັນ

ຄໍາເຫັນ

ຂ່າວການຮ່ວມມື

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ສະແດງກາຍຍະສິນຣັດເຊຍ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ ຈັດງານສະແດງກາຍຍະສິນຣັດເຊຍຂຶ້ນໃນວັນທີ 26 ພະຈິກຜ່ານມາ ທີ່ໂຮງກາຍຍະສິນແຫ່ງຊາດ, ໂດຍການເຂົ້າຮ່່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ວທ, ທ່ານ ເຊຣເກວຣາດີເມບໂຣວິດຊົດສະກີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍປະຈໍາ ສປປ ລາວ, ທ່ານ ອາເລັກ ຊານເດີຣັດກອບ ຫົວໜ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ທູດຕານຸທູດ, ປະຈໍາ ສປປ ລາວ ເຂົ້າຮ່ວມ.
ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ກິດຈະກຳອ່ານປຶ້ມຄັງປັນຍາຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຮ່ວມກັບຄະນະໂຄສະນາພັກແຂວງຢຸນນານ ຈັດຕັ້ງປະຕິບັດໂດຍກົມສື່ມວນຊົນໜຸ່ມລາວ ສຊປລ ແລະ ສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແຂວງຢຸນນານ ໄດ້ຈັດກິດຈະກຳອ່ານປຶ້ມຄັງປັນຍາຫົວຂໍ້: “ຈຸດໝາຍຕໍ່ໄປຂອງທາງລົດໄຟລາວ-ຈີນ” ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 5 ປີແຫ່ງການເປີດນຳໃຊ້ທາງລົດໄຟລາວ-ຈີນຂຶ້ນໃນວັນທີ 27 ພະຈິກນີ້ ທີ່ ສຊປລ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານສົມມາດ ພົນເສນາ ອະດີດຮອງປະທານສະພາແຫ່ງຊາດ ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານນາງ ເຂັມມະນີ ພົນເສນາ ປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານ ໄຊຫົງປຽວ (Chai Hongbiao) ຮອງບັນນາທິການໃຫຍ່ກຸ່ມບໍລິສັດໜັງສືພິມລາຍວັນຢຸນນານ, ມີບັນດາຜູ້ຕາງໜ້າສະຖານທູດຈີນປະຈໍາລາວ, ຄະນະຜູ້ແທນການນຳແຂວງຢຸນນານ, ຜູ້ຕາງໜ້າອົງການ, ສະມາຄົມ ແລະ ພາກສ່ວນຮ່ວມມືລາວ-ຈີນ, ຄູ-ອາຈານ, ນັກສຶກສາແລະຊາວໜຸ່ມ, ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ຄະນະຜູ້ແທນ ມະຫາວິທະຍາໄລຈາກ ສປຈີນແລກປ່ຽນການຮ່ວມມືຢູ່ແຂວງຫຼວງພະບາງ

ວັນທີ 25 ພະຈິກຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ຫຼວງພະບາງ, ຄະນະຜູ້ແທນຈາກ ມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ແຂວງເສສວນ ສປ ຈີນ ນຳໂດຍທ່ານ ຊູ ຊາວຈົງ ຮອງເລຂາຄະນະພັກມະຫາວິທະຍາໄລ ສິລະປະສາດ ແລະວິທະຍາສາດເສສວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຮ່ວມກັບ ຄະນະພະແນກ ສກຂ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສກຂ ພ້ອມດ້ວຍຄະນະນຳ ແລະພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ກົງສຸນໃຫຍ່ຫວຽດນາມ ອວຍພອນ ເລຂາພັກແຂວງແຂວງຄໍາມ່ວນ ໂອກາດວັນຊາດຄົບຮອບ 51 ປີ

ສະຫາຍ ຫງວຽນ ວັນຢຸງ ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ແຂວງ​ຄຳ​ມ່ວນ, ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ຄົບຮອບ 51 ປີ (2 ທັນວາ 1975–2 ທັນວາ 2026), ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສະມາຄົມນັກທຸລະກິດຫວຽດນາມເຂົ້າຮ່ວມນຳ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຣາຊະອານາຈັກກໍາປູເຈຍ

ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ຮຸນກຣອງ ພະນອງ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນວັນທີ 27 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ຫໍສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງສະຫາຍ ນາງ ເທຍ ນິງ ກຳມະການສູນກາງພັກກອມມູນິດຈີນ ຮອງປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 25-26 ພະຈິກ 2026.
UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

UNFPA ຮຽກຮ້ອງໃຫ້ມີແຜນດຳເນີນງານ ແລະ ຈັດຕັ້ງປະຕິບັດໂດຍດ່ວນ ເພື່ອປົກປ້ອງອະນາຄົດຂອງໄວໜຸ່ມ

ບົດລາຍງານສະຖານະພາບປະຊາກອນໂລກປີ 2026 ຂອງອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ໄດ້ເຜີຍແຜ່ຢ່າງເປັນທາງການຢູ່ລັດຖະສະພານະຄອນຫຼວງແຄນເບີຣາ ປະເທດອົສຕຣາລີ ເມື່ອບໍ່ດົນມານີ້ ຊຶ່ງໄດ້ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເຂົ້າໃນການສ້າງວຽກ ເຮັດງານທຳທີ່ດີ, ປົກປ້ອງສິດທິຂອງໄວໜຸ່ມ ແລະ ເປີດໂອກາດໃຫ້ເຂົາເຈົ້າສາມາດປະກອບສ່ວນເຂົ້າ ໃນຂະບວນການຕັດສິນໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ເຂົາເຈົ້າຫຼາຍຂຶ້ນ.
ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນສ້າງແບບຢ່າງໃໝ່ໃຫ້ແກ່ການຮ່ວມມືຂອງໂລກ

ໃນໂລກປັດຈຸບັນ, ການປ່ຽນແປງຄັ້ງໃຫຍ່ທີ່ບໍ່ເຄີຍມີມາໃນຮອບຮ້ອຍປີກຳລັງດຳເນີນໄປຢ່າງໄວວາ, ປັດໄຈທີ່ບໍ່ແນ່ນອນ, ບໍ່ໝັ້ນຄົງ ແລະ ຄາດຄະເນໄດ້ຍາກ ສືບຕໍ່ເພີ່ມຂຶ້ນ. ການຮ່ວມມືສອງຝ່າຍຈຳນວນບໍ່ໜ້ອຍ ຈຶ່ງມັກສັ່ນຄອນໄປຕາມຄວາມຜັນຜວນຂອງສະພາບແວດລ້ອມພາຍນອກ. ການຄົ້ນຫາແນວທາງສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການ, ກໍໄດ້ສະເໜີແບບຢ່າງໃໝ່ແຫ່ງການພົວພັນລະຫວ່າງປະເທດ: ມິດຕະພາບລະຫວ່າງປະເທດທີ່ໜັກແໜ້ນຢ່າງແທ້ຈິງ, ບໍ່ໄດ້ອີງໃສ່ການຜູກມັດກັບຜົນປະໂຫຍດໄລຍະສັ້ນ ແລະ ບໍ່ບັງຄັບໃຫ້ເສັ້ນທາງການພັດທະນາຕ້ອງຄືກັນ. ແກ່ນສານສຳຄັນແມ່ນການຢຶດໝັ້ນໃນການເຄົາລົບອະທິປະໄຕຊຶ່ງກັນ ແລະ ກັນ, ເຄົາລົບການເລືອກເສັ້ນທາງການພັດທະນາດ້ວຍຕົນເອງ, ຢຶດໝັ້ນໃນການປຶກສາຫາລືຢ່າງສະເໝີພາບ ແລະ ການຢູ່ຮ່ວມກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ແບບຢ່າງນີ້, ມີຄວາມສອດຄ່ອງຢ່າງເລິກເຊິ່ງກັບ “ສີ່ຂໍ້ລິເລີ່ມໃຫຍ່” ທີ່ຝ່າຍຈີນສະເໜີ ແລະ ຍັງໄດ້ຮັບການຕອບຮັບ ແລະ ສະໜັບສະໜູນຢ່າງຕັ້ງໜ້າຈາກພັກ ແລະ ລັດຖະບານລາວ.
ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ລັດຖະບານລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ທູດກຳປູເຈຍ ປະຈຳ ສປປ ລາວ

ໃນວັນທີ 25 ພະຈິກຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຮຸນກລອງ ພະນອງ (HULKRANG Phanang) ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈຳ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ຫາລື ເລັ່ງຊຸກຍູ້ໂຄງການເສັ້ນທາງມິດຕະພາບລາວ-ຫວຽດນາມ

ກອງປະຊຸມປຶກສາຫາລື, ເຜີຍແຜ່ຂໍ້ຕົກລົງ ແລະ ມອບໝາຍໜ້າທີ່ ຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ປກຊ-ປກສ ລຽບຕາມຊາຍແດນລາວ-ຫວຽດນາມ ຫຼື ເສັ້ນທາງມິດຕະພາບລາວ-ຫວຽດ ນາມ ຈັດຂຶ້ນເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ