ລັດຖະມົນຕີຕ່າງປະເທດບັງກລາເທດ ດຳຕຳແໜ່ງປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ກັນຍາ ຜ່ານມາວ່າ: ສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 80 ໄດ້ປິດລົງໃນວັນທີ 8 ກັນຍາ ຜ່ານມາ, ທ່ານນາງ ອານນາເລນາ ບາເອີບ໋ອກ ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 80 ໄດ້ກ່າວຄຳປາໄສ, ທ່ານ ຄາລີເລີ ຣາມານ ລັດຖະມົນຕີກະຊວງການຕ່າງປະເທດບັງກລາເທດໄດ້ສາບານຕົວຂຶ້ນດຳລົງຕຳແໜ່ງປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝຕໍ່ໄປ ແລະ ຮັບຄ້ອນຫາລືວຽກງານສະມັດຊາໃຫຍ່ຈາກທ່ານນາງ ອານນາເລນາ ບາເອີບ໋ອກ.
ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມໃຫຍ່, ທ່ານ ຄາລີເລີ ຣາມານ ກ່າວວ່າ: ລັດທິຫຼາຍຝ່າຍພວມປະເຊີນໜ້າກັບສິ່ງທ້າທາຍແບບບໍ່ເຄີຍມີມາກ່ອນ. ໃນຂະນະດຽວກັນ, ໂລກກໍປະເຊີນໜ້າກັບໂອກາດທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະໃນຂົງເຂດເຕັກໂນໂລຊີໃໝ່. ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ມີໜ້າທີ່ຮັບຜິດຊອບສຳຄັນ, ທ່ານຈະປະເຊີນໜ້າກັບສິ່ງທ້າທາຍໂດຍກົງ ແລະ ກຳໂອກາດ, ສຸມໃສ່ການຮ່ວມມື ແລະ ສົນທະນາກັນ, ພະຍາຍາມສຸດຂີດເພື່ອສະແຫວງຫາຄວາມຮັບຮູ້ທີ່ເປັນເອກະພາບກັນ.
ຄໍາເຫັນ