ຮ່າງກົດໝາຍດັ່ງກ່າວກວມເອົາການບໍລິການສື່ສັງຄົມອອນລາຍເຊັ່ນ: Instagram, TikTok, Facebook, ແລະ Snapchat, ລວມທັງການບໍລິການອື່ນໆທີ່ເປີດໃຫ້ຜູ້ໃຊ້ໂຕ້ຕອບກັນ ແລະ ແບ່ງປັນເນື້ອໃນສູ່ສາທາລະນະ ຫຼື ເຂົ້າຮ່ວມໃນຊຸມຊົນຜູ້ໃຊ້. ຢ່າງໃດກໍຕາມ, ສາລານຸກົມອອນລາຍເຊັ່ນ: Wikipedia ແລະ ບ່ອນເກັບມ້ຽນຂໍ້ມູນດ້ານການສຶກສາ ແລະ ວິທະຍາສາດ ຈະບໍ່ໄດ້ຮັບຜົນກະທົບຈາກກົດໝາຍສະບັບນີ້.
ທ່ານ ແອມມານູຍແອນ ມາຄຣົງ ປະທານາທິບໍດີຝຣັ່ງ ກ່າວວ່າ: ນັບແຕ່ສົກຮຽນໃໝ່ເປັນຕົ້ນໄປ, ເດັກນ້ອຍອາຍຸຕ່ຳກວ່າ 15 ປີຈະຖືກຫ້າມບໍ່ໃຫ້ໃຊ້ສື່ສັງຄົມ. ປັດຈຸບັນ, ສະພາລັດຖະທຳມະນູນຈະພິຈາລະນາ ແລະ ຫຼັງຈາກນັ້ນຈຶ່ງຈະສາມາດບັງຄັບໃຊ້ໄດ້, ເພື່ອປົກປ້ອງຄວາມປອດໄພຂອງເດັກນ້ອຍທາງອອນລາຍ.
ການສຶກສາຈາກອົງການສາທາລະນະສຸກຝຣັ່ງໃນປີ 2025 ຊີ້ໃຫ້ເຫັນວ່າ: ເດັກນ້ອຍອາຍຸ 3-5 ປີໃຊ້ເວລາຢູ່ກັບໜ້າຈໍສະເລ່ຍ 1 ຊົ່ວໂມງ 22 ນາທີຕໍ່ມື້ໃນປີ 2022, ໃນຂະນະທີ່ເດັກນ້ອຍອາຍຸ 6-8 ປີໃຊ້ເວລາສະເລ່ຍ 1 ຊົ່ວໂມງ 53 ນາທີຕໍ່ມື້ ແລະ ເດັກນ້ອຍອາຍຸ 9-11 ປີໃຊ້ເວລາສະເລ່ຍ 2 ຊົ່ວໂມງ 33 ນາທີຕໍ່ມື້.
ຄໍາເຫັນ