ມອບເງິນ ຈຳນວນ 2 ຕື້ກີບ ເພື່ອສະໜັບສະໜູນ ການຈັດກອງປະຊຸມ

ລັດວິສາຫະກິດໄຟຟລາວ ສະໜັບສະໜູນ ການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ທີ່ ສປປ ລາວ

ລັດວິສາຫະກິດໄຟຟລາວ ສະໜັບສະໜູນ ການເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ພະລັງງານອາຊຽນ ຄັ້ງທີ 42 ທີ່ ສປປ ລາວ
ໃນຕອນເຊົ້າຂອງ ວັນທີ 18 ກັນຍາ ນີ້, ທີ່ ກະຊວງພະລັງງານ ແລະ ບໍ່ແຮ່, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

 ມອບເງິນ ຈຳນວນ 2 ຕື້ກີບ ເພື່ອສະໜັບສະໜູນ ການຈັດກອງປະຊຸມ ລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ກອງປະຊຸມກ່ຽວຂ້ອງ ທີ່ຈະຈັດຂຶ້ນ ລະຫວ່າງ ວັນທີ 24-27 ກັນຍາ 2024 ທີ່ ຫໍປະຊຸມແຫ່ງຊາດ, ຊຶ່ງ ສປປ ລາວ ຮັບກຽດເປັນເຈົ້າພາບ. ໃຫ້ກຽດມອບໃນຄັ້ງນີ້ ໂດຍ ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ, ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ໃຫ້ກຽດຮັບ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ.
(ຂ່າວ: ຟຟລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ສຳມະນາວິທະຍາສາດ ແຜນພັດທະນາລະບົບສານປະຊາຊົນ

ສຳມະນາວິທະຍາສາດ ແຜນພັດທະນາລະບົບສານປະຊາຊົນ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຕໍ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາລະບົບສານປະຊາຊົນ 5 ປີ ຄັ້ງທີ V ຂຶ້ນໃນວັນທີ 24 ກໍລະກົດ ນີ້ ທີ່ ສປສສ, ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີບັນດາຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ສະມາຊິກພັກອາວຸໂສບໍານານນັກຄົ້ນຄວ້າປະລິນຍາເອກປະລິນຍາໂທ ເຂົ້າຮ່ວມ.
ຄໍາມ່ວນ ສຳມະນາວິທະຍາສາດ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ຄໍາມ່ວນ ສຳມະນາວິທະຍາສາດ ປະກອບຄໍາເຫັນຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XI

ສໍາມະນາວິທະຍາສາດ ປະກອບຄວາມຄິດເຫັນ ຕໍ່ຮ່າງເນື້ອໃນເອກະສານ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນ ວັນທີ 24 ກໍລະກົດນີ້ ທີ່ສະໂມສອນໃຫຍ່ຫຼັກ 4 ຂອງແຂວງ ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈໍາ, ກໍາມະການພັກແຂວງ ພ້ອມດ້ວຍ ພະນັກງານການນໍາ, ພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ເມືອງພຽງ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບາງເຂດບ້ານ

ເມືອງພຽງ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບາງເຂດບ້ານ

ຕໍ່ກັບສະພາບໄພພິບັດນໍ້າຖ້ວມທີ່ເກີດຂຶ້ນໃນວັນທີ 23 ກໍລະກົດ 2025 ທີ່ເມືອງພຽງ ແຂວງໄຊຍະບູລີ, ອີງຕາມການເກັບກໍາຂໍ້ມູນເບື້ອງຕົ້ນຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຄັ້ງວັນທີ 23 ກໍລະກົດ 2025, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງພຽງ ໃນນາມກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 23 ກໍລະກົດຜ່ານມາ ໄດ້ມີຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ເກີດມີນໍ້າຖ້ວມເຮືອນ, ທົ່ງນາ, ໜອງປາ, ສັດລ້ຽງ ແລະ ອື່ນໆ ຂອງປະຊາຊົນ ທີ່ສົ່ງຜົນກະທົບໃຫ້ຄອບຄົວຂອງປະຊາຊົນ ຈໍານວນ 22 ບ້ານ, ມີ 892 ຄອບຄົວ.
ບໍລິສັດໄຟຟ້າຫົງສາ ຈຳກັດ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ

ບໍລິສັດໄຟຟ້າຫົງສາ ຈຳກັດ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ

ຕອນບ່າຍຂອງວັນທີ 23 ກໍລະກົດນີ້ ຢູ່ທີ່ຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍຄະນະນຳອົງການປົກຄອງເມືອງ ໄດ້ຕ້ອນຮັບ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ພ້ອມກັບທີມງານ, ໃນໂອກາດທີມາມອບເຄື່ອງຊ່ວຍເຫຼືອຜູ້ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງເງິນ.
ເຈົ້າແຂວງຄຳມ່ວນ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ

ເຈົ້າແຂວງຄຳມ່ວນ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ

ວັນທີ 23 ກໍລະກົດນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ສະພາບນໍ້າຖ້ວມ ຢູ່ເມືອງຄູນຄໍາ ໂດຍມີທ່ານ ແກ້ວບຸນຂວັນ ໄຊຍະວົງສາ ເຈົ້າເມືອງຄູນຄໍາ ພ້ອມຂະແໜງການກ່ຽວຂ້ອງຮ່ວມຕິດຕາມ.
ການນຳແຂວງຫຼວງພະບາງ ເລັ່ງແກ້ໄຂສະພາບຜົນກະທົບ ໄພພິບັດຢ່າງຮີບດ່ວນ

ການນຳແຂວງຫຼວງພະບາງ ເລັ່ງແກ້ໄຂສະພາບຜົນກະທົບ ໄພພິບັດຢ່າງຮີບດ່ວນ

ໃນລະຫວ່າງວັນທີ 22-23 ກໍລະກົດ 2025 ນີ້, ຢູ່ເມືອງນານ ແຂວງຫຼວງພະບາງ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ສາຍນໍ້ານານ ແລະ ນໍ້າຫ້ວຍຫຼາຍສາຍ ມີປະລິມານເພີ່ມຂຶ້ນ ລົ້ນຝັ່ງຖ້ວມເຮືອນ ແລະ ພື້ນທີ່ການຜະລິດ ຂອງປະຊາຊົນ ສ້າງຄວາມເສຍຫາຍເປັນບໍລິເວນກວ້າງ
ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ

ຫົວໜ້າ ຄອສພ ລົງຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງບໍ​ລິ​ຄຳ​ໄຊ

ໃນວັນທີ 23 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງ ພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມ ຄະນະໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດ ຕັ້ງຢູ່ແຂວງບໍລິ​ຄຳ​ໄຊ, ໂດຍໃຫ້ການຕ້ອນຮັບ ຂອງທ່ານ ສອນ​ທະ​ນູ ທຳ​ມະ​ວົງ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍ​ລິ​ຄຳ​ໄຊ ແລະ ໄດ້ພົບປະເຮັດວຽກ ນຳຄະ ປະຈຳພັກແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ຄະນະໂຄສະນາອົບຮົມ ແຂວງ ທີ່ຫ້ອງວ່າການແຂວງບໍລິຄຳໄຊ.
ຮອງເຈົ້າແຂວງຊຽງຂວາງມອບເຄື່ອງບັນເທົາທຸກໃຫ້ເມືອງຄູນ

ຮອງເຈົ້າແຂວງຊຽງຂວາງມອບເຄື່ອງບັນເທົາທຸກໃຫ້ເມືອງຄູນ

ວັນທີ 23 ກໍລະກົດນີ້, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍພະແນກການ, ຄະນະກຳມະການຄຸ້ມຄອງໄພພິບັດຂັນແຂວງ ແລະ ເມືອງ ໄດ້ລົງກວດກາຜົນກະທົບຈາກໄພພິບັດນ້ຳຖ້ວມຊຸ ຢູ່ເມືອງຄູນ ແຂວງຊຽງຂວາງ ໄດ້ເຮັດໃຫ້ນ້ຳໄຫຼເຂົ້າເຮືອນຊານຂອງປະຊາຊົນ, ເຮືອນຖືກນ້ຳຊຸໄຫຼເປ່ເພ, ເຂົ້ານາ, ເຄື່ອປູກ, ສັດລ້ຽງ ເສຍຫາຍ, ເສັ້ນທາງເປ່ເພ, ດິນເຊາະເຈື່ອນຖົມທາງເຮັດໃຫ້ການສັນຈອນມີຄວາມຫຍຸ້ງຍາກຢູ່ເຂດເທສະບານເມືອງຄູນ ມີ 4 ບ້ານ ໄດ້ຮັບຜົນກະທົບທີ່ຢູ່ອາໄສມີ: ບ້ານສີພົມ, ເພຍວັດ, ນາສີ ແລະ ບ້ານໂພນແຍງ, ມີ 84 ຫຼັງຄາເຮືອນ, ມີ 582 ຄົນ ຊຶ່ງໄດ້ຍ້າຍໄປທີ່ປອດໄພແລ້ວ.
ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ໃນວັນທີ 22 ກໍລະກົດ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ພາຍ ໃຕ້ຄໍາຂວັນ ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ນາງອາລີ ວົງໝໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ.
ເພີ່ມເຕີມ