ລັດວິສາຫະກິດຍັງບໍ່ທັນເຂັ້ມແຂງ ເກີດຈາກຫຼາຍປັດໄຈ

ລັດວິສາຫະກິດຍັງບໍ່ທັນເຂັ້ມແຂງ ເກີດຈາກຫຼາຍປັດໄຈ

ລັດວິສາຫະກິດຍັງບໍ່ທັນເຂັ້ມແຂງ ເກີດຈາກຫຼາຍປັດໄຈ
ທ່ານ ກິແກ້ວ ຈັນທະບູລີ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຮອງຫົວໜ້າຄະນະປະຕິຮູບ ຜູ້ປະຈໍາການ ລາຍງານໃນກອງປະຊຸມສະຫຼຸບວຽກງານປະຕິຮູບລັດວິສາຫະກິດທົ່ວປະເທດ ປະຈໍາປີ 2025 ທີ່ຫໍປະຊຸມແຫ່ງຊາດ ເມື່ອບໍ່ດົນມານີ້ ຊຶ່ງມີບາງເນື້ອໃນວ່າ: ລັດວິສາຫະກິດ ໃນ 123 ຫົວໜ່ວຍ ມີພະນັກງານລວມທັງໝົດ 30,328 ຄົນ (ຍິງ 9,121 ຄົນ), ໃນນັ້ນ, ກຸ່ມລັດຖືຮຸ້ນ 100% ຖືເປັນແຫຼ່ງຈ້າງງານຂະໜາດໃຫຍ່ທີ່ສຸດ ມີພະນັກງານເຖິງ 13,773 ຄົນ (ກວມເອົາ 45.41% ຂອງແຮງງານທັງໝົດ), ແຕ່ເມື່ອທຽບໃສ່ປະສິດທິຜົນທາງທຸລະກິດທີ່ຍັງຂາດທຶນສູງ, ມັນສະທ້ອນໃຫ້ເຫັນເຖິງພາວະພະນັກງານ ເຫຼືອບໍ່ພໍ ຫຼື ປະສິດທິພາບຕໍ່ຫົວຄົນຍັງຕໍ່າ.
ລດວສາຫະກດຍງບທນເຂມແຂງ ເກດຈາກຫາຍປດໄຈ - image 1
 

 

ສ່ວນກຸ່ມລັດຖືຮຸ້ນແຕ່ 51%-99% ມີຄວາມພົ້ນເດັ່ນຄື ເຖິງວ່າຈະມີຈໍານວນຫົວໜ່ວຍໜ້ອຍທີ່ສຸດ (ພຽງ 13 ຫົວໜ່ວຍ) ແຕ່ມີການຈ້າງງານສູງ ເຖິງ 8,564 ຄົນ (ສະເລ່ຍ 659 ຄົນຕໍ່ຫົວໜ່ວຍ) ແລະ ຍັງສາມາດສ້າງກຳໄລໄດ້ດີ, ສະແດງໃຫ້ເຫັນວ່າເປັນກຸ່ມວິສາຫະກິດຂະໜາດໃຫຍ່ ທີ່ມີການບໍລິຫານຈັດການແຮງງານຈໍານວນຫຼາຍໄດ້ຢ່າງສົມເຫດສົມຜົນ. ໃນຂະນະທີ່ ກຸ່ມລັດຖືຮຸ້ນໜ້ອຍກວ່າ 51% ມີພະນັກງານ 7,991 ຄົນ (ໃກ້ຄຽງກັບກຸ່ມທີ 2) ແຕ່ກັບສາມາດ ສ້າງກໍາໄລໄດ້ສູງສຸດເຖິງ 4,044.79 ຕື້ກີບ. ດັ່ງນັ້ນ, ຈຶ່ງເຫັນໄດ້ວ່າ ລັດວິສາຫະກິດ 100% ຍັງເນັ້ນໜັກ ບົດບາດທາງສັງຄົມໃນການສ້າງວຽກເຮັດງານທໍາ ສົ່ງຜົນໃຫ້ລາຍຈ່າຍເງິນເດືອນກວມເອົາສ່ວນແບ່ງລາຍຮັບ ໄປຢ່າງຫຼວງຫຼາຍ, ສະນັ້ນ, ຈໍາເປັນຕ້ອງໄດ້ປັບປຸງປະສິດທິພາບໃນການນໍາໃຊ້ແຮງງານ ໃຫ້ສາມາດສ້າງມູນຄ່າເພີ່ມ ແລະ ຜົນກຳໄລທີ່ສູງຂຶ້ນໃຫ້ສົມຄູ່ກັບຈໍານວນຄົນ ຄືກັບກຸ່ມຮ່ວມທຶນ;

ລັດວິສາຫະກິດບໍ່ທັນເຂັ້ມແຂງເກີດຈາກຫຼາຍໄປໄຈ ຄື: ຍັງບໍ່ມີແຜນຍຸດທະສາດການປະຕິຮູບ ແລະ ພັດທະນາລັດວິສາຫະກິດ ທີ່ຊັດເຈນເທື່ອ ເພື່ອກໍານົດເປົ້າໝາຍ, ຄາດໝາຍ, ວຽກງານຈຸດສຸມທີ່ຊັດເຈນ, ຍັງບໍ່ໄດ້ກຳນົດໜ້າທີ່, ເປົ້າໝາຍ ແລະ ຈຸດປະສົງຂອງກຸ່ມລັດວິສາຫະກິດໃຫ້ຊັດເຈນ, ສົ່ງຜົນເຮັດໃຫ້ການຄຸ້ມຄອງຜ່ານມາ ແມ່ນຍັງມີລັກສະນະບໍ່ສອດຄ່ອງເໝາະສົມຕາມຈຸດພິເສດສະເພາະຂອງແຕ່ລະກຸ່ມ, ການຄຸ້ມຄອງ ຍັງບໍ່ທັນຮັດກຸມເປັນລະບົບ, ບໍ່ທັນສະໄໝ, ກົນໄກການຄຸ້ມຄອງລະດັບມະຫາພາກຍັງບໍ່ຈະແຈ້ງ ແລະ ມີຫຼາຍອັນຊໍ້າຊ້ອນກັນ, ນິຕິກຳ ແລະ ລະບຽບການຄຸ້ມຄອງ ຍັງບໍ່ເປັນລະບົບຄົບຊຸດ ແລະ ຍັງບໍ່ເປັນການສົ່ງເສີມການດໍາເນີນທຸລະກິດເທົ່າທີ່ຄວນ, ໂຄງຮ່າງການຈັດຕັ້ງບາງຫົວໜ່ວຍມີລັກສະນະໃຫຍ່ໂຕເກີນຄວາມຈໍາເປັນ ຜູ້ບໍລິຫານ (ສະພາບໍລິຫານ ແລະ ຄະນະອໍານວຍການ) ສ່ວນຫຼາຍແມ່ນຂາດບົດຮຽນ-ປະສົບປະການ ແລະ ບໍ່ເປັນມືອາຊີບ, ການແຕ່ງຕັ້ງພະນັກງານຂອງລັດໄປບໍລິຫານຄຸ້ມຄອງທຸລະກິດ ສ່ວນຫຼາຍຍັງມີຄຸນສົມບັດ ແລະ ຄວາມສາມາດທີ່ບໍ່ແທດເໝາະ ແລະ ບໍ່ມີເງື່ອນໄຂຄົບຖ້ວນ, ການຕິດຕາມ, ກວດກາ, ປະເມີນຜົນລັດວິສາຫະກິດ ແມ່ນເຮັດບໍ່ໄດ້ດີ, ບໍ່ຕໍ່ເນື່ອງ, ບໍ່ມີລະບົບ ແລະ ກົນໄກທີ່ຈະແຈ້ງ, ປະປ່ອຍໃຫ້ບັນຫາໃນລັດວິສາຫະກິດຊຳເຮື້ອ ແລະ ບໍ່ມີວິທີແກ້ໄຂໃຫ້ທັນການ, ການຕິດຕາມເກັບກຳ ແລະ ຄຸ້ມຄອງຂໍ້ມູນວິສາຫະກິດລັດລົງທຶນ ຍັງບໍ່ເປັນລະບົບ ແລະ ຂາດຂໍ້ມູນໃນການວິເຄາະ-ວິໄຈບັນຫາ, ການດໍາເນີນທຸລະກິດບາງລັດວິສາຫະກິດ ຍັງບໍ່ເປັນໄປຕາມກົນໄກເສດຖະກິດຕະຫຼາດ, ມີຕົ້ນທຶນສູງ, ບໍ່ສາມາດແຂ່ງຂັນໄດ້ ແລະ ມີໜີ້ສິນຄຸມເຄືອ ແລະ 10. ການປະຕິບັດລະບຽບກົດໝາຍ ຕໍ່ຜູ້ລະເມີດວິໄນທາງການເງິນ ແລະ ກະທໍາຄວາມເສຍຫາຍໃຫ້ແກ່ວິສາຫະກິດລັດລົງທຶນ ທີ່ສົ່ງຜົນກະທົບໃຫ້ລັດຖະບານຕ້ອງໄດ້ແບກຫາບພາລະໜີ້ສິນຜ່ານມາຍັງປະຕິບັດບໍ່ທັນເດັດຂາດ ເຮັດໃຫ້ພະນັກງານຈໍານວນໜຶ່ງ ບໍ່ຢ້ານກົວ-ບໍ່ເຄົາລົບລະບຽບກົດ ໝາຍ ແລະ ວຽກງານອື່ນ.

ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ ຄະນະປະຕິຮູບແຕ່ລະຂັ້ນ, ສະພາບບໍລິຫານ, ຄະນະອໍານວຍການ ເຊື່ອມຊຶມບັນດານະໂຍບາຍ, ນິຕິກຳ ແລະ ແຜນວຽກຈຸດສຸມຕ່າງໆ ເພື່ອນໍາໄປຜັນຂະຫຍາຍເຂົ້າໃນແຜນດໍາເນີນງານຕົວຈິງຂອງລັດວິສາຫະກິດທີ່ຕົນເອງຮັບຜິດຊອບ ແລະ ນໍາພາການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ; ຄະນະປະຕິຮູບແຕ່ລະຂັ້ນລົງຊຸກຍູ້ຕິດຕາມໃນການຈັດຕັ້ງປະຕິບັດຢ່າງເປັນປະຈຳ; ຜ່ານການຈັດຕັ້ງປະຕິບັດຕ້ອງມີການສະຫຼຸບລາຍງານ ແລະ ປະເມີນຜົນເປັນແຕ່ລະໄລຍະ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຊາວໜຸ່ມໄຊເສດຖາ ລະດົມກໍາລັງ 1,300 ກວ່າຄົນ ປ້ອງກັນງານບຸນນະມັດສະການພະທາດຫຼວງ

ຄະນະບໍລິຫານງານຊາວໜຸ່ມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ນໍາພາກໍາລັງຊາວໜຸ່ມ ຫຼາຍກວ່າ 1,300 ຄົນ ລົງປະຈໍາການ ປ້ອງກັນຄວາມສະຫງົບ ໃນງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2026 ພ້ອມທັງເຂົ້າຮ່ວມ ກິດຈະກໍາສໍາຄັນ ຂອງງານບຸນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ເພີ່ມເຕີມ