ຕາມຂ່າວແຈ້ງວ່າ: ຫຼາຍມື້ມໍ່ໆມານີ້, ມີກຳປັ່ນຢ່າງໜ້ອຍ 150 ລໍາ ຊຶ່ງລວມທັງກຳປັ່ນບັນທຸກນ້ຳມັນດິບ ແລະ ແກ໊ສທຳມະຊາດໄດ້ຈອດຢູ່ເຂດຊ່ອງແຄບຮໍມຸສ ແລະ ເຂດທະເລໃກ້ຄຽງ, ມີກຳປັ່ນບັນທຸກນ້ຳມັນຢ່າງໜ້ອຍ 3 ລໍາຖືກທຳລາຍ ແລະ ມີລູກເຮືອຄົນໜຶ່ງເສຍຊີວິດ. ອົງການທາງທະເລສາກົນໄດ້ອອກຖະແຫຼງການໃນວັນທີ 1 ມີນາ ຜ່ານມາ ໂດຍຮຽກຮ້ອງໃຫ້ທຸກບໍລິສັດເດີນເຮືອທາງທະເລຈົ່ງມີສະຕິລະວັງຕົວໃນລະດັບສູງ ແລະ ຫຼີກລ່ຽງບໍ່ໃຫ້ເດີນຜ່ານເຂດທະເລທີ່ໄດ້ຮັບຜົນກະທົບ ຈົນກວ່າສະຖານະການຈະດີຂຶ້ນ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ