ລາຍຮັບຈາກອຸດສາຫະກຳການຜະລິດຂໍ້ມູນຂ່າວສານເອເລັກໂຕຣນິກຂອງຈີນ ເພີ່ມຂຶ້ນ 18.5%
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 3 ສິງຫາ ຜ່ານມາວ່າ: ອີງຕາມຂໍ້ມູນຈາກກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຈີນສະແດງໃຫ້ເຫັນວ່າ, 6 ເດືອນຕົ້ນປີນີ້, ອຸດສາຫະກຳການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກຂອງຈີນໄດ້ສືບຕໍ່ເລັ່ງລັດການຜະລິດ, ການສົ່ງອອກມີຄວາມໝັ້ນທ່ຽງ ແລະ ມີທ່າອ່ຽງທີ່ດີ, ປະສິດທິຜົນສືບຕໍ່ເພີ່ມຂຶ້ນ ແລະ ການລົງທຶນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ.
ຂ່າວລະບຸວ່າ: ປະສິດທິຜົນຂອງອຸດສາຫະກຳຂໍ້ມູນຂ່າວສານເອເລັກໂຕຣນິກໃນ 6 ເດືອນຕົ້ນປີນີ້ ສືບຕໍ່ມີທ່າອຽງເພີ່ມຂຶ້ນ, ລາຍຮັບບັນລຸ 9,410 ຕື້ຢວນ, ເພີ່ມຂຶ້ນ 18.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຜົນກຳໄລມີເຖິງ 577.7 ຕື້ຢວນ. ໃນເດືອນມິຖຸນາຜ່ານມາ, ວິສາຫະກິດຂະໜາດໃຫຍ່ກ່ຽວກັບອຸດສາຫະກຳການຜະລິດດ້ານຂໍ້ມູນຂ່າວສານເອເລັກໂຕຣນິກມີລາຍຮັບ 1,890 ຕື້ຢວນ, ເພີ່ມຂຶ້ນ 24.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ