ຂະນະທີ່ ລາຍຮັບຈາກຜະລິດຕະພັນຊັອຟແວບັນລຸ 1,046 ຕື້ 400 ລ້ານຢວນ, ເພີ່ມຂຶ້ນ 8.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 22.4% ຂອງລາຍຮັບທັງໝົດຂອງຂະແໜງການຊັອຟແວ. ໃນນັ້ນ, ລາຍຮັບຈາກຜະລິດຕະພັນຊັອຟແວພື້ນຖານ ມີ 59.8 ຕື້ຢວນ, ເພີ່ມຂຶ້ນ 9.1%; ລາຍຮັບຈາກຜະລິດຕະພັນຊັອຟແວອຸດສາຫະກໍາ ມີ 99.8 ຕື້ຢວນ, ເພີ່ມຂຶ້ນ 9.1%.
ສ່ວນລາຍຮັບຈາກການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ບັນລຸ 3,133 ຕື້ 200 ລ້ານຢວນ, ເພີ່ມຂຶ້ນ 12.0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 67.1% ຂອງລາຍຮັບທັງໝົດຂອງຂະແໜງການຊັອຟແວ. ໃນນັ້ນ, ການບໍລິການດ້ານການປະມວນຜ່ານຄລາວ ແລະ ຖານຂໍ້ມູນໃຫຍ່ ສ້າງລາຍຮັບລວມ 534.4 ຕື້ຢວນ, ເພີ່ມຂຶ້ນ 12.6%; ລາຍຮັບຈາກການອອກແບບວົງຈອນໄຟຟ້າລວມ ບັນລຸ 142.8 ຕື້ຢວນ, ເພີ່ມຂຶ້ນ 18.3%; ລາຍຮັບຈາກການບໍລິການເຕັກໂນໂລຊີເວທີການຄ້າເອເລັກໂຕຣນິກ ບັນລຸ 363.3 ຕື້ຢວນ, ເພີ່ມຂຶ້ນ 7.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ