ປະທານາທິບໍດີເອຢິບຮຽກຮ້ອງໃຫ້ທຸກຝ່າຍຈົ່ງສາມັກຄີກັນ, ເຮັດວຽກໜັກໜ່ວງ ແລະ ອົດທົນ, ລວມເຖິງຮ່ຳຮຽນຈາກຜົນສຳເລັດຂອງປະເທດອື່ນໆໃນການຜ່ານຜ່າສະພາບຫຍຸ້ງຍາກດັ່ງກ່າວ, ເຖິງວ່າເສດຖະກິດຂອງປະເທດມີທ່າອ່ຽງພັດທະນາດີຂຶ້ນຢ່າງຕໍ່ເນື່ອງ.
ທັງນີ້, ຄອງຊູແອດ ແມ່ນທາງນໍ້າຈາກການຂຸດໃນປະເທດເອຢິບ ແລະ ເຊື່ອມຕໍ່ທະເລເມດິເຕີເຣນຽນກັບທະເລແດງ.
ໃນເດືອນເມສາຜ່ານມາ, ອົງການຄອງຊູແອດລະບຸວ່າ: ລາຍຮັບຈາກຄອງຊູແອດ ໃນປີ 2024 ຢູ່ທີ່ 4 ຕື້ໂດລາ, ຫຼຸດລົງຈາກ 10,3 ຕື້ໂດລາ ໃນປີ 2023.
ຄໍາເຫັນ