ຫຼາຍຂະແໜງການຫາລືການຂຶ້ນທະບຽນແຮງງານທັງພາຍໃນ ແລະ ຕ່າງປະເທດ

ຫຼາຍຂະແໜງການຫາລືການຂຶ້ນທະບຽນແຮງງານທັງພາຍໃນ ແລະ ຕ່າງປະເທດ
ໃນວັນທີ 15 ທັນວາຜ່ານມາ,ຫຼາຍຂະແໜງການພາກລັດຮ່ວມກັບບໍລິສັດ ຊີໂນ-ອາກຣີ ໂປຕາສ ຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມປຶກສາຫາລືການຂຶ້ນທະບຽນແຮງງານທັງພາຍໃນ ແລະ ແຮງງານຕ່າງປະເທດ ພາຍໃນບໍລິສັດຊີໂນ-ອາກຣີ ໂປຣຕາສ ຈຳກັດ ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ມີທ່ານ ໂຈ ຈີຫັນ ຜູ້ຊ່ວຍອຳນວຍການໃຫຍ່ ບໍລິສັດຊີໂນ-ອາກຣີ ໂປຕາສ, ທ່ານ ຫຼີວ ເຟີຍຫຼົງ ອຳນວຍການຝ່າຍບໍລິຫານ ບໍລິສັດຊີໂນ-ອາກຣີ ໂປຣຕາສ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການນໍາສະເໜີບາງມາດຕາຂອງກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ເອກະສານຄູ່ມືຂັ້ນຕອນການຂຶ້ນທະບຽນລະຫັດ ID ໃຫ້ຜູ້ອອກແຮງງານຈາກຄະນະກຳມະການ.
ໂອກາດນີ້, ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ໃຫ້ກຽດມີຄຳເຫັນເນັ້ນບາງບັນຫາທີ່ສຳຄັນກ່ຽວກັບວຽກງານຂຶ້ນທະບຽນແຮງງານ ແລະ ວຽກງານຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ວຽກງານປະກັນສັງຄົມ, ບັນຫາສິ່ງແວດລ້ອມ, ການຮັກສາຄວາມປອດໄພ ລວມເຖິງບັນຫາການຄຸ້ມຄອງສະຖານທີ່ບັນເທີງ ແລະ ບັນຫາສິ່ງເສບຕິດໃນຂອບເຂດໂຄງການ. ຜ່ານການປຶກສາລືຢ່າງກົງໄປກົງມາ ໂດຍໄດ້ມອບໝາຍໃຫ້ບໍລິສັດເຜີຍແຜ່ເນື້ອໃນຈິດໃຈວຽກງານການຂຶ້ນທະບຽນແຮງງານໃຫ້ພະນັກງານ, ກຳມະກອນທີ່ເຮັດວຽກນຳບໍລິສັດຂອງຕົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ພ້ອມທັງເປັນເຈົ້າການຂຶ້ນທະບຽນລະຫັດ ID ໃຫ້ຜູ້ອອກແຮງງານ,ສ້າງສັນຍາແຮງງານລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ສ້າງກົດລະບຽບພາຍໃນຫົວໜ່ວຍແຮງງານ, ນໍາເອົາຜູ້ອອກແຮງງານ ເຂົ້າເປັນສະມາຊິກປະກັນສັງຄົມ ແລະ ດຳເນີນການກວດສຸຂະພາບປະຈຳປີໃຫ້ຜູ້ອອກແຮງງານລາວ ແລະ ຕ່າງປະເທດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ,ແຕ່ງຕັ້ງພະນັກງານຂອງບໍລິສັດຊີໂນ-ອາກຣີ ແລະ ບັນດາບໍລິສັດທີ່ຊັບຄອນແທັກທັງໝົດ ເຮັດວຽກຮ່ວມກັບຄະນະວິຊາການຂຶ້ນທະບຽນແຮງງານ, ຂໍ້ມູນຕຳແໜ່ງງານວ່າງ, ຄວາມຕ້ອງການແຮງງານແຕ່ລະໄລຍະລົງໃນລະບົບໂປແກຣມ, ລາຍງານຂໍ້ມູນການເຂົ້າ-ອອກຂອງຜູ້ອອກແຮງງານ ແລະ ການປ່ຽນແປງເງິນເດືອນຂອງຜູ້ອອກແຮງງານໃນແຕ່ລະເດືອນຢ່າງເປັນປົກະຕິ,ໃຫ້ບໍລິສັດຈັດສະຖານທີ່ໃຫ້ຄະນະວິຊາການຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເພື່ອນໍາພາການຈັດຕັ້ງປະຕິບັດຂຶ້ນທະບຽນລະຫັດ ID ແຮງງານລາວ ແລະ ແຮງງານຕ່າງປະເທດໃນແຕ່ລະຂົງເຂດຂອງໂຄງການຈົນສຳເລັດ, ສືບຕໍ່ເອົາໃຈໃສ່ປະຕິບັດຕາມກົດໝາຍແຮງງານ ແລະ ນິຕິກຳກ່ຽວຂ້ອງຢ່າງເຂັ້ມງວດ, ໃນການນໍາໃຊ້ແຮງງານຕ່າງປະເທດຕ້ອງປະກອບເອກະສານໃຫ້ຖືກຕ້ອງ ເປັນຕົ້ນການຂໍອະນຸຍາດນຳເຂົ້າຈາກກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ສະເໜີຂໍອອກວີຊ່າແຮງງານ, ບັດແຮງງານ ແລະ ບັດພັກເຊົາຈາກພາກສ່ວນກ່ຽວຂ້ອງຕາມລະບຽບກົດໝາຍ, ເພີ່ມທະວີເອົາໃຈໃສ່ປະຕິບັດພັນທະອາກອນຕ່າງໆ ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງຢ່າງເຂັ້ມງວດ.
ຂ່າວ: ກອງຄຳ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ