ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ຫຼາຍກິດຈະກໍາຈະຈັດຂຶ້ນສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃກ້ຈະມາເຖິງນີ້. ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຖະແຫຼງຂ່າວການກະກຽມສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນໃນວັນທີ 18 ມິຖຸນາຜ່ານມາ ທີ່ ສນຊ ໂດຍໃຫ້ກຽດຖະແຫຼງຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ມີທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສນຊ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ສື່ມວນຊົນເຂົ້າຮ່ວມ.
ຫາຍກດຈະກາຈະຈດຂນສະຫອງວນສາງຕງແນວລາວສາງຊາດ ຄບຮອບ 75 ປ - image 1
 

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ໃຫ້ຮູ້ນິຕິກຳທີ່ເປັນບ່ອນອີງ, ຄວາມໝາຍ-ຄວາມສໍາຄັນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດເນື້ອແທ້, ແມ່ນການທົບທວນຫວນຄືນ, ການລົງເລິກຮຽນຮູ້. ການເສີມສ້າງມູນເຊື້ອອັນສະຫງ່າງາມ, ສັນລະເສີນ ແລະ ເສີມຂະຫຍາຍຜົນງານອັນໃຫຍ່ຫຼວງຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ກໍຄືແນວລາວສ້າງຊາດໃນປັດຈຸບັນ ໃຫ້ໂດດເດັ່ນຂຶ້ນຕື່ມ, ຍາມໃດກໍເຫັນວ່າແນວລາວສ້າງຊາດດໍາລົງບົດບາດເປັນບ່ອນສຶກສາອົບຮົມ, ເປັນຫຼັກແຫຼ່ງເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີປອງດອງຂອງປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ເພດໄວ ແລະ ສາສະໜາ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ໃນທ່າມກາງການກ້າວເດີນຂອງປະເທດເຮົາພາຍໃຕ້ການນໍາພາຂອງພັກໃນປັດຈຸບັນ ຊຶ່ງສະພາບແວດລ້ອມສາກົນ, ພາກພື້ນ ແລະ ພາຍໃນປະເທດມີທັງຂໍ້ສະດວກ, ສິ່ງອໍານວຍ ແລະ ມີຂໍ້ຫຍຸ້ງຍາກທ້າທາຍຫຼາຍປະການນັ້ນ. ການເພີ່ມທະວີວຽກງານແນວໂຮມຂອງພັກແມ່ນເປັນປັດໄຈສໍາຄັນໃນການຈັດຕັ້ງແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາປະເທດຂອງລັດ, ການປະກອບສ່ວນຂອງແນວລາວສ້າງຊາດໄດ້ດີເທົ່າໃດ ກໍຈະກະທົບຢ່າງຕັ້ງໜ້າຕໍ່ໝາກຜົນຂອງການຜັນຂະຫຍາຍແຜນນະໂຍບາຍຂອງພັກເຂົ້າສູ່ພາກປະຊາຊົນຢ່າງເປັນຂະບວນກວ້າງຂວາງ ແລະ ຖືກແທດຕົວຈິງກວ່າເກົ່າ.

ການສະເຫຼີມສະຫຼອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ແມ່ນຂະບວນການປັບປຸງບູລະນະອົງການແນວລາວສ້າງຊາດທຸກຂັ້ນ, ແມ່ນການປັບປຸງພັນທະພາບລະຫວ່າງຊົນຊັ້ນກຳມະກອນ, ຊາວກະສິກອນ, ປັນຍາຊົນ-ຊັ້ນຄົນ ແລະ ບັນດາອົງການພາຄີພາຍໃຕ້ການນໍາພາຂອງພັກ ແລະ ເປັນການເພີ່ມທະວີການປະສານສົມທົບ, ຮັດແໜ້ນສາຍພົວພັນລະຫວ່າງພັກ, ລັດ, ການຈັດຕັ້ງສັງຄົມກັບຄະນະກຳມະການແນວລາວສ້າງຊາດ ໃຫ້ເຂັ້ມແຂງກ້າວໜຶ່ງແມ່ນການປັບປຸງ ແລະ ຍົກສູງລະດັບການເຄື່ອນໄຫວ, ແບບແຜນວິທີເຮັດວຽກ ແລະ ຄວາມຮັບຜິດຊອບການເມືອງບັ້ນໃຫຍ່ໜຶ່ງ ຂອງທົ່ວຄະນະກຳມະການແນວລາວສ້າງຊາດທຸກຂັ້ນ, ທຸກທ່ານ ແລະ ຜູ້ສະໜັບສະໜູນທຸກຄົນມີການຫັນປ່ຽນໃໝ່ ບົນຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແຂງແຮງກວ່າເກົ່າ.

ສໍາລັບຈຸດປະສົງ-ຄາດໝາຍ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາ ເຜົ່າຍາດມາໄດ້ຕະຫຼອດໄລຍະ 75 ປີ ຜ່ານມາ; ເພື່ອຍົກສູງບົດບາດການນໍາພາຂອງພັກ, ລັດທຸກຂັ້ນ, ອົງການພາຄີທຸກຂັ້ນ ຕໍ່ວຽກງານແນວໂຮມ, ແນໃສ່ສ້າງກ້ອນກໍາລັງມະຫາສາມັກຄີຂອງທົ່ວປວງຊົນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນໄລຍະໃໝ່; ສ້າງໃຫ້ເກີດມີຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາດ້ານຕ່າງໆຢ່າງກວ້າງຂວາງ ເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຕິດພັນກັບການສະເຫຼີມ ສະຫຼອງ 3 ວັນປະຫວັດສາດ ແລະ ເຮັດໃຫ້ກາຍເປັນປາງບຸນໜຶ່ງຂອງທົ່ວປວງຊົນ, ມີບັນຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເປັນການປຸກລະດົມ ແລະ ປະກອບສ່ວນເຂົ້າໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດ; ຖືໂອກາດ 75 ປີ ເປັນການບໍາລຸງສ້າງຄວາມຮັບຮູ້ຕໍ່ມະຕິ 108 ຂອງກົມການເມືອງສູນກາງພັກ ແລະ ມະຕິອື່ນຂອງພັກ ເປັນການປຸກລະດົມ, ສ້າງມະນາຈິດປະຕິວັດຂອງພະນັກງານ, ສະມາຊິກພັກຜູ້ເຮັດວຽກງານແນວໂຮມທຸກພາກ ສ່ວນ ໂດຍສະເພາະເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ ໃນໄລຍະໃໝ່ສູງຂຶ້ນກວ່າເກົ່າ ບົນຈິດໃຈ 4 ເສີມສ້າງ: ເສີມສ້າງຄຸນງານຄວາມດີ, ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ ຂອງພະນັກງານແນວລາວສ້າງຊາດທຸກທ່ານ, ທຸກຂັ້ນ. ພ້ອມດຽວກັນນັ້ນ, ກໍເປັນເວລາທີ່ພວກເຮົາຕ້ອງຕັ້ງໜ້າຊອກຄົ້ນ, ຖອດຖອນບົດຮຽນວຽກງານແນວໂຮມໃນໄລຍະໃໝ່ ແລະ ທັງເປັນການຍົກສູງບົດບາດຂອງແນວລາວສ້າງຊາດທຸກຂັ້ນ ໃຫ້ສູງຂຶ້ນຕື່ມ. ພ້ອມນັ້ນ, ຍັງໄດ້ໃຫ້ຮູ້ດ້ານເນື້ອໃນ, ຮູບການລວມຂອງການສະເຫຼີມສະຫຼອງວັນດັ່ງກ່າວ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວຕື່ມວ່າ: ສໍາລັບກິດຈະກໍາທົ່ວໄປ: 1) ຈັດຕັ້ງປາຖະກະ ຖາມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດຕະຫຼອດໄລຍະ 75 ປີ; 2) ຈັດຕັ້ງຢ້ຽມຢາມ, ອວຍ ພອນ ແລະ ມອບຂອງຂວັນໃຫ້ຄອບຄົວອະດີດການນຳແນວລາວສ້າງຊາດ ລຸ້ນທີ 1, 2 ແລະ ຂັ້ນທ້ອງຖິ່ນ; 3) ຈັດງານວາງສະແດງ ວັດທະນະທຳຊົນເຜົ່າ (ທີ່ສວນພຶກສາ); 4) ບູລະນະສ້ອມແປງຫໍມູນເຊື້ອ ແລະ ຖໍ້າແນວລາວຮັກຊາດ ຢູ່ແຂວງຫົວພັນ; 5) ຊຸກຍູ້ຂະບວນການລົບລ້າງຄວາມທຸກຍາກ ແລະ ສ້າງບ້ານປອດຢາເສບຕິດ; 6) ຊຸກຍູ້ຂະບວນການ 9 ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງອົງການແນວລາວສ້າງຊາດ; 7) ບັນດາແຂວງໃຫ້ຈັດກິດຈະກຳໃດໜຶ່ງ ທີ່ສະແດງເຖິງມູນເຊື້ອຂອງແນວລາວສ້າງຊາດ; 8) ຈັດຕັ້ງການແຂ່ງຂັນກິລາສິລະປະວັນນະຄະດີ, ຂັບລຳ, ແຕ່ງເພງ, ບົດກະວີ, ຍ່າງ ແລະ ຟ້ອນລຳວົງມະຫາສາມັກຄີ ໂດຍມີຊຸດນຸ່ງ 50 ເຜົ່າ, ເພດໄວ, ຊຸດນຸ່ງທຸກສາສະໜາ ຮ່ວມກັບສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ແຫ່ພະໄຕປີດົກ ແລະ ອື່ນໆ; 9) ກິດຈະກຳວາງສະ ແດງຮູບພາບການເຄື່ອນໄຫວ, ສ້າງສາລະຄະດີ 75 ປີ, ສ້າງສະປອດໂຄສະນາຜ່ານສື່, ຕິດປ້າຍໂຄສະ ນາຕາມສຳນັກງານ-ອົງການ, ຄົວເຮືອນຂອງຄະນະກຳມະການແນວລາວສ້າງຊາດທຸກໆທ່ານ, ອົງການພາຄີ ແລະ ທົ່ວປວງຊົນ. ປັດຈຸບັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໄດ້ແຕ່ງຕັ້ງ 3 ອະນຸກໍາມະການເພື່ອກະກຽມ ເປັນຕົ້ນອະນຸກຳມະການເນື້ອໃນ ແລະ ເສດຖະກິດ; ອະນຸກຳມະການໂຄສະນາ-ຂະບວນການ ແລະ ບຸກຄະລາກອນ-ຍ້ອງຍໍ; ອະນຸກຳມະການພິທີການ, ສະຖານທີ່, ປ້ອງກັນ ແລະ ຮັກສາສຸຂະພາບ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຍັງໄດ້ຕາງໜ້າຄະນະປະຈໍາ ສນຊ ກໍຄືຕາງໜ້າກຳມະການແນວລາວສ້າງຊາດທຸກຂັ້ນທົ່ວປະເທດ ຂໍເຊີນຊວນທຸກພາກສ່ວນການຈັດຕັ້ງພັກ-ລັດ, ອົງການພາຄີ, ການຈັດຕັ້ງສັງຄົມ ແລະ ປະຊາຊົນລາວບັນດາເຜົ່າທັງພາຍໃນ ແລະ ພີ່ນ້ອງເຊື້ອສາຍລາວຢູ່ຕ່າງປະເທດ ປະກອບສ່ວນເຂົ້າໃນການກະກຽມສະເຫຼີມສະຫຼອງ 75 ປີ ວັນສ້າງຕັ້ງແນວລາວສ້າງຊາດ ຕິດພັນກັບ 3 ວັນປະຫວັດສາດ ແລະ ວັນສໍາຄັນອື່ນໆ ຂອງພັກຂອງຊາດ ຄືໄດ້ກ່າວມານັ້ນດ້ວຍການສ້າງຂະບວນການຜະລິດ, ສ້າງຄວາມເຂັ້ມແຂງ, ສ້າງຜົນງານ ແລະ ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ-ປອດໄພ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ແລະ ການອົງການປົກຄອງເຂດຕົນຢູ່ອາໄສ, ຮັກສາຄວາມສະອາດງາມຕາຕາມສະຖານທີ່ຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນປະຫວັດສາດດັ່ງກ່າວໃນປີ 2025 ນີ້ ໃຫ້ມີເນື້ອໃນ ແລະ ບັນຍາກາດຟົດຟື້ນ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ອົງການກາແດງແຫ່ງຊາດລາວ ວາງພວງມະລາ ແລະ ວາງກະຕ່າດອກໄມ້ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ

ໃນວັນທີ 12 ພະຈິກ 2025 ນີ້, ການນໍາຂອງອົງການກາແດງແຫ່ງຊາດລາວໄດ້ເຂົ້າວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ)ແລະ ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນ ປະທານໄກສອນ ພົມວິຫານ
ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ພະແນກການເງິນລົງຊຸກຍູ້ວຽກງານຮອບດ້ານຢູ່ ເມືອງ ບໍ່ແຕນ

ໃນວັນທີ 10ພະຈິກຜ່ານມານີ້້, ຄະນະພະແນກການເງິນແຂວງໄຊຍະບູລີໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງບໍ່ແຕນ ຊຶ່ງນຳໂດຍທ່ານ ປະຖົມ ບຸນຍາວົງຮອງຫົວໜ້າພະແນກ ການເງິນແຂວງ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ການຈັດຕັງປະຕິບັດແຜນງົບປະມານແຫ່ງລັດຢູ່ເມືອງບໍ່ແຕນໃນໄລຍະ 10 ເດືອນ ແລະ 2 ເດືອນທ້າຍປີ 2025.
ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ກອງປະຊຸມສະຫຼຸບຜົນການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ

ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ ແລະ ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 192/ອອປສ, ລົງວັນທີ 12 ມີນາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ແຜນການເຄື່ອນໄຫວ ຂອງຄະນະຮັບຜິດຊອບຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (10/2010–10/2025) ພາຍໃຕ້ການເປັນປະທານ ແລະ ມອບໃບຍ້ອງຍໍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ),ທ່ານ ນາງ ບຸນຄຳ ວິລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຮອງປະທານ ຄຄຊ ບັນດາອະດີດພະນັກງານ ແລະ ບັນດາພະນັກງານທີ່ປະກອບສ່ວນໃນວຽກງານສ້າງຕັ້ງຕະຫຼາດທຶນ, ບັນດາຜູ້ມີສ່ວນຮ່ວມ ແລະ ອົງການຈັດຕັ້ງສາກົນກ່ຽວຂ້ອງ ເຂົ້າຮ່ວມ.
ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ປີ 2025 ເມືອງແກ່ນທ້າວ ເກັບລາຍຮັບໄດ້ແລ້ວ9,500 ລ້ານກວ່າກີບ

ໃນວັນທີ 11 ພະຈິກ 2025 ນີ້, ທ່ານ ປະຖົມ ບຸນຍາວົງ ຮອງຫົວໜ້າພະແນກການເງິນແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຊຸກຍູ້ການເກັບລາຍຮັບທ້າຍປີ 2025 ຢູ່ເມືອງແກ່ນທ້າວ, ໂດຍມີ ທ່ານ ບຸນຊູ ບຸນພັກດີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າ, ຮອງຫົວໜ້າໜ່ວຍງານ ແລະ ພະນັກງານຫ້ອງການ-ການເງິນເມືອງເຂົ້າຮ່ວມ.
ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເມືອງຫຼວງນໍ້າທາ ເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫຼວງນໍ້າທາ ແຂວງຫຼວງນໍາທາ ໄດ້ຈັດພິທີເປີດຂະບວນການສັກຢາປ້ອງກັນພະຍາດສັດແຫ່ງຊາດ ປະຈຳປີ 2025 ຂຶ້ນໃນຕອນເຊົ້າຂຶ້ນວັນທີ 11 ພະຈິກນີ້ ທີ່ບ້ານພຽງງາມ ເມືອງຫຼວງນໍ້າທາ ໂດຍມີທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໜ່ວຍພັກກົມເລຂານຸການ-ການນຳ ດໍາເນີນຊີວິດການເມືອງທ້າຍສະໄໝ

ໃນອາທິດຜ່ານມາ,ໜ່ວຍພັກກົມເລຂານຸການ-ການນຳ, ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝແລະ ທາບທາມເນື້ອໃນ ແລະ ບຸກຄະລາກອນ ຮອບທີ II ຂຶ້ນ; ໂດຍການເປັນປະທານ ຂອງ ສະຫາຍ ຜາຄໍາ ອິນແສງ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາກົມ ເຊິ່ງມີບັນດາສະຫາຍຕາງໜ້າກົມພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານສະມາຊິກພັກພາຍໃນກົມເຂົ້າຮ່ວມ
ເພີ່ມເຕີມ