ໃນພາກພື້ນອາຊີ, ສ ເກົາຫຼີ ພວມເກີດມີສະພາບອາກາດຮ້ອນເອົ້າແກ່ຍາວເປັນເວລາຫຼາຍວັນ, ສະເພາະໃນວັນທີ 9 ສິງຫາ ຜ່ານມາ, ມີ 203 ກໍລະນີເປັນພະຍາດກ່ຽວຂ້ອງກັບສະພາບອາກາດຮ້ອນເອົ້າ. ອຸນຫະພູມຢູ່ບາງເຂດໄດ້ຮັບການແຈ້ງເຕືອນອາດຈະຂຶ້ນເຖິງເກືອບ 35 ອົງສາ.
ສະພາບອາກາດຮ້ອນເອົ້າກໍເກີດຂຶ້ນຢູ່ຮົງກົງ (ປະເທດຈີນ), ໂດຍອຸນຫະພູມໃນວັນທີ 9 ສິງຫາ ຜ່ານມາ ຢູ່ໃນລະດັບ 36.9 ອົງສາ ຊຶ່ງເປັນລະດັບສູງສຸດນັບແຕ່ປີ 1884. ຄາດວ່າ ສະພາບການດັ່ງກ່າວຈະແກ່ຍາວຮອດວັນທີ 12 ສິງຫາ ນີ້.
ໃນຂະນະດຽວກັນ, ຢູ່ ຟີລິບປິນ ກໍພວມຮັບມືກັບສະພາບອາກາດຮຸນແຮງເມື່ອລົມມໍລະສຸມຕາເວັນຕົກສ່ຽງໃຕ້ເພີ່ມຂຶ້ນ ສົມທົບກັບພາຍຸລູກໝູນເຂດຮ້ອນ ໄດ້ສົ່ງຜົນກະທົບເຖິງ 380,000 ກວ່າຄົນ. ຕາມສະຖິຕິແລ້ວ, ຢ່າງໜ້ອຍສຸດມີ 6 ຄົນເສຍຊີວິດ ແລະ ອີກ 7 ຄົນຖືກບາດເຈັບ.
ຢູ່ແຂວງເຈື້ອຈຽງ, ທາງທິດຕາເວັນອອກຂອງປະເທດ ຈີນ, ພະຍຸ Dolphin ໄດ້ພັດເຂົ້າໃນວັນທີ 9 ສິງຫາ ຜ່ານມາ ເຮັດໃຫ້ນັບແສນຄົນຕ້ອງອົບພະຍົບ ແລະ ຖ້ຽວບິນ 1.700 ກວ່າຖ້ຽວ ຕ້ອງຖືກຍົກເລີກ.
ຢູ່ທະວີບອາເມຣິກາ, ແຂວງບຣິຕິຊ ໂຄລຳເບຍ ທາງທິດຕາເວັນຕົກ ຂອງປະເທດການາດາ ຕ້ອງປະກາດສະພາບການສຸກເສີນຍ້ອນເຫດໄຟໄໝ້ປ່າໃນວັນທີ 8 ສິງຫາ ຜ່ານມາ ລຸກລາມຢ່າງວ່ອງໄວ, ເຮັດໃຫ້ປະຊາຊົນ 20,000 ກວ່າຄົນຕ້ອງອົບພະຍົບໃນຕອນກາງຄືນ.
ຢູ່ ສະຫະລັດ ອາເມຣິກາ, ປະຊາຊົນນັບລ້ານຄົນຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດ ໄດ້ຮັບການແຈ້ງເຕືອນກ່ຽວກັບສະພາບ ຝົນຕົກໜັກ ແລະ ນໍ້າແກ່ງນໍ້າຊຸ.
ຄໍາເຫັນ