ວິທະຍຸກະຈາຍສຽງຫວຽດນາມລາຍງານ ຫວ່າງມໍ່ໆມານີ້ວ່າ: ບັນດານັກຊ່ຽວຊານໄດ້ກ່າວເຕືອນສະພາບອາກາດຮ້ອນຮ້າຍແຮງພວມນາບຂູ່ພາກພື້ນເອີຣົບໃຕ້, ດ້ວຍລະດັບອຸນຫະພູມທີ່ໄດ້ຮັບການພະຍາກອນອາດຈະບັນລຸລະດັບປະຫວັດສາດ 50 ອົງສາ. ໃນໄລຍະບໍ່ເທົ່າໃດວັນຜ່ານມານີ້, ຫຼາຍເຂດຢູ່ແອັດສະປາຍ ຖືກຜົນກະທົບດ້ວຍລະດັບອຸນຫະພູມສູງຂຶ້ນເຖິງ 44 ອົງສາ. ອາກາດແຫ້ງບວກກັບແດດກ້າແມ່ນສາເຫດທີ່ພາໃຫ້ເກີດໄຟໄໝ້ປ່າຢ່າງຮ້າຍແຮງໃນທົ່ວປະເທດແອັດສະປາຍ ແລະ ຝຣັ່ງ, ເຮັດໃຫ້ນັບພັນຄົນຕ້ອງດຳເນີນການຍົກຍ້າຍໂດຍດ່ວນ. ຕາມຂໍ້ສັງເກດຂອງນັກຊ່ຽວຊານຫຼາຍທ່ານແລ້ວ, ອຸນຫະພູມໃນພາກພື້ນນີ້ ອາດຈະກາຍລະດັບ 50 ອົງສາໃນທ້າຍລະດູຮ້ອນນີ້ ຫຼື ປີໜ້າ, ເມື່ອຖືກຜົນກະທົບຈາກປະກົດການແອວນີໂຢບັນລຸລະດັບຄວາມຮ້ອນສູງສຸດ.
ສ່ວນຢູ່ ຍີ່ປຸ່ນ ພວມປະເຊີນໜ້າກັບສະພາບອາກາດຮຸນແຮງທີ່ເປັນອັນຕະລາຍ ເມື່ອມີຫຼາຍເຂດເກີດມີອາກາດຮ້ອນດ້ວຍລະດັບອຸນຫະພູມສູງເຖິງ 38 ອົງສາ, ແຕ່ຢູ່ເຂດ Kanto – Koshin ຂອງ ຍີ່ປຸ່ນ ມີຝົນຕົກໜັກ. ອົງການອຸຕຸນິຍົມ ຍີ່ປຸ່ນ ໄດ້ປະກາດຄຳແຈ້ງເຕືອນ “ຝົນຕົກໜັກລະດັບ 4” ໃນລະດັບແຈ້ງເຕືອນທັງໝົດ 5 ຂັ້ນຂອງຍີ່ປຸ່ນ ຢູ່ນະຄອນ Fukaya, ແຂວງ Saitama; ແຈ້ງເຕືອນຄວາມສ່ຽງເກີດນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ຫຼາຍແຫ່ງ.
ຄໍາເຫັນ