ຫຼາຍພາກສ່ວນ ເຂົ້າອວຍພອນຄະນະນໍາ ກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ຫຼາຍພາກສ່ວນ ເຂົ້າອວຍພອນຄະນະນໍາ ກະຊວງປ້ອງກັນປະເທດ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ
ໃນວັນທີ 17 ມັງກອນ 2024, ຄະນະນໍາກະຊວງປ້ອງກັນປະເທດ ນໍາໂດຍ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການເຂົ້າອວຍພອນຈາກຫລາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ
ສຳລັບ ຄະນະທີ່ມາອວຍພອນໃນຄັ້ງນີ້ ປະກອບມີ: ຄະນະຈັດຕັ້ງສູນກາງພັກ; ຄະນະພົວພັນຕ່າງ ປະເທດສູນກາງພັກ; ຄະນະປະຈໍາສະພາແຫ່ງຊາດ; ຄະນະກຳມະທິການ ປກຊ-ປກສ ແຫ່ງຊາດ; ກະ ຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ຫ້ອງວ່າການສໍານັກງານປະທານປະເທດ; ສານປະຊາຊົນສູງສຸດ, ກະຊວງ ການຕ່າງປະເທດ; ກະຊວງ ພະລັງງານ ແລະ ບໍ່ແຮ; ຄະນະນໍາແຂວງ ໄຊສົມບຸນ; ຄະນະກວດກາສູນກາງພັກ; ສະຖາບັນການເມືອງ-ການປົກຄອງ ແຫ່ງຊາດ; ກະຊວງພາຍໃນ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສູນກາງສະຫະພັນກຳມະບານລາວ; ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ກະຊວງສາທາລະນະສຸກ; ກົມ 504 ກະຊວງ ປກສ. ພ້ອມນີ້ ຍັງມີບໍລິສັດ ລັດວິສາຫະກິດພັດທະນາ ກະສິ ກຳ-ອຸດສາຫະກຳ ແລະ ບໍລິການຂາອອກ-ຂາເຂົ້າ ຈໍາກັດ; ບໍລິສັດ ລາວ ຣູສເທັກຄອມ ຈໍາກັດ; ບໍລິສັດ ເອັກດີເອວ ບໍ່ແຮ່ ຈໍາກັດ; ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ໂຮງແຮງດອນຈັນ ຊຶ່ງໄດ້ນໍາເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນໄຊອັນປະເສີດ ເຂົ້າອວຍ ພອນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ.
ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ກໍໄດ້ຕາງໜ້າໃຫ້ຄະນະພັກ ຄະນະນໍາກະຊວງປ້ອງກັນປະເທດ ສະແດງຄວາມຂອບອົກ ຂອບໃຈ ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ແກ່ທຸກພາກສ່ວນ ຈົ່ງມີ ສຸຂະພາບເຂັ້ມແຂງ, ອາຍຸໝັ້ນຂວັນຍືນ ມີຜົນສໍາເລັດໃນໜ້າທີ່ການເມືອງ ຂອງຕົນທຸກປະການ.ຂ່າວ ສົມຫວັງ ພາບ ເກດສະໜາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ