ນັກກິລາແລ່ນວີຣັນ ຫຼື "Team We Run" ກຽມແລ່ນຕາມເສັ້ນທາງໄລຍະ 385 ກິໂລແມັດ

ຫຼາຍພາກສ່ວນ ສືບຕໍ່ຊຸກຍູ້ໂຄງການແລ່ນ ເພື່ອການກຸສົນ 385 ກິໂລແມັດ

ຫຼາຍພາກສ່ວນ ສືບຕໍ່ຊຸກຍູ້ໂຄງການແລ່ນ ເພື່ອການກຸສົນ 385 ກິໂລແມັດ
ບໍລິສັດ ລາວ ໂຕໂຢຕ້າ ຮ່ວມກັບ ບໍລິສັດ ນໍ້າເທີນ 2 ແລະ ຜະລິດຕະພັນນໍ້າດື່ມກາຫົວເສືອ ບໍລິສັດ ເບຍລາວ ຈຳກັດ ສືບຕໍ່ສະໜັບສະໜູນໂຄງການແລ່ນ

ຄັ້ງທີ 10 ສົ່ງເສີມທີມນັກກິລາແລ່ນວີຣັນ ຫຼື "Team We Run" ກຽມແລ່ນຕາມເສັ້ນທາງໄລຍະ 385 ກິໂລແມັດ ລະດົມທຶນການກຸສົນ ໃຫ້ບັນລຸເປົ້າໝາຍ 1 ຕື້ກີບ ເພື່ອຊ່ວຍເຫຼືອໂຮງໝໍເພື່ອນລາວ ສຳລັບເດັກນ້ອຍທີ່ແຂວງຫຼວງພະບາງ ແລະ ຜູ້ປະສົບໄພນໍ້າຖ້ວມ ເຂດພາກເໜືອ ໂດຍສະເພາະແມ່ນແຂວງຫຼວງນໍ້າທາ.

ພິທີຖະແຫຼງຂ່າວການກະກຽມຄວາມພ້ອມແລ່ນໃນຄັ້ງນີ້ ຈັດຂຶ້ນໃນວັນທີ 15 ຕຸລາ ຜ່ານມາທີ່ສູນຈຳໜ່າຍ Toyota Square Parkson ໂດຍມີ ທ່ານ ຄຸນິຮິໂກະ ອິນາດະ ຜູ້ອໍານວຍການ ບໍລິສັດ ລາວ ໂຕໂຢຕ້າ ໃນນາມຜູ້ສະໜັບສະໜູນຫຼັກ, ທ່ານ ອໍາມະລິດ ຈັນທະລັງສີ ຕົວແທນຈາກ ບໍລິສັດ ນໍ້າເທີນ 2 ແລະ ທ່ານ ນາງ ຂັນຄໍາ ບຸຊາຕີ ຕົວແທນຈາກນໍ້າດື່ມຫົວເສືອ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ, ນັກກິລາແລ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄາໂລ ບາຄາລ້າ ນັກກິລາແລ່ນຊາວຟີລິບປິນ ຜູ້ລິເລີ່ມໃນການແລ່ນ 385 ກິໂລແມັດ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ເພື່ອເດັກນ້ອຍ ກ່າວວ່າ: ກິດຈະກຳແລ່ນ ເພື່ອການກຸສົນແລ່ນ 385 ກິໂລແມັດ ເພື່ອເດັກນ້ອຍ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ, ທີມວີຣັນ ໄດ້ຈັດໃຫ້ມີການແລ່ນການກຸສົນ ເພື່ອລະດົມທຶນເຂົ້າກອງທຶນຂອງໂຮງໝໍເພື່ອນລາວ ສຳລັບເດັກນ້ອຍທີ່ ນະຄອນຫຼວງພະບາງ. ໃນເດືອນຕຸລານີ້ ນັກແລ່ນຈາກທີມວີຣັນ ຈະໄດ້ສືບຕໍ່ພາລະກິດການແລ່ນ 385 ກິໂລແມັດ ເປັນປີທີ 10 ແຕ່ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອລະດົມທຶນເຂົ້າກອງທຶນຂອງໂຮງໝໍເດັກດັ່ງກ່າວ.

ທ່ານ ຄາໂລ ບາຄາລ້າ ກ່າວອີກວ່າ: ການລະດົມທຶນຊ່ວຍໂຮງໝໍເດັກດັ່ງກ່າວ ກໍຍ້ອນວ່າ ໂຮງໝໍເດັກເພື່ອນລາວ ໄດ້ໃຫ້ການປິ່ນປົວເດັກນ້ອຍໃນ ແຂວງຫຼວງພະບາງ ແລະ ບັນດາແຂວງພາກເໜືອຂອງລາວເຮົາ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ. ພ້ອມກັນນັ້ນ, ຍັງໃຫ້ການຝືກອົບຮົມ ບັນດາ ແພດໝໍ ຂອງບັນດາເມືອງ ແລະ ກິດຈະກຳອື່ນ ນຳອີກ. ງານແລ່ນໃນປີນີ້ ຍັງເປັນການລະດົມທຶນ ໄປປະກອບສ່ວນ ຊ່ວຍບັນດາແຂວງພາກເໜືອທີ່ຖືກຜົນກະທົບ ຈາກໄພນໍ້າຖ້ວມ ຕື່ມອີກ ຊຶ່ງປີນີ້ ພວກເຮົາໄດ້ຕັ້ງເປົ້າໝາຍໄວ້ 1 ຕື້ກີບ.

ສໍາລັບ ທີມນັກກິລາແລ່ນ ວີຣັນ ຈະເລີ່ມອອກແລ່ນ ຈາກນະຄອນຫຼວງວຽງຈັນ ໃນວັນທີ 21 ຕຸລາ ແລະ ຮອດແຂວງຫຼວງພະບາງ ໃນວັນທີ 25 ຕຸລາ 2024 ຊຶ່ງຈະແລ່ນເປັນໄລຍະທາງ ແລະ ມີການພັກຜ່ອນບາງເຂດທ້ອງຖິ່ນ ໂດຍມີ ນັກແລ່ນຫຼັກ ລວມມີ 4 ທ່ານ ຄື: ທ່ານ ນາງ ວຽງດາລາ ສົມເພັດ (ເອ), ທ່ານ ນາງ ວິລາວອນ ເທບສີເມືອງ (ເປົາໂລ), ທ່ານ ບຸນເຈີ ຄຳມະນີສອນ (ອາເຈີ) ແລະ ທ່ານ ແກ້ວບຸນມີ ສຸວັນນະສິນ (ແກ້ວ).

ນອກນັ້ນ, ຍັງມີນັກແລ່ນອີກຫຼາຍທ່ານຮ່ວມແລ່ນໃຫ້ກຳລັງໃຈ ແລະ ຍັງມີທີມງານຕິດຕາມນຳອີກ. ປີນີ້ເປັນປີແຫ່ງປະຫວັດສາດ ທີ່ທີມວີຣັນ ເລີ່ມແລ່ນແຕ່ເດີນພະທາດຫຼວງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພະບາງ ດ້ວຍໄລຍະທາງ 385 ກິໂລແມັດ. ພ້ອມດຽວກັນນັ້ນ, ຍັງເປັນປີທຳອິດ ທີ່ມີນັກກິລາແລ່ນຍິງ ທີ່ເປັນນັກແລ່ນຫຼັກ ແລະ ນັກແລ່ນຫຼັກທັງໝົດແມ່ນເປັນຄົນລາວ ທີ່ມີຄວາມຕັ້ງໃຈໃນການແລ່ນ ແລະ ເຕັມໃຈ ທີ່ຈະຮັບພາລະກິດ ແລ່ນ ຕັ້ງແຕ່ນະຄອນຫຼວງວຽງຈັນ - ຫຼວງພະບາງ ເພື່ອເດັກນ້ອຍລາວ ຈະໄດ້ເຂົ້າເຖິງການປີ່ນປົວທີ່ມີປະສິດທິພາບ. ນັກແລ່ນທຸກຄົນກຳລັງຂຸ້ນຂ້ຽວໃນການຝຶກຊ້ອມ ກຽມຄວາມພ້ອມຂອງຮ່າງການ ເພື່ອງານນີ້.

ຖ້າຫາກທ່ານມີຄວາມສົນໃຈການກຸສົນ ກໍສາມາດຊ່ວຍໄດ້ໃນຫຼາຍໆດ້ານເຊັ່ນ: ຮ່ວມບໍລິຈາກ-ຜ່ານ QR code ໃນໂພສເຕີ້ ຫຼື ໂອນເຂົ້າບັນຊີ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ຊື່ບັນຊີ: Events for Good (ອີເວັ້ນຟໍກູດ) ບັນຊີເງີນ(ກີບ): 010-11-00-01140755-001 ເນື້ອໃນໃສ່ວ່າ: ບໍລິຈາກ ແລ່ນ 385 ກິໂລແມັດ ຫຼື ແຄບໜ້າຈໍທີ່ທ່ານໂອນ, ສົ່ງຮູບ ແລະ ຊື່ ຂອງທ່ານມາຫາແອັດມິນຜ່ານທາງວອດແອັບ 020 9190 1222 ໂດຍຈະມີການໂພສຮູບຂອງທ່ານລົງຜ່ານທາງ Team We Run and Run Laos Facebook Fan Page ເພື່ອສະແດງຄວາມຂອບໃຈອີກດ້ວຍ.

(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ