ໂດຍສະເພາະແມ່ນອານຸເສດຖະກິດ, ເພື່ອເຮັດໃຫ້ເສດຖະກິດພຽງພໍກັບການໃຊ້ຈ່າຍຕົວຈິງນັ້ນ, ບັນດາລັດວິສາຫະກິດ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ອ້ອມຂ້າງແຂວງ ໄດ້ມອບເງິນອຸປະຖຳເຂົ້າໃນງານບຸນດັ່ງກ່າວ ຊຶ່ງປະກອບມີ: ທະນາຄານພົງສະຫວັນ ມອບເງິນສົດ 150,000,000 ກີບ, ບໍລິສັດ ນໍ້າຮຸ່ງ 1 ໄຮໂດພາວເວີ ຈໍາກັດ 20,000,000 ກີບ, ບໍລິສັດ ລົງທຶນພັດທະນາການທ່ອງທ່ຽວເຊໂນ 10,000,000 ກີບ, ບໍລິສັດ ພົງຊັບທະວີ ກໍ່ສ້າງ ຈໍາກັດ 5,000,000 ກີບ, ບໍລິສັດ ອານຸສິດ ສາຍບ້ານ ສີເມືອງ 1,000,000 ກີບ, ມອບໂດຍຕາງໜ້າຂອງແຕ່ລະພາກສ່ວນ ແລະ ກ່າວຮັບໂດຍແມ່ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີປະທານຈັດງານມະຫາກໍາບຸນຊ້າງ ປະຈໍາປີ 2025.
ໂອກາດດັ່ງກ່າວ, ທ່ານ ຮອງເຈົ້າແຂວງ ກໍໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນຕ່າງໆທີ່ໄດ້ສະລະວັດຖຸເງິນຄໍາ ເຂົ້າໃນການອຸປະຖຳໃນງານບຸນຄັ້ງນີ້, ທັງນີ້ກໍເພື່ອພ້ອມກັນເປັນເຈົ້າພາບທີ່ດີ, ຮັບປະກັນດ້ານເສດຖະກິດໃຫ້ພຽງພໍ, ພ້ອມທັງໄດ້ມອມໃບສົມມະນາຄຸນໃຫ້ກັບບຸກຄົນ, ກົມກອງ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານວັດຖຸເງິນ-ຄໍາ ເຂົ້າໃນງານມະຫາກໍາບຸນຊ້າງປະຈໍາປີ 2025 ຕື່ມອີກ.
(ແຫຼ່ງຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ)
ຄໍາເຫັນ