![]() |
ໃນນີ້, ມີສະມາຄົມທູດທະຫານຕ່າງປະເທດປະຈຳ ສປປ ລາວ ນຳໂດຍສະຫາຍພັນເອກ ສຸຣິຍັນຈິ່ວຈະເລີນ ຫົວໜ້າສະມາຄົມທູດທະຫານ; ກະຊວງການຕ່າງປະເທດນຳໂດຍສະຫາຍ ທອງສະຫວັນ ພົມວິຫານ; ກະຊວງໂຍທາທິການ ແລະ ຂົນສົ່ງນຳໂດຍສະຫາຍ ເຫຼັກໄຫຼ ສີວິໄລ; ກະຊວງກະສິກຳ ແລະ ສິ່ງແວດລ້ອມນຳໂດຍສະຫາຍ ລິນຄຳ ດວງສະຫວັນ; ກະຊວງວັດທະນະທຳ ແລະ ການທ່ອງທ່ຽວນຳໂດຍສະຫາຍ ວັນສີ ກົວມົວ ຮອງລັດຖະມົນຕີ; ກະຊວງການເງິນນຳໂດຍສະຫາຍ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກະຊວງປ້ອງກັນຄວາມສະຫງົບ; ອົງການກາແດງແຫ່ງຊາດລາວ; ກອງພັນໃຫຍ່ 641; ບໍລິສັດລາວໂທລະຄົມ; ສານປະຊາຊົນສູງສຸດ; ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທະນາຄານແຫ່ງ ສປປ ລາວ; ຄະນະຈັດຕັ້ງສູນກາງພັກ; ໂຮງຮຽນທິດສະດີການເມືອງກອງທັບ; ກອງພັນໃຫຍ່ 11; ແລະສູນກາງແນວລາວສ້າງຊາດພ້ອມດ້ວຍອົງການ ແລະ ຫົວໜ່ວຍອື່ນໆ.
ໃຫ້ກຽດຕ້ອນຮັບໂດຍສະຫາຍພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງກອງທັບ.
ໃນໂອກາດນີ້, ຄະນະນຳກະຊວງປ້ອງກັນປະເທດໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ພາກສ່ວນຕ່າງໆທີ່ໃຫ້ຄວາມສົນໃຈ ແລະ ເຫັນໄດ້ຄວາມໝາຍສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງກອງທັບປະຊາຊົນລາວເປັນກຳລັງຫຼັກແຫ່ງແກ່ນສານໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດພ້ອມທັງປະກອບສ່ວນສຳຄັນໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດເພື່ອໃຫ້ປະເທດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບແລະ ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ.
ຂ່າວ-ພາບ: ໜັງສືພິມກອງທັບ

ຄໍາເຫັນ