ເລຂາພັກແຂວງຄຳມ່ວນ ລົງມອບເຄື່ອງຊ່ວຍເຫຼືອ ເມືອງຄູນຄຳ

ເລຂາພັກແຂວງຄຳມ່ວນ ລົງມອບເຄື່ອງຊ່ວຍເຫຼືອ ເມືອງຄູນຄຳ

ເລຂາພັກແຂວງຄຳມ່ວນ ລົງມອບເຄື່ອງຊ່ວຍເຫຼືອ ເມືອງຄູນຄຳ
ວັນທີ 28 ກໍລະກົດ ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍ ທ່ານ ເດດສັກດາ ມະນີຄຳ ຮອງປະທານອົງການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມຄະນະ ໄດ້ລົງພື້ນທີ່ເມືອງຄູນຄຳ ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນ້ຳຖ້ວມ, ກ່າວ​ຮັບ​ໂດຍທ່ານ ຄຳປ່ຽນ ມະນີຄຳ ເລຂາພັກເມືອງຄູນຄຳ, ມີບັນດາຫົວໜ້າພະແນກການຂອງແຂວງ, ການນຳເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເລຂາພກແຂວງຄຳມວນ ລງມອບເຄອງຊວຍເຫອ ເມອງຄນຄຳ - image 1
 

ການມອບເຄື່ອງຄັ້ງນີ້ປະກອບມີເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 300 ລ້ານກີບ ເປັນການສະໜັບສະໜູນຈາກ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ເພື່ອນຳໄປແຈກຢາຍໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຊ່ວງຕົ້ນເດືອນກໍລະກົດຜ່ານມາ.

ຈາກນັ້ນ ຄະນະໄດ້ລົງຕິດຕາມກວດກາຄວາມເສຍຫາຍຂອງຄອງຊົນລະປະທານ ບ້ານນາກາງ ທີ່ໄດ້ຮັບຄວາມເສຍຫາຍຈາກພາຍຸໄມ້ສັກ ເປັນໄລຍະປະມານ 85 ແມັດ ເພື່ອຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງເລັ່ງສໍາຫຼວດ, ຈັດສັນງົບປະມານ ແລະ ດຳເນີນການສ້ອມແປງໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ເພື່ອຮອງຮັບການຜະລິດກະສິກຳຂອງປະຊາຊົນ.

ໂອກາດດຽວກັນ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ການດຳເນີນທຸລະກິດຂອງ ບໍລິສັດ ລ້ານຊ້າງ ຊີມັງ ຈຳກັດ ທີ່ຕັ້ງຢູ່ບ້ານຄູນເງິນໂດຍຕາງໜ້າບໍລິສັດໄດ້ລາຍງານສະພາບໂດຍລວມການດໍາເນີນທຸລະກິດໃນຜ່ານມາ ລວມເຖິງການຈ້າງງານ ພ້ອມທັງສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກບາງດ້ານທີ່ຕິດພັນກັບການດໍາເນີນທຸລະກິດ ເພື່ອຂໍໃຫ້ການນຳແຂວງພິຈາລະນາຊ່ວຍແກ້ໄຂ.

ໂອກາດນີ້ ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນແລກປ່ຽນ ທັງຍິນດີຮັບເອົາການສະເໜີຂອງບໍລິສັດ ໄປຄົ້ນຄວ້າ ເພື່ອສ້າງສິ່ງອໍານວຍຄວາມສະດວກຮອບດ້ານແກ່ການດຳເນີນທຸລະກິດ, ພ້ອມທັງຊີ້ນຳໃຫ້ບໍລິສັດສືບຕໍ່ສົ່ງເສີມສີມືແຮງງານລາວໃຫ້ຫຼາຍຂຶ້ນ, ຍົກລະດັບທັກສະວິຊາຊີບໃຫ້ພະນັກງານລາວເພື່ອສ້າງກຳລັງແຮງງານທີ່ມີຄຸນນະພາບ. ພ້ອມກັນນັ້ນ ໃຫ້ສືບຕໍ່ປະກອບສ່ວນຮັບຜິດຊອບຕໍ່ສັງຄົມ ດ້ວຍການຊ່ວຍພັດທະນາຊຸມຊົນ, ສະໜັບສະໜູນໂຮງໝໍ, ສຸກສາລາ, ໂຮງຮຽນ ແລະ ວຽກງານສາທາລະນະປະໂຫຍດທີ່ຈຳເປັນ. ສິ່ງສໍາຄັນໃຫ້ເພີ່ມທະວີສົ່ງເສີມຖ່າຍທອດເຕັກນິກການຜະລິດ, ການປູກຝັງ ແລະ ການລ້ຽງສັດແບບທັນສະໄໝໃຫ້ແກ່ປະຊາຊົນ, ເພື່ອປະກອບສ່ວນຍົກລະດັບຄຸນນະພາບຊີວິດ, ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນໃຫ້ເຕີບໂຕຢ່າງໜັ້ນຄົງ ແລະ ຍືນຍົງ.

ຂ່າວ : ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫຼວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.
ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້ ທີ່ ແຂວງວຽງ​ຈັນ, ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10, ສະມາຊິກສະພາປະຊາຊົນແຂວງວຽງ​ຈັນແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 2021-2025, ພ້ອມວາງທິດທາງແຜນການ 5 ປີ 2026-2030, ໃນວັນທີ 25 ພະຈິກນີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງ, ມີປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ການນຳແຂວງ, ພະແນກການແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເພີ່ມເຕີມ