ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ
ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.

ກອງປະຊຸມຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ຢູ່ແຂວງຄໍາມ່ວນ ໃນວັນທີ 23 ກັນຍາ 2026, ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄໍາເຫັນໂອ້ລົມວ່າ: ຕະຫຼອດໄລຍະ 5 ປີຜ່ານມາ, ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນຂອງແຂວງ ໄດ້ເອົາໃຈໃສ່ນໍາພາ ແລະ ຈັດຕັ້ງວຽກງານກວດກາຕາມຂອບເຂດ ແລະ ພາລະບົດບາດຂອງຕົນ ປະກອບມີ ການຕິດຕາມ-ກວດກາພາຍໃນພັກ, ກວດກາການຄຸ້ມຄອງ-ບໍລິຫານລັດ, ການສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ, ກວດກາຕາມຄໍາສັ່ງ ແລະ ກວດກາຕາມຜົນການກວດສອບ; ພ້ອມທັງສຸມໃສ່ການຕິດຕາມ-ກວດກາໂຄງການລົງທຶນຂອງລັດ, ກວດກາການຄຸ້ມຄອງຂອງບັນດາພະແນກການ ແລະ ລັດວິສາຫະກິດ, ຕິດຕາມການຈັດຕັ້ງຄໍາສັ່ງ ເລກທີ 15/ນຍ ກ່ຽວກັບການຂຸດຄົ້ນ-ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ສືບສວນ-ສອບສວນບຸກຄົນ ແລະ ເປົ້າໝາຍທີ່ມີພຶດຕິກໍາສໍ້ລາດບັງຫຼວງ ລວມເຖິງການຮັບ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຂອງສະມາຊິກພັກ, ພະນັກງານ ແລະ ພົນລະເມືອງ ຊຶ່ງຜ່ານການຕິດຕາມ-ກວດກາ ສາມາດເຫັນໄດ້ທັງດ້ານດີ, ຜົນສໍາເລັດ ແລະ ດ້ານອ່ອນ-ຂໍ້ຄົງຄ້າງໃນການນໍາພາຂອງຄະນະພັກ ແລະ ການຄຸ້ມຄອງຂອງອົງການປົກຄອງແຕ່ລະຂັ້ນ, ການກວດກາພົບການລະເມີດກົດໝາຍ-ລະບຽບການ ທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວັດຖຸ ແລະ ຊັບສິນຂອງລັດ, ພ້ອມທັງມີການເກັບກູ້ຄືນບາງສ່ວນ, ມີການສືບສວນ-ສອບສວນພະນັກງານ ແລະ ບໍລິສັດບາງແຫ່ງທີ່ມີພຶດຕິກໍາສໍ້ລາດບັງຫຼວງ ແລະ ດໍາເນີນການສຶກສາອົບຮົມ, ລົງວິໄນທາງບໍລິຫານ ຫຼື ດໍາເນີນຄະດີຕາມກົດໝາຍ. ຜົນດັ່ງກ່າວ ໄດ້ປະກອບສ່ວນໃຫ້ການນໍາພາຂອງພັກ ແລະ ການຄຸ້ມຄອງລັດຂັ້ນຕ່າງໆສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ປະຊາຊົນມີສະຕິເຄົາລົບລະບຽບກົດໝາຍຫຼາຍຂຶ້ນ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ເນັ້ນວ່າ ວຽກງານກວດກາຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ມີທັງການສວຍໃຊ້ໜ້າທີ່ຕໍາແໜ່ງ, ການລະເມີດລະບຽບການ ແລະ ການສໍ້ລາດບັງຫຼວງ, ບາງບ່ອນການແກ້ໄຂຜົນການກວດກາຍັງຊັກຊ້າ ຫຼື ບໍ່ເດັດຂາດ, ການຄຸ້ມຄອງ-ຕິດຕາມໂຄງການລົງທຶນກໍ່ສ້າງບາງສ່ວນຍັງບໍ່ສອດຄ່ອງຕາມຂັ້ນຕອນ, ການແກ້ໄຂພະນັກງານທີ່ມີພຶດຕິກໍາອາດຍາສິດ ແລະ ສໍ້ລາດບັງຫຼວງຍັງບໍ່ທັນເຂັ້ມງວດ, ການເກັບກູ້ຄືນຊັບສິນ ແລະ ເງິນທີ່ກວດກາພົບຍັງເຮັດໄດ້ໜ້ອຍ. ນອກນັ້ນ ການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງບາງກໍລະນີຍັງຊັກຊ້າ ແລະ ການປະສານງານລະຫວ່າງຂະແໜງການບາງສ່ວນຍັງບໍ່ກົມກຽວ.

ສໍາລັບໄລຍະຕໍ່ໜ້າ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຮຽກຮ້ອງໃຫ້ທຸກຂັ້ນເພີ່ມທະວີວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ແຂງແຮງ, ທົ່ວເຖິງ ແລະ ແທດເຖິງຕົວຈິງ. ໃນນັ້ນ ເນັ້ນໃຫ້ຄົ້ນຄວ້າ-ເຊື່ອມຊຶມແນວທາງຂອງພັກ ແລະ ນະໂຍບາຍຂອງລັດກ່ຽວກັບວຽກງານກວດກາ, ຕິດຕາມການຜັນຂະຫຍາຍມະຕິ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງແລະ ໜັກແໜ້ນ, ແບບແຜນນໍາພາ-ວິທີເຮັດວຽກຂອງຄະນະພັກ ແລະ ຜູ້ນໍາຂັ້ນຕ່າງໆ. ພ້ອມກັນນີ້ ໃຫ້ເອົາໃຈໃສ່ຕິດຕາມ-ກວດກາການບໍລິຫານລັດ, ການປະຕິບັດມະຕິ, ຄໍາສັ່ງ, ກົດໝາຍ ແລະ ລະບຽບການ, ສືບຕໍ່ກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ແລະ ຕິດຕາມການແກ້ໄຂຜົນການກວດກາ, ເພີ່ມທະວີການສຶກສາອົບຮົມສະມາຊິກພັກ-ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນ ໃຫ້ຮັບຮູ້ເຖິງໄພອັນຕະລາຍຂອງການສໍ້ລາດບັງຫຼວງ, ເອົາໃຈໃສ່ແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງສະມາຊິກພັກ, ພະນັກງານ ແລະ ພົນລະເມືອງຢ່າງຈິງຈັງ, ຖືກຕ້ອງຕາມພາລະບົດບາດ ແລະ ກົດໝາຍ, ສືບຕໍ່ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນວຽກງານກວດກາກັບບັນດາແຂວງ, ປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ ເພື່ອຄົ້ນຄວ້າຖອດຖອນບົດຮຽນມາໝູນໃຊ້ໃຫ້ເໝາະສົມກັບຈຸດພິເສດ ແລະ ເງື່ອນໄຂຕົວຈິງຂອງແຂວງ, ເອົາໃຈໃສ່ປັບປຸງກົງຈັກ ແລະ ບໍາລຸງກໍ່ສ້າງພະນັກງານກວດກາໃນແຕ່ລະຂັ້ນ ລວມເຖິງຂັ້ນຕາແສງ, ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ປະສົບການພຽງພໍຕໍ່ໜ້າວຽກ, ພ້ອມທັງຝຶກອົບຮົມທັງດ້ານວຽກງານກວດກາ, ວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງຢ່າງຕໍ່ເນື່ອງ, ຄະນະພັກ ແລະ ການນໍາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາ-ຊີ້ນໍາຢ່າງເລິກເຊິ່ງ ຕໍ່ວຽກງານຕິດຕາມ-ກວດກາ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ດ້ວຍການຕິດຕາມ-ກວດກາ ເປັນປົກກະຕິ ຕໍ່ການຈັດຕັ້ງ, ສະມາຊິກພັກ-ພະນັກງານ ຕາມຂັ້ນຄຸ້ມຄອງຂອງຕົນ, ສິ່ງສໍາຄັນ ບັນຫາເກີດຂຶ້ນຢູ່ບ່ອນໃດແມ່ນ ຄະນະພັກ ແລະ ການນໍາຢູ່ບ່ອນນັ້ນ ຕ້ອງເປັນເຈົ້າການແກ້ໄຂຢ່າງທັນການ ແລະ ຂາດຕົວ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ