ທ່ານ ສະເຕຟານ ດູຈາຣິກ ກ່າວຕື່ມວ່າ: ທ່ານ ກູເຕີເຣັສ ໄດ້ສະແດງຄວາມເຫັນໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ, ຫວັງວ່າຜູ້ໄດ້ຮັບບາດເຈັບຈະຫາຍດີໂດຍໄວ. ພ້ອມທັງສະແດງຄວາມເຫັນອົກເຫັນໃຈຕໍ່ບັນດາຜູ້ປະສົບໄພ. ອົງການສະຫະປະຊາຊາດ ຍິນດີໃຫ້ການຊ່ວຍເຫຼືອແກ່ລັດຖະບານຈີນ ແລະ ເນປານໃນການເຄື່ອນໄຫວກູ້ໄພ ແລະ ບັນເທົາທຸກ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ