ທ່ານ ອັນໂຕນີໂອ ກູເຕີເຣັສ ກ່າວໃນກອງປະຊຸມຖະແຫຼງຂ່າວໃນມື້ດຽວກັນວ່າ: ການຂ້າມຜ່ານທາງການເມືອງຂອງຊີຣີກຳລັງກ້າວໄປຂ້າງໜ້າຕາມທິດທາງທີ່ຖືກຕ້ອງ. ອົງການສະຫະປະຊາຊາດຍິນດີຊ່ວຍເຫຼືອຊີຣີຊຸກຍູ້ວຽກງານດ້ານການສອບສວນຄວາມຮັບຜິດຊອບ, ລະບົບຕຸລາການໃນໄລຍະຂ້າມຜ່ານ, ຄວາມປອງດອງກັນຂອງຊົນເຜົ່າ, ການຮ່າງລັດຖະທຳມະນູນ ແລະ ອື່ນໆ.
ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຄົມໂລກສະໜັບສະໜູນດ້ານການເມືອງ, ການມີສ່ວນຮ່ວມດ້ານເສດຖະກິດ ແລະ ການຊ່ວຍເຫຼືອຕົວຈິງຢ່າງຕໍ່ເນຶື່ອງ, ລວມເຖິງການອຳນວຍຄວາມສະດວກໃຫ້ແກ່ການ “ກັບຄືນຢ່າງປອດໄພ, ສະໝັກໃຈ ແລະ ມີກຽດສັກສີ” ຂອງຊາວອົບພະຍົບ ແລະ ຊາວພັດພາກຈາກບ້ານເກີດ.
ຄໍາເຫັນ