ກອງປະຊຸມ ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ

ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ 2 ສະບັບ

ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ 2 ສະບັບ
ທະນາການແຫ່ງ ສປປ ລາວ(ທຫລ) ໄດ້ຈັດກອງປະຊຸມ ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ 2 ສະບັບ ຢູ່ ສປປ ລາວ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ ແລະ ຮ່າງຂໍ້ຕົກລົງ


ວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ໃນວັນທີ 16 ກັນຍາ ຜ່ານມາ, ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ມີພາກທຸລະກິດ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸລິວັດ ສຸວັນນະຈູມຄຳ ກ່າວວ່າ:ຜ່ານມາ ທຫລ ຍັງບໍ່ໄດ້ຜັນຂະຫຍາຍເປັນນິຕິກໍາອັນສະເພາະ ເພື່ອຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເປັນຕາຕ່າງປະເທດ ຢູ່ ສປປ ລາວ ດັັ່ງກ່າວ, ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະ ເງິນສົດໃນສັງຄົມລາວ ຍັງມີການປະຕິບັດບໍ່ເປັນເອກະພາບ ແລະ ບໍ່ມີມາດຕະຖານທີ່ຊັດເຈນ. ສະນັ້ນ, ໂດຍອີງຕາມຄວາມຈໍາເປັນຄື ດັັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາສະເໜີ 2 ນິຕິກໍາທີ່ສໍາຄັນຄື:1. ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວແລະ 2. ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ຊຶ່ງທັງ 2 ນິຕິກໍາດັັ່ງກ່າວ ຈະມີຄວາມສໍາຄັນຄື: 1. ຈະເປັນເຄື່ອງມື ຂອງ ທະນາຄານແຫ່ງ ສປປ ລາວ ລວມທັງພາກສ່ວນກ່ຽວຂ້ອງ ເພື່ອນໍາໃຊ້ເຂົ້າໃນການຄຸ້ມຄອງ ການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຢູ່ພາຍໃນ ສປປ ລາວ; 2. ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເປັນເອກະພາບຕໍ່ການຈັດຕັ້ງປະຕິບັດຂອງ ທຸກພາກສ່ວນທີ່ກ່ຽວຂ້ວງ ທັງສູນກາງ ແລະ ທ້ອງຖິ່ນ, 3. ເພື່ອເປັນການຊຸກຍູ້ສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ລະຫວ່າງປະເທດ ເຮັດໃຫ້ມີລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫຼາຍຍິ່ງຂຶ້ນ.ໂດຍລວມເປົ້າໝາຍສູງສຸດຂອງ ທຫລ ແມ່ນຢາກໃຫ້ທຸກພາກສ່ວນນໍາໃຊ້ເງິນກີບຢ່າງເປັນເອກະພາບ, ນໍາໃຊ້ເງິນຕາຕ່າງປະເທດຢ່າງເປັນລະບຽບຮຽບຮ້ອຍຖືກຕ້ອງຕາມວັດຖຸປະສົງ ແລະ ເປົ້າໝາຍ, ນໍາໃຊ້ເງິນຕາຕ່າງປະເທດຢ່າງປະຢັດ ແລະ ຮັບປະກັນຖານະເງິນຕາຕ່າງປະເທດຊໍາລະກັບຕ່າງປະເທດໃຫ້ມີຄວາມເຂັ້ມແຂງ.

ທ່ານປະທານກອງປະຊຸມ ຈຶ່ງໄດ້ ຮຽກຮ້ອງມາຍັງບັນດາທ່ານ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ຄົ້ນຄວ້າ, ໄຈ້ແຍກບັນຫາ ແລະ ປະກອບຄວາມຄິດຄວາມເຫັນໃນແຕ່ລະບັນຫາ ຢ່າງສ້າງສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມມີຂໍ້ສະຫຼຸບທີ່ລະອຽດ-ຈະແຈ້ງ, ສາມາດນຳເອົາຄວາມຄິດຄວາມເຫັນດັ່ງກ່າວ ໄປປັບປຸງເຂົ້າໃນນິຕິກໍາໃຫ້ມີເນື້ອໃນຄວາມຄົບຖ້ວນສົມບູນ ແລະ ຮັບປະກັນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິຜົນສູງ.

(ຂ່າວ:ຕຸໄລເພັດ ຂໍ້ມູນ ທຫລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ