ເລີ່ມກໍ່ສ້າງທາງເຂົ້າວັດປ່າພິລາວົງບຸດກັດສະກາຣາມບ້ານຈຳປາ ແລະ ບ້ານປັກແຮດ

ເລີ່ມກໍ່ສ້າງທາງເຂົ້າວັດປ່າພິລາວົງບຸດກັດສະກາຣາມບ້ານຈຳປາ ແລະ ບ້ານປັກແຮດ
ພິທີວາງສີລາລືກໂຄງການກໍ່ສ້າງທາງເຂົ້າວັດປ່າສ້າງມັກຄາສູ່ສະຫວັນຕາມຮອຍປະນິທານອົງພະຍອດແກ້ວມະຫາງອນ ດຳລົງບຸນ ທີ່ວັດປ່າພິລາວົງບຸດກັດສະກາຣາມບ້ານຈຳປາ ເມືອງສີໂຄດຕະບອງ ແລະ ບ້ານປັກແຮດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາຜ່ານມາ ມີພະເຖລານຸເຖລະ ພະອາຈານໃຫຍ່ມະຫາບຸນມາ ສິມມາພົມ ປະທານອົງການພຸດທະສາສະໜາສຳພັນລາວ, ທ່ານນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ,ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ພ້ອມດ້ວຍບັນດາການນໍາພັກ-ລັດ, ຄອບຄົວການນໍາ, ອະດີດການນໍາ, ເຈົ້າພາບເຈົ້າສັດທາ, ນັກທຸລະກິດ ແລະ ອອກຕົນຍາດໂຍມເຂົ້າຮ່ວມ.
    ພະອາຈານ ດໍາລົງ ພິມມະຈັກ ເຈົ້າອະທິການວັດປ່າພິລາວົງບຸດກັດສະກາຣາມ ໄດ້ລາຍງານໂຄງການສ້າງວັດ ແລະ ສ້າງທາງເບຕົງວ່າ:ວັດປ່າພິລາວົງບຸດກັດສະກາຣາມໄດ້ສ້າງຂຶ້ນດ້ວຍແຮງເຫຼື້ອມໃສສັດທາຂອງຜູ້ມີບຸນຕັ້ງແຕ່ປີ 2017 ເປັນຕົ້ນທ່ານ ສີພາ ແລະ ນາງ ອິນຊ້ອຍ ພິລາວົງ, ທ່ານ ສົມສະຫງວນ ແລະ ນາງ ສົມພັນ ພິລາວົງ ໄດ້ມອບດິນຂອງຕົນ 10,65 ເຮັກຕາໃຫ້ພະອາຈານໃຫຍ່ອົງພະຍອດແກ້ວມະຫາງອນ ດຳລົງບຸນ ສ້າງເປັນສັງຄາຮາມໃນພະພຸດທະສາສະໜາ, ປີ 2019 ທ່ານ ກຽດຕິສັກ ບຸດກັດສະກາ ໄດ້ມອບດິນຂອງຕົນ 8 ເຮັດຕາ ແລະ ປີ 2022 ຄະນະພັກອົງການປົກຄອງນະຄອນຫຼວງວຽງຈັນມອບດິນດ່ານຈຳປາ 5 ເຮັກຕາໃຫ້ຕື່ມອີກ ໂດຍການສ້າງສາພັດທະນາວັດໄດ້ເຮັດຕາມລໍາດັບມາເລື້ອຍໆ ຕັ້ງແຕ່ພະອາຈານ ປາໂມດ ປະໂມທິໂຕ ເປັນຕົ້ນມາ, ປີ 2022 ພະອາຈານ ດຳລົງ ພິມມະຈັກ ໄດ້ຍ້າຍຈາກວັດທາດຫຼວງເໜືອເຂົ້າມາຢູ່ວັດແຫ່ງນີ້ໄດ້ນໍາພາອອກຕົນຍາດໂຍມພັດທະນາວັດເລື້ອຍໆຈົນຮອດທຸກວັນນີ້ ຊຶ່ງການສ້າງສາພັດທະນາວັດປ່າແຫ່ງນີ້ມີຫຼາຍຢ່າງໃນນັ້ນວຽກບຸລິມະສິດສຳຄັນອັນດັບໜຶ່ງຄືສ້າງຫົນທາງເຂົ້າມາວັດ ໂດຍໄລຍະເຂົ້າມາແຕ່ຖະໜົນເບຕົງໜອງແຕ່ງ-ຕາດມູນບ້ານໃໝ່ເຂົ້າມາເຖິງໜ້າວັດມີຄວາມຍາວ 1.250 ແມັດ ແລະ ຫົນທາງຕັດຜ່ານກາງວັດ 850 ແມັດ ລວມເປັນໄລຍະທາງຍາວ 2.100 ແມັດ ເປັນທາງດິນແດງໃນຍາມຝົນຫົນທາງມີຄວາມລຳບາກຫຼາຍທັງປະຊາຊົນຊາວບ້ານ ອອກຕົນຍາດໂຍມ ແລະ ພະສົງທຽວໄປມາກໍລຳບາກຍ້ອນທາງເປັນຂຸມ ແລະ ຍາມແລ້ງມີຂີ້ຝຸ່ນ. ດັ່ງນັ້ນ, ຈຶ່ງເຫັນວ່າຄວນສ້າງເປັນທາງເບຕົງ ໂດຍວັດປ່າໄດ້ປຶກສາຫາລືກັບອຳນາດການປົກຄອງບ້ານ ເຖົ້າແກ່ແນວໂຮມບ້ານຈຳປາ, ບ້ານປັກແຮດ ເຫັນດີເຫັນພ້ອມກັນ ຈຶ່ງໄດ້ເລີ່ມລົງມືກໍ່ສ້າງຫົນທາງເປັນທາງເບຕົງມີຄວາມຍາວທັງໝົດ 2.100 ແມັດ, ກວ້າງ 8 ແມັດ, ຄວາມໜາ 20 ຊັງຕີແມັດມູນຄ່າ 5 ຕື້ກວ່າກີບ.ສຳລັບເສັ້ນທາງຜ່ານບ້ານສ່ວນໃນເຂດວັດມີຄວາມໜາ 15 ຊັງຕີແມັດ ການສ້າງທາງເບຕົງເບື້ອງຕົ້ນສ້າງໄປແລ້ວ 250 ແມັດ ມູນຄ່າ 900 ລ້ານກີບ ສ່ວນທີ່ເຫຼືອນັ້ນແມ່ນສືບຕໍ່ສ້າງເຖິງຄ້ອຍໜ້າວັດ ແລະ ຫ້ວຍຈຳປາໃຫ້ສຳເລັດກ່ອນເຂົ້າພັນສາປີ 2024 ຈາກນັ້ນກໍສືບຕໍ່ສ້າງແຕ່ຫ້ວຍຈໍາປາຫາທາງເບຕົງໜອງແຕ່ງ-ຕາດມູນ.
    ໃນພິທີຜູ້ເຂົ້າຮ່ວມໄດ້ມອບເງິນສົມທົບທຶນກໍ່ສ້າງເສັ້ນທາງດັ່ງກ່າວເປັນຈຳນວນຫຼວງຫຼາຍ ຮັບໂດຍພະອານໃຫຍ່ມະຫາບຸນມາ ສິມມາພົມ.
ຂ່າວ-ພາບ: ສົມສະຫວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ