![]() |
ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ອານເຊຣີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍນັບຕັ້ງແຕ່ສອງປະທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ວັນທີ 15 ພຶດສະພາ 1973 (ຄົບຮອບ 52 ປີ), ສອງຝ່າຍໄດ້ມີການສົ່ງສານຊົມເຊີຍ ເຖິງກັນ ແລະ ກັນ ໃນໂອກາດສໍາຄັນຕ່າງໆ. ພ້ອມກັນນີ້, ສອງຝ່າຍ ຍັງປຶກສາຫາລືການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ການພົວພັນຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ການຄ້າ, ການລົງທຶນ, ກະສິກໍາ, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈ.
ຂ່າວ:ກະຊວງການຕ່າງປະເທດ
ຄໍາເຫັນ