ລມຕ ກະຊວງກະສິກໍາ ແລະ ປ່າໄມ້ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫົງສາ

ລມຕ ກະຊວງກະສິກໍາ ແລະ ປ່າໄມ້ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຫົງສາ
ໃນວັນທີ 19 ທັນວານີ້, ພາຍຫຼັງການຢ້ຽມຢາມເມືອງຈອມເພັດ ແຂວງຫຼວງພະບາງແລ້ວ, ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຄະນະນຳ ໄດ້ເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ເມືອງຫົງສາ ແຂວງໄຊຍະບູລີ ເປັນກຽດຕ້ອນຮັບຄັ້ງນີ້ໂດຍທ່ານ ຄຳຫຼ້າ ຜີວວັນນາ ເລຂາພັກເມືອງ ເຈົ້າເມືອງຫົງສາໂດຍມີຄະນະການນຳຂອງເມືອງຫົງສາ, ຫົວໜ້າ-ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫົງສາ ແລະ ເມືອງຊຽງຮ່ອນເຂົ້າຮ່ວມ. ພ້ອມນັ້ນ ກໍໄດ້ນຳພາເຄື່ອນໄຫວເຂົ້າຢ້ຽມຊົມໂຮງງານຜະລິດແຜ່ນຍິບຊຳ, ໂຮງງານຜະລິດດິນບ໋ອກເບົາ ພ້ອມທັງຮັບຟັງການອະທິບາຍຂັ້ນຕອນການຜະລິດຈົນເຖິງຂອດການສົ່ງອອກ. ຈາກນັ້ນ ກໍໄດ້ເຂົ້າຢ້ຽມກຸ່ມສະຫະກອນສົ່ງເສີມກະສິກຳ ຢູ່ທີ່ ຫ້ອງການບໍລິຫານສະຫະກອນ ພະແນກພັດທະນາສັງຄົມ ບໍລິສັດໄຟຟ້າຫົງສາ ຈຳກັດ ພ້ອມທັງຮັບຟັງການລາຍງານສະພາບລວມຂອງເມືອງຫົງສາ ແລະ ການຈັດຕັ້ງປະຕິບັດຂອງສະຫະກອນ ສົ່ງເສີມກະສິກຳ. ຊຶ່ງສະຫະກອນ ສົ່ງເສີມກະສິກຳ ແຕ່ກ່ອນແມ່ນໄດ້ຈັດຕັ້ງຕາມກຸ່ມອາຊີບ ໃນປີ 2015 (ຮູບແບບສະຫະກອນ), ປະກອບມີ 10 ກຸ່ມອາຊີບຄື: ກຸ່ມຜະລິດກະສິກຳ 3 ກຸ່ມ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ 2 ກຸ່ມ, ຕັດຫຍິບ 2 ກຸ່ມ, ລ້ຽງສັດ 2 ກຸ່ມ, ຫັດຖະກໍາຈັກສານ 1 ກຸ່ມ ແລະ ຮວບຮວມຜົນຜະລິດ 1 ກຸ່ມ. ມີສະມາຊິກທັງໝົດ 96 ຄອບຄົວ, ໂດຍໄດ້ຮັບທຶນສະໜັບສະໜູນຈາກບໍລິສັດ ໄຟຟ້າຫົງສາ ຈໍາກັດ. ປີ 2018 ໄດ້ຈັດຕັ້ງເປັນສະຫະກອນສົ່ງເສີມກະສິກຳເມືອງຫົງສາຢ່າງເປັນທາງການ, ໂດຍມີສະມາຊິກທັງໝົດ 137 ຄອບຄົວ, ໃນນັ້ນ ມີຄະນະບໍລິຫານ 7 ທ່ານ ແລະ ກວດກາ 3 ທ່ານ. ມາຮອດປັດຈຸບັນມີ 11 ກຸ່ມ (ເພີ່ມໃໝ່ກຸ່ມລ້ຽງເຜິ້ງ), ມີສະມາຊິກທັງໝົດ 145 ຄອບຄົວ. ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າ: ຜົນຜະລິດ ແລະ ຜະລິດຕະພັນຂອງສະຫະກອນ ແມ່ນມີຄຸນນະພາບ ແລະ ເປັນສິນຄ້າປອດສານພິດ ເຮັດໃຫ້ເປັນທີ່ຍອມຮັບຂອງສັງຄົມ. 
ໃນໂອກາດນີ້ ທ່ານລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ເອົາໃຈໃສ່ຕື່ມບາງດ້ານຄື: ໃຫ້ສືບຕໍ່ສຸມໃສ່ຜະລິດກະສິກຳ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກເປັນສິນຄ້າໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ໂດຍສະເພາະ ເລັ່ງໃສ່ບັນດາສິນຄ້າທີ່ມີທ່າແຮງ ແລະ ມີຕະຫຼາດຮອງຮັບ ດ້ວຍການດຳເນີນມາດຕະການສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນ ໃຫ້ເຂັ້ມແຂງ ແລະ ໝັ້ນຄົງ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ອຳນວຍຄວາມສະດວກຢ່າງເປັນຮູບປະທຳ, ຕັດຂັ້ນຂອດທີ່ເປັນອຸປະສັກໃຫ້ແກ່ພາກທຸລະກິດ ແລະ ຜູ້ລົງທຶນພາຍໃນ ແລະ ຕ່າງປະເທດ; ໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ສົມທົບກັບບັນດາຂະແໜງການກ່ຽວຂ້ອງ ສຸມໃສ່ຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ-ສັດນໍ້າ ແລະ ການສົ່ງເສີມການປູກພືດໃຫ້ແຂງແຮງ, ເປັນຮູບປະທໍາ ແລະ ມີປະສິດທິຜົນຕົວຈິງ; ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານກະສິກຳ ແລະ ປ່າໄມ້ ຄຽງຄູ່ກັບການກວດກາ, ປັບປຸງຄືນນະໂຍບາຍ-ຍຸດທະສາດ ການຜະລິດກະສິກຳເປັນສິນຄ້າ ໂດຍເນັ້ນໃສ່ກະສິກຳສະອາດ, ປອດສານພິດ ຕິດພັນກັບການປຸງແຕ່ງ, ທັງຄົ້ນຄວ້າກຳນົດບູລິມະສິດ ການຜະລິດປະເພດສິນຄ້າເພື່ອສົ່ງອອກ, ມີການຈັດສັນເຂດການຜະລິດແຕ່ລະປະເພດຢ່າງຄັກແນ່; ພາກລັດ ຕ້ອງໄດ້ຫັນປ່ຽນທັດສະນະແນວຄິດ ຈາກທີ່ຊິນເຄີຍເປັນຜູ້ຄວບຄຸມແຕ່ດ້ານດຽວ ມາເປັນຜູ້ບໍລິຫານຈັດການ, ອັນສໍາຄັນແມ່ນເຮັດໜ້າທີ່ບໍລິການຮັບໃຊ້ປະຊາຊົນ. (ພາບ-ຂ່າວ: ກິດຕິສັກ ບົວໄລ) 23096800

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ