ຈຸດປະສົງໃນການພົບປະໃນຄັ້ງນີ້ ແມ່ນເພື່ອເຂົ້າຢ້ຽມຢາມຂໍ່ານັບ ແລະ ປຶກສາຫາວຽກງານການຮ່ວມມືຂອງທັງສອງຝ່າຍ ໃນໄລຍະຜ່ານມາ ລວມທັງ ແຜນການຮ່ວມມືຮ່ວມກັນໃນຕໍ່ໜ້າ, ເນື່ອງໃນໂອ ກາດມາດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ຄົນໃໝ່. ໃນໂອກາດພົບປະຮ່ວມກັນຄັ້ງນີ້ ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍ ຊຶ່ງ ສາທາລະນະລັດ ຕວັກກີ ແລະ ສປປ ລາວ ມີແນວທາງກ່ຽວກັບວຽກງານກະສິກໍາ ແລະ ສິ່ງແວດລ້ອມ ຄາຍໆກັນ. ໃນໄລຍະຜ່ານມາ ສາທາລະນະລັດ ຕວັກກີ ກໍໄດ້ມີການຮ່ວມກັບ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍສະເພາະແມ່ນວຽກງານການຜະລິດເຂົ້າ ຕິດພັນກັບ ການສົ່ງເສີມດ້ານການຜະລິດແນວພັນເຂົ້າ, ໂດຍວຽກງານດັ່ງກ່າວ ເປັນການຮ່ວມມືແບບຮູບປະທຳ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີໃຫ້ສືບຕໍ່ການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍການຊຸກຍູ້ການມີສ່ວນຮ່ວມຂອງນັກທຸລະກິດ, ພ້ອມທັງສະເໜີ ໃຫ້ມີການພົບປະແລກປ່ຽນ ຫຼື ການຈັດສໍາມະນາ ລະຫວ່າງ ຜູ້ປະກອບການ, ນັກລົງທຶນ ເພື່ອເຮັດໃຫ້ການຮ່ວມມືໃນຂົງເຂດຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຂອງທັງສອງປະເທດ ໃຫ້ມີບາດກ້າວໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ຄໍາເຫັນ