ໃນເດືອນສິງຫາຊີກໂລກເໜືອປະສົບກັບລະດູຮ້ອນທີ່ຮ້ອນທີ່ສຸດແບບບໍ່ເຄີຍມີມາກ່ອນ, ໃນຂະນະທີ່ຊີກໂລກໃຕ້ໄດ້ປະສົບກັບລະດູໜາວທີ່ອົບອຸ່ນຈົນເກືອບທຳລາຍສະຖິຕິ. ໃນຂະນະດຽວກັນ, ທັງພາກພື້ນອາກຕິກ ແລະ ອັນຕາກຕິກມີການປົກຄຸມດ້ວຍນ້ຳກ້ອນຕໍ່າກວ່າລະດັບສະເລ່ຍ.
ເອີຣົບຕາເວັນຕົກໄດ້ປະສົບກັບຄື້ນຄວາມຮ້ອນໃນເດືອນສິງຫາ ຊຶ່ງສືບຕໍ່ຈາກສະພາບອາກາດທີ່ຮ້ອນຜິດປົກກະຕິທີ່ເລີ່ມຕົ້ນໃນເດືອນພຶດສະພາ ແລະ ຍັງມີລາຍງານວ່າ ມີໄພແຫ້ງແລ້ງຮ້າຍແຮງໃນປະເທດຝຣັ່ງ, ຮົງກາລີ, ຣູມານີ, ແຊັກບີ ແລະ ສະຫະລາຊະອານາຈັກ.
ພື້ນທີ່ຂະໜາດໃຫຍ່ຂອງເອີຣົບກາງ ແລະ ເອີຣົບຕາເວັນອອກ ຍັງປະສົບກັບໄພແຫ້ງແລ້ງຢ່າງກວ້າງຂວາງໃນເດືອນສິງຫາ, ໂດຍບາງພື້ນທີ່ໄດ້ປະສົບກັບສະພາບເຫຼົ່ານີ້ຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ. ຍ້ອນວ່າກະແສນ້ຳໃນແມ່ນ້ຳສາຍຫຼັກຂອງເອີຣົບເຊັ່ນ: ແມ່ນ້ຳຣາຍ, ດານູບ, ຊາວເທີນບັກ ແລະ ນີເປີ ຫຼຸດລົງຕໍ່າຜິດປົກກະຕິ.
WMO ລະບຸວ່າ: ປະກົດການແອວນີໂຢ ເປັນໜຶ່ງໃນປັດໃຈທີ່ເຮັດໃຫ້ເກີດຮູບແບບສະພາບອາກາດຕ່າງໆທີ່ທຳລາຍສະຖິຕິໃນເດືອນສິງຫາ, ພ້ອມທັງລະບຸຕື່ມວ່າຮູບແບບສະພາບອາກາດດັ່ງກ່າວມີອິດທິພົນຕໍ່ການກໍ່ຕົວຂອງພາຍຸໄຊໂຄລນເຂດຮ້ອນທົ່ວໂລກ. ພ້ອມທັງເຮັດໃຫ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມໃນບາງປະເທດ.
ທັງນີ້, ຂໍ້ມູນຊີ້ໃຫ້ເຫັນວ່າເດືອນສິງຫາທີ່ຮ້ອນທີ່ສຸດ 10 ອັນດັບທຳອິດເທົ່າທີ່ເຄີຍມີການບັນທຶກສະຖິຕິມາລ້ວນແຕ່ເກີດຂຶ້ນນັບຕັ້ງແຕ່ປີ 2016.
ຄໍາເຫັນ