ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ

ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ

ໂລກຮ້ອນອາດເປັນສາເຫດການເສຍຊີວິດຂອງປະມານ 16,500 ຄົນທົ່ວເອີຣົບ
ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ນັກວິທະຍາສາດຄາດຄະເນວ່າອຸນຫະພູມທີ່ເພີ່ມຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດອາດເປັນສາເຫດຂອງການເສຍຊີວິດປະມານ 16,500 ຄົນໃນຕົວເມືອງຕ່າງໆຂອງເອີຣົບໃນລະດູຮ້ອນນີ້, ອີງຕາມຕົວແບບທີ່ຄາດຄະເນຈໍານວນຜູ້ເສຍຊີວິດກ່ອນທີ່ຂໍ້ມູນຢ່າງເປັນທາງການຈະຖືກເປີດເຜີຍ.

 

ຂ່າວລະບຸວ່າ: ລາຍງານຈາກນະຄອນຫຼວງປາຣີ ປະເທດຝຣັ່ງ ເມື່ອບໍ່ດົນມານີ້ວ່າ, ຈໍານວນຜູ້ເສຍຊີວິດໃນເວລາເກີດຄື້ນຄວາມຮ້ອນໄດ້ຖືກປະເມີນຕໍ່າເກີນໄປ ເນື່ອງຈາກສາເຫດຂອງການເສຍຊີວິດທີ່ບັນທຶກໄວ້ໃນໂຮງໝໍມັກຈະເປັນບັນຫາດ້ານຫົວໃຈ, ລະບົບຫາຍໃຈ ຫຼືບັນຫາສຸຂະພາບອື່ນໆ ທີ່ສົ່ງຜົນກະທົບຕໍ່ຜູ້ອາຍຸສູງໂດຍສະເພາະເມື່ອອຸນຫະພູມທີ່ເພີ່ມສູງຂຶ້ນ.

ນັກຄົ້ນຄວ້າໄດ້ນໍາໃຊ້ຕົວແບບສະພາບອາກາດເພື່ອຄາດຄະເນວ່າພາວະໂລກຮ້ອນເຮັດໃຫ້ອຸນຫະພູມສະເລ່ຍໃນ 854 ເມືອງໃນເອີຣົບ ລະຫວ່າງເດືອນມິຖຸນາ - ສິງຫາ ຮ້ອນຂຶ້ນ 2.2 ອົງສາ, ຊີ້ໃຫ້ເຫັນວ່າອາດຈະເຮັດໃຫ້ອັດຕາການເສຍຊີວິດສູງຂຶ້ນ. ໂດຍມີການຄາດຄະເນວ່າຈະມີຜູ້ເສຍຊີວິດເກີນກວ່າ 24,400 ຄົນໃນໄລຍະດັ່ງກ່າວ ຖ້າຫາກບໍ່ມີການປ່ຽນແປງຂອງດິນຟ້າອາກາດທີ່ເຮັດໃຫ້ໂລກຮ້ອນຂຶ້ນ 1.3 ອົງສາ.

ການສຶກສາໂດຍນັກວິທະຍາສາດຂອງImperial College London ແລະນັກລະບາດວິທະຍາຈາກວິທະຍາໄລອະນາໄມ ແລະ ການແພດເຂດຮ້ອນ ແຫ່ງນະຄອນຫຼວງລອນດອນ ພົບວ່າ: ການປ່ຽນແປງຂອງດິນຟ້າອາກາດສາມາດເຮັດໃຫ້ມີຜູ້ເສຍຊີວິດຍ້ອນຄວາມຮ້ອນເພີ່ມຂຶ້ນເປັນສາມເທົ່າໃນລະດູຮ້ອນນີ້.

ການສຶກສາລະບຸວ່າ: ນະຄອນຫຼວງໂຣມ ປະເທດອີຕາລີ, ມີຈໍານວນຜູ້ເສຍຊີວິດຈາກການປ່ຽນແປງຂອງດິນຟ້າອາກາດຫຼາຍທີ່ສຸດ, ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 835 ຄົນ, ຮອງລົງມາແມ່ນນະຄອນຫຼວງເອເທນ ປະເທດເກຼັກ 630 ຄົນແລະ ນະຄອນຫຼວງປາຣີປະເທດຝຣັ່ງ409 ຄົນ ຊຶ່ງໃນຈໍານວນຄາດຄະເນນີ້, 85% ມີອາຍຸ 65 ປີຂຶ້ນໄປ.

ຢ່າງໃດກໍຕາມ, ນັກຄົ້ນຄວ້າໄດ້ເນັ້ນໜັກວ່າການສຶກສານີ້ບໍ່ໄດ້ກວມເອົາທັງໝົດຂອງເອີຣົບ, ຍ້ອນວ່າບາງພື້ນທີ່ເຊັ່ນ: ແຫຼມບອລຂ່ານບໍ່ໄດ້ຖືກລວມເຂົ້າໃນການສຶກສານີ້. ແຕ່ພວກເຂົາເຈົ້າເຕືອນວ່າ ອຸນຫະພູມຄື້ນຄວາມຮ້ອນທີ່ເພີ່ມຂຶ້ນພຽງ2-4 ອົງສາ ອາດສ້າງຄວາມແຕກຕ່າງລະຫວ່າງຊີວິດ ແລະຄວາມຕາຍຂອງຫຼາຍພັນຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫຼ້ຽວກົ່ງກົນຈັກໜັກຍອດນິຍົມອັນດັບໜຶ່ງຂອງຈີນ

ຫຼ້ຽວກົ່ງກົນຈັກໜັກຍອດນິຍົມອັນດັບໜຶ່ງຂອງຈີນ

ປະເທດຈະມີຄວາມຈະເລີນຮຸ່ງເຮືອງຕ້ອງອາໃສທຸກຄົນຮ່ວມໃຈກັນພັດທະນາ ແລະ ການພັດທະນາພື້ນຖານໂຄງລ່າງແມ່ນສິ່ງທີ່ຈຳເປັນສຳລັບປະເທດຊາດ ແຕ່ຕ້ອງມີທຶນຮອນຈຳນວນໃດໜຶ່ງເພື່ອຊື້ວັດຖຸອຸປະກອນ ແລະ ຄ່າແຮງງານຕ່າງໆ ເພື່ອພັດທະນາດ້ານນັ້ນເຊັ່ນວ່າການສ້າງຖະໜົນຫົນທາງຕ້ອງມີກົນຈັກໜັກທີ່ມີຄຸນນະພາບ,
UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ

UN ສະເຫຼີມສະຫຼອງຄົບຮອບ 80 ທີ່ ສປຈີນ

ເປີດງານສະເຫຼີມສະຫຼອງຄົບຮອບ 80 ປີຂອງ ອົງການສະຫະປະຊາຊາດ(UN) ທີ່ປັກກິ່ງ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສຳນັກງານ UN ປະຈຳປັກກິ່ງ ຮ່ວມກັບ ໂທລະພາບສາກົນແຫ່ງປະເທດຈີນ (CGTN ) ໂດຍການເຂົ້າຮ່ວມຂອງຄະນະກຳມະການສະຫະປະຊາຊາດມາຈາກຫຼາຍປະເທດ,
ອີຣັກ ປະກາດວິໄສທັດໃໝ່ ຫຼຸດຜ່ອນການເພິ່ງພານໍ້າມັນພາຍໃນ 25 ປີ

ອີຣັກ ປະກາດວິໄສທັດໃໝ່ ຫຼຸດຜ່ອນການເພິ່ງພານໍ້າມັນພາຍໃນ 25 ປີ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກັນຍາ ຜ່ານມາວ່າ: ທ່ານ ມູຮາມມັດ ຊິຍາ ອັລຊູດານີນາຍົກລັດຖະມົນຕີອີຣັກ ໄດ້ປະກາດວິໄສທັດວ່າດ້ວຍການພັດທະນາແຫ່ງຊາດໃນວັນທີ 20 ກັນຍາ ຜ່ານມາ ພ້ອມກັບເນັ້ນໜັກວ່າ: ອີຣັກ "ບໍ່ສາມາດອີງໃສ່ພຽງແຕ່ນໍ້າມັນເຊື້ອໄຟຟອສຊິວພຽງຢ່າງດຽວ ເປັນພື້ນຖານສຳຄັນຂອງເສດຖະກິດໄດ້ອີກຕໍ່ໄປ."
ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

ມາ​ເລ​ເຊ​ຍ ສະ​ເໜີ​ສ້າງ​ສະ​ພາ Halal ອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ຫວ່າງມໍ່ໆມານີ້ວ່າ: ໜຶ່ງໃນບັນດາໂຄງການດຳເນີນງານຈຸດສຸມຂອງ ມາເລເຊຍ ໃນກອງປະຊຸມສຸດຍອດ ອາຊຽນ ໃນເດືອນຕຸລາຈະມາເຖິງ ແມ່ນຈະສະເໜີສ້າງຕັ້ງສະພາ Halal ອາຊຽນ, ກົນໄກ ແນໃສ່ຂຸດຄົ້ນກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງຂອງຂະແໜງອຸດສາຫະກຳ Halal ແລະ ຊຸກຍູ້ການຮ່ວມມືພາກພື້ນໃນຂົງເຂດນີ້.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊ​ຽນ​ຄັ້ງ​ທີ 22 ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 21 ກັນ​ຍາ​ຜ່ານມາ, ງານ​ວາງ​ສະ​ແດງ​ສິນ​ຄ້​າ​ຈີນ-ອາ​ຊຽນ​ຄັ້ງ​ທີ 22 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ໄດ້​ປິດ​ລົງ. ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ຫຼາຍກວ່າ 500 ສະ​ບັບ ແລະ ການ​ຮ່ວມ​ມື​ໂຄງ​ການ​ໃນ​ຂົງ​ເຂດ​ຈະ​ເລີນ​ໃໝ່​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ.
ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຍີ່ປຸ່ນຄາດວ່າ ຄວາມຕ້ອງການເຂົ້າຈະບັນລຸ 7.11 ລ້ານໂຕນໃນກາງປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ກະ​ຊວງ​ກະ​ສິ​ກຳ, ປ່າ​ໄມ້ ແລະ ການ​ປະ​ມົງ​ຂອງ​ຍີ່​ປຸ່ນ​ຄາດ​ຄະ​ເນ​ວ່າ​ຄວາມ​ຕ້ອງ​ການ​ເຂົ້າ​ພາຍ​ໃນ​ປະ​ເທດຍີ່ປຸ່ນ​ຈະ​ເພີ່ມ​ຂຶ້ນ​ເປັນ 7.11 ລ້ານ​ໂຕນ​ຈົນ​ຮອດ​ເດືອນມິຖຸນາ 2026.
ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ສິງກະໂປ ຄອງແຊັມປະເທດທີ່ປອດໄພທີ່ສຸດໃນໂລກ ເປັນຄັ້ງທີ 12

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ບົດ​ລາຍ​ງານ​ຄວາມ​ປອດ​ໄພລະດັບ​ໂລກ​ທີ່​​ເຜີຍ​ແຜ່ຫວ່າງບໍ່ດົນມານີ້ ​ໂດຍ ບໍລິສັດ Gallup ລະບຸວ່າ: ສິງກະ​ໂປ​ຖືກ​ຈັດ​ອັນ​ດັບ​ເປັນ​ປະ​ເທດ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ເປັນ​ຄັ້ງ​ທີ 12 ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ.
ຈີນ ​ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ​ໃໝ່ຫຼາຍກວ່າ 5 ແສນ​ແຫ່ງ

ຈີນ ​ມີ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຊີ​ສູງ ແລະ ​ໃໝ່ຫຼາຍກວ່າ 5 ແສນ​ແຫ່ງ

ຂ່າວສານຊີອາໄອ ລາຍງານຫວ່າງບໍ່ດົນມານີ້ວ່າ: ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ໄດ້​​ຈັດກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ໂດຍ​ໄດ້​ແຈ້ງ​ໃຫ້​ ຮູ້​ວ່າ:
Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ

Petrovietnam ປະກອບສ່ວນ 20 – 30% ຍອດລາຍຮັບງົບປະມານແຫ່ງລັດ

ວິທະຍະກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ກັນຍາ ຜ່ານມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກຸ່ມບໍລິສັດອຸດສາຫະກຳ ແລະ ພະລັງງານແຫ່ງຊາດ ຫວຽດນາມ Petrovietnam ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ (3/9/1975 – 3/9/2025) ແລະ ໄດ້ຮັບຫຼຽນໄຊແຮງງານຊັ້ນ ໜຶ່ງ. ໂດຍການເຂົ້າຮ່ວມຂອງ ທ່ານ ໂຕເລີມ ເລຂາທິການໃຫຍ່ ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ.
ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ

ນັກຄົ້ນຄວ້າອົສຕຣາລີ ໃຊ້ໂດຣນຕິດຕາມສັດພື້ນເມືອງໃກ້ສູນພັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 16 ກັນຍາ ຜ່ານມາວ່າ: ມະຫາວິທະຍາໄລ Melbourne ໃນລັດ Victoria ປະເທດອົສຕຣາລີ ໄດ້ປະກາດການນຳໃຊ້ໂດຣນທີ່ຕິດຕັ້ງກ້ອງກວດຫາຄວາມຮ້ອນໃນການຕິດຕາມສັດປ່າບາງຊະນິດທີ່ໃກ້ຈະສູນພັນ ແລະ ຫາຍາກທີ່ສຸດບາງຊະນິດ ຢ່າງມີປະສິດທິພາບ.
ເພີ່ມເຕີມ