ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ອ້າງອີງຂໍ້ມູນຈາກອົງການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ, ໂລກໄດ້ປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ. ອຸນຫະພູມພື້ນຜິວໂລກໂດຍສະເລ່ຍໃນເດືອນກໍລະກົດສູງກວ່າ 1.47 ອົງສາ ເມື່ອທຽບກັບຄ່າສະເລ່ຍກ່ອນຍຸກອຸດສາຫະກຳໃນປີ 1850-1900, ຍ້ອນວ່າພື້ນທີ່ສ່ວນໃຫຍ່ຂອງຊີກໂລກເໜືອໄດ້ປະສົບກັບຄື້ນຄວາມຮ້ອນທີ່ຮຸນແຮງ, ໄພແຫ້ງແລ້ງທີ່ຍາວນານ ແລະ ໄຟໄໝ້ປ່າ, ໃນຂະນະທີ່ພາກພື້ນອື່ນໆມີຝົນຕົກໜັກ ແລະ ນໍ້າຖ້ວມ.

 

WMO ລະບຸວ່າ: ເອີຣົບຕາເວັນຕົກໄດ້ປະສົບກັບເດືອນມິຖຸນາ - ກໍລະກົດທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ, ໂດຍຄື້ນຄວາມຮ້ອນທີ່ຮຸນແຮງຍັງສືບຕໍ່ເກີດຂຶ້ນເຖິງເດືອນສິງຫາ ແລະ ບາງປະເທດກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີ 4 ນັບຕັ້ງແຕ່ເດືອນພຶດສະພາ. ໃນຂະນະດຽວກັນ, ເດືອນກໍລະກົດຍັງເກີດໄຟໄໝ້ປ່າຮ້າຍແຮງທົ່ວເອີຣົບຕາເວັນຕົກ ຊຶ່ງສົ່ງຜົນກະທົບຢຢ່າງຫຼວງຫຼາຍຕໍ່ທັງພື້ນທີ່ທີ່ຖືກໄຟໄໝ້ ແລະ ປະລິມານມົນລະພິດທາງອາກາດທີ່ປ່ອຍອອກມາ.

ທ່ານ ຈອນ ເຄນເນດີ ຫົວໜ້າຂໍ້ມູນຂ່າວສານດ້ານສະພາບອາກາດຂອງ WMO ກ່າວວ່າ: ເຫດການທີ່ເກີດຂຶ້ນໃນສອງສາມເດືອນທີ່ຜ່ານມາແມ່ນຜົນກະທົບສະສົມຂອງພາວະໂລກຮ້ອນໃນໄລຍະຍາວລວມກັບລະບົບຄວາມກົດດັນອາກາດສູງ ແລະ ຕໍ່າທີ່ສະຫຼັບກັນຢ່າງຕໍ່ເນື່ອງທົ່ວຊີກໂລກເໜືອ. ໂດຍປົກກະຕິແລ້ວ, ລະບົບຄວາມກົດດັນອາກາດສູງແມ່ນກ່ຽວຂ້ອງກັບອຸນຫະພູມສູງ ແລະ ໄພແຫ້ງແລ້ງ, ໃນຂະນະທີ່ລະບົບຄວາມກົດດັນອາກາດຕໍ່າມັກຈະເຮັດໃຫ້ສະພາບອາກາດເຢັນ ແລະ ຊຸ່ມ. ລະບົບຄວາມກົດດັນອາກາດສູງດັ່ງກ່າວສາມາດຢູ່ໄດ້ຫຼາຍມື້ ຫຼື ຫຼາຍອາທິດ ດັ່ງທີ່ໄດ້ເກີດຂຶ້ນໃນປີນີ້.

ຄື້ນຄວາມຮ້ອນທີ່ຮຸນແຮງຍັງສືບຕໍ່ສົ່ງຜົນກະທົບຕໍ່ເອີຣົບຕາເວັນຕົກ. ສະພາບໄພແຫ້ງແລ້ງທີ່ແຜ່ຂະຫຍາຍຢ່າງກວ້າງຂວາງທີ່ເກີດຂຶ້ນໃນລະຫວ່າງເດືອນມີນາ ຫາ ເດືອນມິຖຸນາຍັງຄົງຢູ່ ແລະ ຮຸນແຮງຂຶ້ນ, ໂດຍປະເທດຝຣັ່ງ, ແອັດສະປາຍ, ບາງສ່ວນຂອງເຢຍລະມັນ ແລະ ສະຫະລາຊະອານາຈັກ ລວມທັງພື້ນທີ່ອື່ນໆໃນພາກຕາເວັນອອກ, ມີປະລິມານນ້ຳຝົນ ແລະ ຄວາມຊຸ່ມຂອງດິນຕໍ່າຫຼາຍ ຊຶ່ງຄື້ນຄວາມຮ້ອນ, ຄວາມຊຸ່ມຂອງດິນຕໍ່າ ແລະ ໄພແຫ້ງແລ້ງກຳລັງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ລະບົບນິເວດ ແລະ ຂະແໜງກະສິກຳ ສົ່ງຜົນໃຫ້ລະດັບນ້ຳໃນແມ່ນ້ຳຫຼຸດລົງ, ການຜະລິດພະລັງງານຢຸດສະງັກ ແລະ ເພີ່ມຄວາມສ່ຽງຂອງໄຟໄໝ້ປ່າ.

ຄໍາເຫັນ

ຂ່າວຕ່າງປະເທດ

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ກອ​ງ​ປະ​ຊຸມ​ປະ​ຈຳ​ປີ ຄັ້ງ​ທີ 11​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ​ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ​ ຜ່ານມາ, ກອ​ງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 11 ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ຫຼື AIIB ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ​ປະ​ເທດ​ກາ​ຕາ. ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ, ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຂອງ​ລັດ​ຖະ​ບານ​ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື ແລະ ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວາ​ລະ​ຕ່າງໆ ຊຶ່ງ​ລວມ​ທັງການ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ ແລະ ​ອື່ນໆ.
ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ຫຼຸດລົງໃນເດືອນກັນຍາ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 29 ກັນຍາ ຜ່ານມາວ່າ, ຄວາມເຊື່ອໝັ້ນທາງທຸລະກິດຂອງ ສ ເກົາຫຼີ ໄດ້ຫຼຸດລົງໃນເດືອນກັນຍາ, ຫຼັງຈາກບັນລຸລະດັບສູງສຸດໃນຮອບເກືອບ 4 ປີໃນເດືອນມິຖຸນາ ຍ້ອນວ່າຕົ້ນທຶນທີ່ສູງຂຶ້ນເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ.
ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ອົງການ FAO ຮຽກຮ້ອງໃຫ້ຫຼຸດຜ່ອນການສູນເສຍ ແລະ ການສິ້ນເປືອງອາຫານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 29 ກັນ​ຍາ ຜ່ານມາ ເປັນ​ວັນ​ສາ​ກົນແຫ່ງຄວາມ​ຮັບ​ຮູ້​ດ້ານການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ. ທ່ານ​ ຊ​ວີ່​ຕົ່ງ​ຢ​ວີ້ ​ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງສະ​ຫະ​ປະ​ຊາ​ຊາດ ຫຼື FAO ກ່າວ​ວ່າ: ​ການຫຼຸດ​ຜ່ອນ​ການ​ສູນ​ເສຍ ແລະ ການ​ສິ້ນ​ເປືອງ​ອາ​ຫານ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້ກ​ານ​ຫັນ​ປ່ຽນ​ຮູບ​ແບບ​ຂອງ​ລະ​ບົບ​ການ​ກະ​ເສດ ແລະ ອາ​ຫານ, ປະ​ຢັດ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ທຶນ​ຮອນ ພ້ອມ​ທັງຫຼຸດ​​ຜ່ອນຄວາມ​ກົດ​ດັນ​​ຕໍ່ການ​ອະ​ນຸ​ລັກ​ປ່າ​ໄມ້.
70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

70% ຂອງພົນລະເມືອງຍີ່ປຸ່ນ ສະໜັບສະໜູນການນໍາ AI - ຫຸ່ນຍົນ ຊ່ວຍໃນທາງການແພດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນໄດ້ເຜີຍແຜ່ຜົນການສຶກສາຜ່ານບົດລາຍງານປົກຂາວປະຈຳປີ ໃນວັນທີ 29 ກັນຍາ ຜ່ານມາວ່າ, ພົນລະເມືອງຍີ່ປຸ່ນຫຼາຍກວ່າ 70% ມີທັດສະນະຄະຕິໃນທາງບວກຕໍ່ການຮັບຮອງເອົາເຕັກໂນໂລຊີທີ່ທັນສະໄໝເຊັ່ນ: ປັນຍາປະດິດ (AI) ແລະ ຫຸ່ນຍົນ ມາໃຊ້ໃນຂະແໜງການແພດ ແລະ ການດູແລສຸຂະພາບ.
ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ຫວຽດນາມ ສົ່ງອອກຊາໄປຍັງ ອາເມຣິກາ ເພີ່ມຂຶ້ນ 36.4%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 29 ກັນຍາ ຜ່ານມາວ່າ: ໃນ 8 ເດືອນຕົ້ນ​​ປີ​ນີ້​, ຫວຽດ​ນາມ ໄດ້​ສົ່ງ​ອອກ​ຊາ 77,256 ໂຕນ​, ສ້າງລາຍ​ຮັບໄດ້ 143.5 ລ້ານ​ໂດລາ​.
ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ເກີດເຫດຫິມະ​ຖະຫຼົ່ມ​ຢູ່​ເນ​ປານ ມີຜູ້ເສຍຊີວິດ 2 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 27 ກັນ​ຍາ ຜ່ານມາ, ຕຳຫຼວດ​ເນ​ປານ​ລາຍ​ງານ​ວ່າ, ​ເກີດ​ເຫດ​ຫິ​ມະ​ຖະຫຼົ່ມຢູ່​ພູ​ຮິມ​ລຸງທາງ​ພາກ​ເໜືອ​ຂອງ​ເນ​ປານ ແລະ ​ໄດ້​ພົບ​​ຜູ້​ເສຍ​ຊີ​ວິດ 2 ຄົນ.
ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ຜົນ​ເສຍ​ຫາຍ​ຈາກ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ທົ່ວ​ໂລກ ສູງ​ເຖິງ 6,300 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ອົງ​ການ​ອາ​ຫານ ແລະ ການກະເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຫຼື FAO ໄດ້​ປະ​ກາດບົດ​ລາຍ​ງານ “ສະ​ພາບ​ປ່າ​ໄມ້​ທົ່ວ​ໂລກ​ປີ 2026”, ໂດຍ​ຊີ້​ໃຫ້​ເຫັນ​ວ່າ, ຄາດ​ວ່າ ຜົນ​ເສຍ​ຫາຍ​ດ້ານ​ເສດ​ຖະ​ກິດ​ຍ້ອນ​ການ​ຊຸດ​ໂຊມ​ທາງ​ດ້ານ​ນິ​ເວດ​ຂອງ​ໂລກ​ສູງ​ເຖິງ 878 ຕື້​ໂດ​ລາ ຫາ 6,300 ຕື້​ໂດ​ລາ​​ຕໍ່​ປີ. ບົດ​ລາຍ​ງານ​ຍັງ​ເນັ້ນ​ໜັກ​ວ່າ, ການ​ຟື້ນ​ຟູ​ປ່າ​ໄມ້ ແລະ ທິວ​ທັດ​ແມ່ນ​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ເພື່ອ​ຮັບ​ມື​ກັບ​ບັນ​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ບຽງ​ອາ​ຫານ ແລະ ສິ່ງ​ທ້າ​ທາຍ​ດ້ານ​ການ​ພັດ​ທະ​ນາ.
ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ກາ​ຊາ ກະ​ກຽມ​ການ​ເລືອກ​ຕັ້ງ​ອົງ​ການນິຕິບັນຍັດ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 28 ກັນຍາ ຜ່ານມາວ່າ: ຄະ​ນະກຳມະການ​ເລືອກ​ຕັ້ງ​ສູນ​ກາງ ປາ​ແລັດ​ສະ​ຕິນ ພວມ​ກະ​ກຽມ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ອົງ​ການ​ນິ​ຕິບັນຍັດ ຢູ່​ເຂດກາ​ຊາ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 28 ພະ​ຈິກ ​ຈະ​ມາ​ເຖິງ. ວຽກ​ງານ​ກະ​ກຽມ​ໄດ້​ດຳ​ເນີນ​ໃນ​ສະ​ພາບ​ການ​ພາກ​ພື້ນ​ພວມ​ຖືກ​ທຳ​ລາຍເປັນ​ວົງ​ກວ້າງ ແລະ ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ​ຍັງ​ຂາດ​ສະ​ຖຽນ​ລະ​ພາບຫຼາຍ​ຢ່າງ.
ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ປະຊາກອນສິງກະໂປ ເພີ່ມຂຶ້ນເປັນ 6.21 ລ້ານຄົນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້ວ່າ: ປະຊາກອນສິງກະໂປເພີ່ມຂຶ້ນ 1.6% ຫຼື 97,300 ຄົນ ເປັນ 6.21 ລ້ານຄົນ ໃນເດືອນມິຖຸນາ 2026, ເພີ່ມຂຶ້ນຈາກ 6.11 ລ້ານຄົນໃນປີກ່ອນ. ໂດຍແຮງງານທີ່ບໍ່ແມ່ນພົນລະເມືອງແມ່ນກຸ່ມທີ່ມີການເພີ່ມຂຶ້ນຫຼາຍທີ່ສຸດ.
ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ຈີນ​ ເນັ້ນ​ໜັກເຖິງຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ຕໍ່​ສູ້​ກັບການ​ຈຳ​ແນກ​ເຊື້ອ​ຊາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ກັນ​ຍາ ຜ່ານມາ, ທ່ານ ຟູ້​ຊົ່ງ ຜູ້​ຕາງ​ໜ້າຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ໄດ້​ປະ​ກອບ​ຄວາມ​ເຫັນ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ເພື່ອ​ລະ​ນຶກ​ຄົບ​ຮອບ 25 ປີ​ຂອງ​ການ​ຮັບ​ຮອງ​ເອົາ “ຖະ​ແຫຼງ​ການ ແລະ ໂຄງ​ການ​ດຳ​ເນີນ​ງານດູ​ບານ” ໂດຍ​ໄດ້​​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ທີ່​ມີ​ຕໍ່​ການ​​ຕໍ່ສູ້​ກັບ​ການ​ຈຳ​ແນກ​ເຊື້ອ​ຊາດ.
ເພີ່ມເຕີມ