ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025

ໂລກປະເຊີນກັບມົນລະພິດທາງອາກາດຮ້າຍແຮງໃນປີ 2025
ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ຄຸນນະພາບອາກາດທົ່ວໂລກຊຸດໂຊມລົງໃນປີ 2025, ຫຼັງຈາກຂໍ້ມູນຈາກເກືອບ 9,500 ເມືອງພົບວ່າມີພຽງແຕ່ 14% ເທົ່ານັ້ນທີ່ຜ່ານມາດຕະຖານຝຸ່ນລະອອງຂະ ໜາດນ້ອຍ (PM2.5) ຂອງອົງການອະນາໄມໂລກ (WHO) ຊຶ່ງຫຼຸດລົງຈາກ 17% ໃນປີກ່ອນ. ໂດຍໄຟໄໝ້ປ່າ ແລະ ມົນລະພິດຈາກອຸດສາຫະກຳ, ພາຫະນະ ແລະ ກະສິກຳ ແມ່ນປັດໄຈຫຼັກທີ່ປະກອບສ່ວນເຮັດໃຫ້ສະພາບອາກາດການຊຸດໂຊມລົງ.

 

IQAir ບໍລິສັດຊ່ຽວຊານດ້ານເຕັກໂນໂລຊີຄຸນນະພາບອາກາດ ລະບຸໃນບົດລາຍງານວ່າ: ເມືອງທີ່ມີມົນລະພິດຫຼາຍທີ່ສຸດ 25 ເມືອງ ລ້ວນແຕ່ຕັ້ງຢູ່ໃນປະເທດອິນເດຍ, ປາກິສຖານ ແລະ ຈີນ, ໂດຍມີສາເຫດມາຈາກໂຮງງານ, ພາຫະນະ, ພາຍຸຝຸ່ນ ແລະ ການເຜົາພືດຜົນ. ປາກິສຖານ ແລະ ບັງກລາເທດ ມີລະດັບ PM2.5 ສະເລ່ຍສູງທີ່ສຸດ.

ທ່ານ ແຟຣງ ແຮມເມສ ຫົວໜ້າບໍລິຫານ IQAir ກ່າວວ່າ: ມົນລະພິດທາງອາກາດຈະສົ່ງຜົນກະທົບຕໍ່ຄົນຮຸ່ນຫຼັງ ເຮັດໃຫ້ IQ ຕ່ຳລົງ, ຄວາມສາມາດໃນການເຮັດວຽກຫຼຸດລົງ ແລະ ສ້າງພາລະໃຫ້ແກ່ລະບົບການດູແລສຸຂະພາບຈາກຜູ້ທີ່ຕ້ອງການການປິ່ນປົວ ແລະ ຜູ້ທີ່ອອກຈາກກຳລັງແຮງງານ.

ບົດລາຍງານຍັງໄດ້ລະບຸວ່າ: ໃນປີກາຍນີ້, ໄຟໄໝ້ປ່າໃນເອີຣົບ ແລະ ການາດາ ເຮັດໃຫ້ເກີດການປ່ອຍແກ໊ສເຮືອນແກ້ວສູງແບບບໍ່ເຄີຍມີມາກ່ອນ. ທະນາຄານໂລກລາຍງານວ່າ: ມົນລະພິດທາງອາກາດກາງແຈ້ງໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 5.7 ລ້ານຄົນໃນປີ 2020 ແລະ ສ້າງຄວາມເສຍຫາຍທາງເສດຖະກິດ ປະມານ 4.5-6.1 ພັນຕື້ໂດລາຕໍ່ປີ ຫຼືປະມານ 6.5% ຂອງ GDP ທົ່ວໂລກ.

ໃນຂະນະທີ່ບາງປະເທດເຊັ່ນ: ຈີນ ຈະບັງຄັບໃຊ້ມາດຕະຖານຄຸນນະພາບອາກາດທີ່ເຂັ້ມງວດຂຶ້ນກວ່າເກົ່າ, ສະຫະລັດ ອາເມຣິກາ ມີທ່າອ່ຽງທີ່ຈະຜ່ອນຄາຍລະບຽບການພາຍໃຕ້ການຂັບເຄື່ອນຂອງອົງການປົກປ້ອງສິ່ງແວດລ້ອມເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມທາງເລືອກໃຫ້ກັບຜູ້ບໍລິໂພກ.

ທ່ານ ກິຕາ ໂກປິນາຣ ອະດີດເຈົ້າໜ້າທີ່ IMF ລະບຸວ່າ: ພາກເໜືອຂອງອິນເດຍໄດ້ປະສົບກັບຄຸນນະພາບອາກາດທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍປີໃນເດືອນພະຈິກ ແລະ ທັນວາ ຜ່ານມາ ຊຶ່ງສົ່ງຜົນກະທົບຕໍ່ເສດຖະກິດຫຼາຍກວ່າພາສີການຄ້າ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ