ສັນຍາການລົງທຶນຮອບດ້ານຂອງອາຊຽນ

ລົງນາມອະນຸສັນຍາ ຄັ້ງທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານຂອງອາຊຽນ

ລົງນາມອະນຸສັນຍາ ຄັ້ງທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານຂອງອາຊຽນ
ລັດຖະມົນຕີເສດຖະກິດອາຊຽນ ລົງນາມອະນຸສັນຍາ ຄັ້ງທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານຂອງອາຊຽນ ຊຶ່ງສະແດງເຖິງຄວາມໝາຍໝັ້ນຢ່າງຕໍ່ເນື່ອງຂອງອາຊຽນຕໍ່ກັບນັກລົງທຶນ ແລະ ພາກເອກະຊົນ;

ພິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2ນີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແຫ່ງ ສປປ ລາວ, ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນຊຶ່ງມີບັນດາທ່ານລັດຖະມົນຕີເສດຖະກິດອາຊຽນພ້ອມດ້ວຍຄະນະທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມ.
ການລົງນາມອະນຸສັນຍາທີ 5 ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (ACIA) ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ແລະ ກອງປະຊຸມສະພາເຂດການລົງທຶນອາຊຽນ ຄັ້ງທີ 27 ແມ່ນຂໍ້ຕົກລົງສຳຄັນລະຫວ່າງບັນດາປະເທດສະມາຊິກອາຊຽນ ຊຶ່ງສະແດງເຖິງຄວາມໝາຍໝັ້ນຢ່າງຕໍ່ເນື່ອງຕໍ່ກັບນັກລົງທຶນ ແລະ ພາກເອກະຊົນເປັນຈໍານວນຫຼວງຫຼາຍ, ເພື່ອເປັນການໃຫ້ຄວາມແນ່ນອນ, ຊັດເຈນ ແລະ ຄວາມໂປ່ງໃສຫຼາຍຂຶ້ນກ່ຽວກັບລະບົບການລົງທຶນໃນອາຊຽນ, ພ້ອມທັງຮັບປະກັນວ່າ: ສັນຍາການລົງທຶນພາຍໃນຂອງອາຊຽນ ຍັງຄົງມີຄວາມກ່ຽວຂ້ອງກັບບັນດາສັນຍາພາຍນອກຂອງອາຊຽນ, ທັນສະໄໝ, ມີວິໄສທັດ ແລະ ປັບຕົວເຂົ້າກັບທຸລະກິດ. ຈະເປັນການປູທາງໃຫ້ແກ່ບັນດານະໂຍບາຍ ແລະ ການລົງທຶນຂອງບັນດາປະເທດສະມາຊິກອາຊຽນຢ່າງເຂັ້ມແຂງ, ຈະດຶງດູດການລົງທຶນຈາກທົ່ວໂລກໄດ້ດີຂຶ້ນແລະແໜ້ນແຟ້ນກວ່າເກົ່າອີກ.
ອະນຸສັນຍານີ້ໃຫ້ 3 ລັກສະນະສຳຄັນຄື: ການປະຕິບັດການຫັນປ່ຽນບັນຊີລາຍການຈອງເອກະສານຊ້ອນທ້າຍດຽວຂອງການລົງທຶນຮອບດ້ານອາຊຽນໃນປັດຈຸບັນໄປຫາບັນຊີລາຍຊື່ລົບສອງເອກະສານຊ້ອນທ້າຍ, ລວມທັງການຈອງຕໍ່ກັບພັນທະກ່ຽວກັບການຫ້າມການປະຕິບັດຄວາມຕ້ອງການພາຍໃຕ້ອະນຸສັນຍາທີ 4 ເພື່ອແກ້ໄຂການລົງທຶນຮອບດ້ານອາຊຽນ; ຕໍ່ມາແມ່ນການຂະຫຍາຍຂອບເຂດຂອງການລົງທຶນຮອບດ້ານອາຊຽນ ເກີນຂອບເຂດທີ່ມີຢູ່ແລ້ວຂອງການຜະລິດ, ການກະສິກໍາ, ການປະມົງ, ປ່າໄມ້, ການຂຸດຄົ້ນບໍ່ແຮ່ ແລະ ການບໍລິການເສີມ; ອີກສິ່ງໜຶ່ງຄືການນຳໃຊ້ກົນໄກຮັດແຄບ ຈະຖືກນຳໃຊ້ກັບບາງປະເທດສະມາຊິກອາຊຽນ ຊຶ່ງອາຊຽນຍັງຄົງມີຄວາມຫວັງວ່າ: ປະເທດສະມາຊິກທີ່ຍັງເຫຼືອຈະສາມາດເຮັດໄດ້ເຊັ່ນດຽວກັນພາຍໃນປີນີ້. ສັນຍາສະບັບນີ້ ເມື່ອໄດ້ຮັບລາຍເຊັນບັນດາປະເທດສະມາຊິກທັງໝົດ, ບັນຊີລາຍຊື່ການຈອງ ການລົງທຶນຮອບດ້ານຂອງອາຊຽນ ສະບັບປັບປຸງຈະສໍາເລັດພາຍໃນ 180 ວັນ.
(ຂ່າວ: ຍຸພິນທອງພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ລາວ-ໄທ ເຊື່ອມໂຍງການທ່ອງທ່ຽວຂ້າມແດນ ຜັກດັນຄຳມ່ວນສູ່ຈຸດໝາຍໃໝ່ຂອງນັກທ່ອງທ່ຽວ

ກອງປະຊຸມແລກປ່ຽນການເຊື່ອມໂຍງດ້ານການທ່ອງທ່ຽວລາວ-ໄທ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ຈັດຂຶ້ນວັນທີ 24 ສິງຫາ 2026 ທີ່ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ເສົາວະນີ ຄົນກ້າ ຜູ້ອຳນວຍການ ການທ່ອງທ່ຽວແຫ່ງປະເທດໄທ ຈັງຫວັດນະຄອນພະນົມ ພ້ອມດ້ວຍພາກລັດ, ເອກະຊົນ ແລະ ຜູ້ປະກອບການຈາກສອງຝ່າຍເຂົ້າຮ່ວມ.
ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ສພ​ຂ ອັດຕະປື–ດັກລັກ ແລກປ່ຽນບົດຮຽນ ເສີມສ້າງສາຍພົວພັນ ການຮ່ວມມືອັນແໜ້ນແຟ້ນ

ກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງຄະນະສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ກັບ ຄະນະສະພາປະຊາຊົນ ແຂວງດັກລັກ ສສ ຫວຽດນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ອັດ​ຕະ​ປື, ຝ່າຍ ສ​ພ​ຂ ອັດຕະປື ນຳໂດຍ ທ່ານ ພູວັນ ພົມມະຈັນ ຮອງປະທານ ຜູ້ປະຈຳການສະພາປະຊາຊົນ ແຂວງອັດຕະປື ພ້ອມຄະນະ, ຝ່າຍສະພາປະຊາຊົນ ແຂວງດັກລັກ ນຳໂດຍ ທ່ານ ໂດ໊ ຖາຍ ຟອງ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງດັກລັກ ພ້ອມຄະນະ.
ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ສວນດອກໄມ້ເຂດຮ້ອນສິບສອງພັນນາມີການເກັບຮັກສາພັນພືດ 1 ພັນກວ່າຊະນິດ

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປຈີນ ໃນລະຫວ່າງວັນທີ 7 ຫາວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໃນວັນທີ 22 ສິງຫາຜ່ານມາ, ສື່ມວນຊົນລາວນໍາພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ນັກຂ່າວໜຸ່ມຂອງ ສປປ ລາວ ທົ່ວປະເທດໄດ້ເຄື່ອນໄຫວທັດສະນະສຶກສາຢູ່ສວນດອກໄມ້ເຂດຮ້ອນສິບສອງພັນນານະຄອນຊຽງຮຸ່ງເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາແຂວງຢຸນນານ ສປ ຈີນ.
ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນແຂວງເຊກອງ ແລະ ຢາລາຍ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງເຊກອງ ສປປ ລາວ ແລະ ສະພາປະຊາຊົນ ແຂວງຢາລາຍ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 17 ສິງຫາຜ່ານມາ ທີ່ ແຂວງເຊກອງ, ໂດຍມີ ທ່ານ ຕຸລາວັນ ວົງໄຊ ຄະນະປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງເຊກອງ, ທ່ານ ນາງ ຮວີ່ງ ຖຸຍ ເວີນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງຢາລາຍ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ສພຂ ອັດຕະປື-ຢາລາຍ ຮັດແໜ້ນການຮ່ວມມືສອງຝ່າຍ

ກອງປະຊຸມ ພົບປະສອງຝ່າຍ ລະຫວ່າງ ສະພາປະຊາຊົນແຂວງອັດຕະປື (ສພຂ ອັດຕະປື) ຊຶ່ງນຳໂດຍ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານ ຜູ້ປະຈຳການສະພາປະຊາຊົນແຂວງອັດຕະປື ພ້ອມຄະນະ ແລະ ສະພາປະຊາຊົນແຂວງຢາລາຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ຮວິ່ງ ຖຸຍ ເວີນ, ກຳມະການພັກແຂວງ ຮອງປະທານ ສະພາປະຊາຊົນແຂວງຢາລາຍ ພ້ອມຄະນະ ຈັດຂຶ້ນໃນວັນທີ 17 ສິງຫານີ້ ທີ່ ແຂວງອັດຕະປື.
ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ອັດຕະປື-ກວາງຫງາຍ ລົງນາມຮ່ວມມື ສອງຝ່າຍ

ກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ລະຫວ່າງ ຫ້ອງວ່າການແຂວງອັດຕະປື ແຫ່ງ ສປປ ລາວ ແລະ ພະແນກຊົນເຜົ່າ ແລະ ສາສະໜາ ແຂວງກວາງຫງາຍ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາຜ່ານມາ ທີ່ ແຂວງອັດຕະປື.
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ສ ກູບາ

ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະ ການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ ຄັ້ງທີ 24 (The 24th International Meeting of Communist and Workers’ Parties) ແລະ ກອງປະຊຸມສຳມະນາສາກົນ ຄັ້ງທີ I“ຟີແດນ: ມູນເຊື້ອ ແລະ ອະນາຄົດ” (The 1st International Colloquium “Fidel: Legacy and Future”)ແຕ່ວັນທີ 7-12 ສິງຫາ 2026 ທີ່ ນະຄອນຫຼວງລາຮາວານ, ສ ກູບາ ໂດຍມີບັນດາພັກການເມືອງໃນທົ່ວໂລກ ເຂົ້າຮ່ວມຫຼາຍກວ່າ 48 ພັກການເມືອງ.
ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ອວຍພອນໜັງສືພິມປະຊາຊົນ

ໃນວັນທີ 13 ສິງຫານີ້ ທີ່ສໍານັກງານໜັງສືພິມປະຊາຊົນ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນ ໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ ( 13/8/1950-13/8/2026) ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ.
ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ຄະນະຜູ້ແທນພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ ກູບາ

ໃນນາມຜູ້ຕາງໜ້າພິເສດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກໍາມະກອນ ແລະ ສໍາມະນາສາກົນ ຢູ່ ສ ກູບາ ແຕ່ວັນທີ 4-12 ສິງຫາ 2026.
ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ(CCM) ຄົບຮອບ 16 ປີ

ໃນວັນທີ 11 ສິງຫານີ້ ທີ່ໂຮງເເຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຄົບຮອບ 16 ປີ(1/8/2010-1/8/2026), ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ ແລະ ມີບັນດາທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານລັດຖະບານ ແລະ ນັກສຶກສາເຂົ້າຮ່ວມ ຈຳນວນ 200 ຄົນ.
ເພີ່ມເຕີມ