ລົງນາມກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ BRT

ລົງນາມກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ BRT
ພິທີເຊັນສັນຍາກໍ່ສ້າງທາງອ້ອມຮອບສະຖານີລົດເມດ່ວນ (BRT) ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ນໍາໃຊ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ ແລະ ກອງທຶນສິ່ງແວດລ້ອມໂລກລະຫວ່າງກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດລັດວິສາຫະກິດກໍ່ສ້າງເລກ 8 ຈຳກັດ ແລະ ບໍລິສັດ ໄຕເຈືອງເຊີ່ນ ກໍ່ສ້າງ ຈໍາກັດຜູ້ດຽວ ຈັດຂຶ້ນວັນທີ 28 ກັນຍາ ນີ້ ທີ່ກະຊວງ ຍທຂ ຮ່ວມລົງນາມໂດຍທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມກົມຂົນສົ່ງ ກະຊວງ ຍທຂ  ແລະ ທ່ານ ພູເພື່ອນ ແສງພະຈັນ ປະທານບໍລິສັດກໍ່ສ້າງ ທາງເລກ 8 ຈໍາກັດ   ໂດຍມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ  ແລະ ພະນັກງານ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. 
ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 25844/ຍທຂ ລົງວັນທີ 25/09/2023 ວ່າດ້ວຍການຮັບຮອງເອົາຜູ້ຊະນະການປະມູນກໍ່ສ້າງທາງຮ່ອມ 4 ເສັ້ນທາງໃນຂອບເຂດເມືອງຈັນທະບູລີ ພາຍໃຕ້ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ,ໂດຍນໍາໃຊ້ທຶນກູ້ຢືມຈາກຈາກທະນາຄານພັດທະນາອາຊີ (ADB) ແລະ ກອງທຶນສິ່ງແວດລ້ອມໂລກ (GEF). ໂຄງການກໍ່ສ້າງທາງຮ່ອມ 4 ເສັ້ນທາງລວມມີ ຖະໜົນເຈົ້າອານຸ ທິດເໜືອ-ໃຕ້ ຖະໜົນແຫ່ງບຸນ ແລະ ຖະໜົນຫັດສະດີໃກ້ຕະຫຼາດເຊົ້າມໍ ໜ້າທາງປູດ້ວຍຄອນກຣີດເສີມເຫຼັກ ແລະ ຢາງອາດສະຟານ ໜ້າທາງກວ້າງ 5,7–8,8 ແມັດ ໄລຍະທາງ 1.065 ແມັດ ໜ້າວຽກຫຼັກແມ່ນກໍ່ສ້າງໜ້າທາງ ປັບປຸງທາງຢາງ ວາງສາຍໄຟ ແລະ ສາຍໂທລະຄົມລົງພື້ນດິນ ຕົບແຕ່ງດ້ວຍຕົ້ນໄມ້, ຕັ່ງນັ່ງ, ຫຼັກກັ້ນ (Ballard), ຕີເສັ້ນຈະລາຈອນ, ຕິດຕັ້ງປ້າຍຈະລາຈອນ ແລະ ອື່ນໆ.
ສຳລັບໄລຍະເວລາກໍ່ສ້າງທັງໝົດ 12 ເດືອນ ຄາດວ່າຈະໃຫ້ສຳເລັດ ແລະ ມອບວຽກໃນເດືອນຕຸລາ 2024 ບໍລິສັດຮັບເໝົາແມ່ນບໍລິສັດລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ໄຕເຈືອງເຊິ່ນ ກໍ່ສ້າງ ຈຳກັດ ຜູ້ດຽວ ມູນຄ່າ 3.487.742,16 ໂດລາ. ນອກຈາກນີ້ຍັງມີ 4 ສັນຍາກໍ່ສ້າງທີ່ຍັງເຫຼືອໂຄງການກຳລັງຂຸ້ນຂ້ຽວປະເມີນຈັດຫາເອົາບໍລິສັດທີ່ມີຄວາມພ້ອມມາເປັນຜູ້ຮັບເໝົາກໍ່ສ້າງຄື: 1. ສັນຍາ CW1A ກໍ່ສ້າງເລນລົດເມ BRT ແລະ ສະຖານີ ຂຶ້ນ-ລົງ ແຕ່ສວນເຈົ້າຟ້າງຸ່ມ ຜ່ານຕະຫຼາດເຊົ້າຫາສວນປະຕູໄຊ; 2.ສັນຍາ CW1B ກໍ່ສ້າງເລນລົດເມ BRT ແລະ ສະຖານີຂຶ້ນ-ລົງ ແຕ່ສວນປະຕູໄຊຫາມະຫາວິທະຍາໄລແຫ່ງຊາດດົງໂດກ; 3. ສັນຍາ CW1C ກໍ່ສ້າງອູ່ລົດເມ (ກາລາ) ສູນບຳລຸງຮັກສາ ສູນບັນຊາລົດເມ BRT ແລະ 4.ສັນຍາ CW1E ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນ.
ຂ່າວ-ພາບ:ຍຸພິນທອງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ໃນປີ 2026 ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາເຂົ້າມາຄົ້ນຄວ້າທັງໝົດ 181 ເລື່ອງ, ແກ້ໄຂແລ້ວ 176 ເລື່ອງ, ໃນນັ້ນ ມີ 41 ເລື່ອງສົ່ງຄືນໃຫ້ເຈົ້າໜ້າທີ່, 135 ເລື່ອງສັ່ງຟ້ອງຂຶ້ນສານ ແລະ ຍັງມີ 5 ເລື່ອງທີ່ພວມສືບຕໍ່ຄົ້ນຄວ້າ. ໃນນັ້ນ ຄະດີສໍ້ລາດບັງຫຼວງ ເປັນຄະດີທີ່ພົ້ນເດັ່ນ, ສ່ວນຄະດີທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນຄະດີຄ້າຂາຍຢາເສບຕິດ.
ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຄະດີທັງໝົດ 291 ເລື່ອງ, ໃນນີ້, ສາມາດແກ້ໄຂໄດ້ 254 ເລື່ອງ ເທົ່າກັບ 87.28% ແລະ ຍັງຄ້າງການພິຈາລະນາ 37 ເລື່ອງ. ທ່ານ ຄຳຫຼ້າ ແກ້ວວັນສອນ ປະທານສານປະຊາຊົນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະຈິກນີ້ ວ່າ: ໃນຈຳນວນຄະດີ 291 ເລື່ອງ ແບ່ງເປັນຄະດີຂັ້ນຕົ້ນ 276 ເລື່ອງ ແລະ ຂັ້ນອຸທອນ 15 ເລື່ອງ, ໃນນັ້ນ ເປັນຄະດີຄ້າງມາ 66 ເລື່ອງ ແລະ ຄະດີເຂົ້າໃໝ່ 225 ເລື່ອງ, ຖ້າທຽບໃສ່ປີຜ່ານມາ ຄະດີເຂົ້າໃໝ່ຫຼຸດລົງ 83 ເລື່ອງ.
ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ໃນໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະ ໃນໄລຍະແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ເພື່ອບັນລຸເປົ້າໝາຍນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງນັ້ນ, ການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ ບໍ່ພຽງແຕ່ອາໄສກົນໄກ ແລະ ນິຕິກຳເທົ່ານັ້ນ, ແຕ່ປັດໄຈຕັດສິນຊີ້ຂາດແມ່ນຄຸນນະພາບຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນ “ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ” ທີ່ຕ້ອງໄດ້ຮັບການເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ.
8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ