ລົງນາມສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ຜ່ານການສ້າງສູນພັກເຊົາຊົ່ວຄາວ

ລົງນາມສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ຜ່ານການສ້າງສູນພັກເຊົາຊົ່ວຄາວ

ລົງນາມສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ຜ່ານການສ້າງສູນພັກເຊົາຊົ່ວຄາວ
ພິທີລົງນາມເອກະສານໂຄງການສ້າງຄວາມເຂັ້ມແຂງໃນການຕອບໂຕ້ໄພພິບັດ ໂດຍຜ່ານການສ້າງສູນພັກເຊົາຊົ່ວຄາວລະຫວ່າງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ຈັດຂຶ້ນເມື່ອບໍ່ດົນມານີ້, ຮ່ວມລົງນາມຂອງທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະກະຊວງ ຮສສ ແລະ ທ່ານນາງ ມາຕິນ ເທເລີ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາປະຈຳ ສປປ ລາວ ໂດຍມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ຮສສ ຮອງປະທານຜູ້ປະຈຳການ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ລງນາມສາງຄວາມເຂມແຂງໃນການຕອບໂຕໄພພບດ ຜານການສາງສນພກເຊາຊວຄາວ - image 1
 

 

ໂຄງການດັ່ງກ່າວມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມປອດໄພໃຫ້ຊຸມຊົນທີ່ອາດຈະຖືກຜົນກະທົບຈາກໄພນໍ້າຖ້ວມ ໂດຍສະເພາະຢູ່ແຂວງຄຳມ່ວນ, ສາລະວັນ ແລະ ແຂວງຈຳປາສັກ, ຜ່ານການອອກແບບ ແລະ ກໍ່ສ້າງສູນພັກເຊົາຊົ່ວຄາວແບບຮອບດ້ານ. ໂຄງການນີ້ຈະດຳເນີນການສ້າງສູນພັກເຊົາຊົ່ວຄາວໃໝ່ 8 ແຫ່ງ ແລະ ປັບປຸງສູນພັກເຊົາທີ່ມີຢູ່ແລ້ວໃຫ້ດີຂຶ້ນຈຳນວນ 4 ແຫ່ງຢູ່ໃນ 3 ແຂວງເປົ້າໝາຍໂຄງການ ແລະ ສ້າງຮ່າງບົດແນະນຳການຄັດເລືອກສະຖານທີ່ສ້າງສູນພັກເຊົາຊົ່ວຄາວ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ ລວມມູນຄ່າໂຄງການທັງໝົດ 3,8 ລ້ານໂດລາ (ບໍ່ລວມງົບປະມານບໍລິຫານຂອງສຳນັກງານໃຫຍ່ອົງການ ສປຊ ເພື່ອການພັດທະນາ).

ຂໍ້ມູນ-ພາບ: ຂ່າວສານ ຮສສ

ຄໍາເຫັນ

ຂ່າວການຮ່ວມມື

ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ

ຄະ­ນະ​ຜູ້​ແທນ​ ອົງການກວດສອບແຫ່ງລັດເດີນ­ເຂົ້າຮ່ວມກອງປະຊຸມຄະ­ນະ​ກຳ­ມະ­ການຂໍ້​ມູນ​ຂ່າວ­ສານທີ່ ສປ ຈີນ

ປະຕິບັດຕາມບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ສຳນັກງານກວດສອບແຫ່ງຊາດ ສປ ຈີນ, ໃນລະຫວ່າງວັນທີ 28 ສິງຫາຫາ 4 ກັນຍາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບສຳນັກງານກວດສອບແຫ່ງຊາດ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ແລະ ເມືອງຮາບິນ ສປ ຈີນ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ຮາວ ຄາຍ ປະທານສຳນັກງານກວດສອບແຫ່ງຊາດ ສປ ຈີນ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ແລກປ່ຽນບົດຮຽນກ່ຽວກັບການມີສ່ວນຮ່ວມຂອງ ອົງການກວດສອບແຫ່ງລັດ ຕໍ່ກັບການມີສ່ວນຮ່ວມໃນການສ້າງແຜນງົບປະມານແຫ່ງລັດ ແລະ ການນໍາໃຊ້ ປັນຍາປະດິດ ຫຼື AI ເຂົ້າໃນວຽກງານການກວດສອບ.
ຖ່າຍທອດສົດງານໂຮມຊຸມນຸມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຂອງປະຊາຊົນຈີນ

ຖ່າຍທອດສົດງານໂຮມຊຸມນຸມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຂອງປະຊາຊົນຈີນ

ໃນຕອນເຊົ້າວັນທີ 3 ສິງຫາ ນີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະຕໍ່ຕ້ານຟາຊິດຂອງປະຊາຊົນຈີນ ແລະ ການຕໍ່ຕ້ານຟາຊິດຂອງປະຊາຊົນທົ່ວໂລກຄົບຮອບ 80 ປີ, ໃນຂະນະດຽວກັນ, ທີ່ນະຄອນຫຼວງວຽງຈັນ, ວິທະຍຸໂທລະພາບສູນກາງຈີນປະຈຳລາວ CMG ກໍໄດ້ຖ່າຍທອດສົດງານສະເຫຼີມສະຫຼອງດັ່ງກ່າວຜ່ານວິດີໂອທາງໄກ ທີ່ສູນການຄ້າວຽງຈັນເຊັນເຕີ, ໂດຍມີ ທ່ານ ຄຳໄຫຼ ສີປະເສີດ ຮອງປະທານກວດກາສູນກາງພັກ, ມີການນຳພັກ-ລັດ, ຜູ້ຕາງໜ້າຈາກກະຊວງ, ອົງການຕ່າງໆເຂົ້າຮ່ວມຮັບຊົມ.
ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ  (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ ມິງ ​ເຕິມ​ ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ (ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດ​ຫວຽດ​ນາມ ຄົບ​ຮອບ 80 ປີ, 02/9/1945-02/9/2025)

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ປະ​ເທດສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2025), ຕາງ​ໜ້າ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ​ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ນັບ​ຖື ແລະ​ ຂໍສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ ພ້ອມດ້ວຍໄມ​ຕີ​ຈິດ​ອັນ​ດູດ​ດື່ມ​, ​​ອົບ​ອຸ່ນ​ຖານ​ສະ​ຫາຍ​ອ້າຍ​ນ້ອງ ມາ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ປະ​ຊາ​ຊົນລາວ​.
ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ການນໍາພັກ, ລັດ ຊົມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 80 ປີ

ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈໍາລາວ ໄດ້ຈັດໃຫ້ມີພິທີໂຮມຊຸມນຸມສວນສະໜາມ ສະເຫຼີມສະຫຼອງວັນຊາດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ (2 /9/1945 - 2/9 /2025) ຜ່ານທາງອອນລາຍ ໃນວັນທີ 2 ກັນຍານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ.
ລມຕ ຕ່າງປະເທດ ພົບປະເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້

ລມຕ ຕ່າງປະເທດ ພົບປະເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້

ໃນວັນທີ 1 ກັນຍາ ນີ້, ໃນໄລຍະຕິດຕາມ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ 2025 (Shanghai Cooperation Organization Summit 2025), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະເຮັດວຽກກັບ ທ່ານ Nurlan Yermekbayev ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO).
ຫົວໜ້າ ອອປສ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະ

ຫົວໜ້າ ອອປສ ຕ້ອນຮັບທູດໄທ ເຂົ້າຢ້ຽມພົບປະ

ໃນວັນທີ 1 ກັນຍາ ນີ້, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະອໍາລາຂອງທ່ານນາງມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງຣາຊະອານາຈັກໄທປະຈຳ ສປປ ລາວ ທີ່ໄດ້ປະຕິບັດໜ້າທີ່ສຳເລັດຄົບວາລະ ແລະ ຈະເດີນທາງກັບຄືນສູ່ປະເທດ.
ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ

ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນສໍາລັບເຄິ່ງປີທໍາອິດຂອງປີ 2025, ໂດຍລາຍງານການເຕີບໃຫຍ່ທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ. ນອກຈາກນີ້, ສາຍການບິນດັ່ງກ່າວຍັງໄດ້ປະກາດເສັ້ນ ທາງບິນໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈິມິນ ຊຶ່ງເປັນສູນກາງທາງດ້ານເສດຖະກິດຂອງຫວຽດນາມ ກັບ ນະຄອນຫຼວງມານີລາ ຂອງຟີລິບປິນ ຊຶ່ງມີກຳນົດເປີດໃຫ້ບໍລິການໃນເດືອນພະຈິກ. ສໍາລັບນັກທ່ອງທ່ຽວຊາວລາວ, ເສັ້ນທາງບິນໃໝ່ນີ້ຈະອຳນວຍຄວາມສະດວກໃນການເດີນທາງລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.
ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຝ​ຣັ່ງ ປະຈໍາລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບທູດຝ​ຣັ່ງ ປະຈໍາລາວ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນ​ທີ 28 ສິງຫານີ້ ທີ່ ທຳນຽບປະທານປະເທດ, ທ່ານ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ທ່ານນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ ໃນໂອກາດທ່ານທູດ ສຳເລັດການປະຕິບັດໜ້າທີ່ການທູດປະຈຳ ສປປ ລາວ.
ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

ກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ

ໃນວັນທີ 27 ສິງຫານີ້, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານການທູດເສດຖະກິດ ຂອງ ສປປ ລາວ ຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid) ຂຶ້ນທີ່ກະຊວງການຕ່າງປະເທດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາທ່ານເອກອັກຄະລັດຖະທູດ, ທ່ານກົງສູນໃຫຍ່ ແລະ ທ່ານຫົວໜ້າຫ້ອງການສໍານັກງານ ພ້ອມທັງບັນດານັກການທູດ ທີ່ປະຈຳຢູ່ ສຳນັກງານຜູ້ຕາງໜ້າ ຂອງ ສປປ ລາວ ທີ່ຕ່າງປະເທດ ຈໍານວນ 41 ແຫ່ງ ເຂົ້າຮ່ວມ.
ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ຫົວໜ້າ ຄຕພ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງເອກອັກຄະລັດຖະທູດ ຝ​ຣັ່ງ ປະຈໍາ ລາວ

ໃນວັນ​ທີ 26 ສິງຫານີ້ ທີ່ ​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບອໍາລາຂອງ​ ທ່ານ ນາງ ຊິວ​-ແລັງ ຊູ​ອອກ (Siv-Leng CHHUOR) ເອກອັກຄະລັດຖະທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ ຝ​ຣັ່ງ ປະຈໍາ ສປປ ລາວ.
ເພີ່ມເຕີມ