ລົດບັນທຸກອ້ອຍທຸກຄັນ ຕ້ອງປະຕິບັດຕາມລະບຽບ ຢ່າງເຄັ່ງຄັດກ່ອນເຂົ້າຕິດນ້ຳໜັກ ຂອງໂຮງງານນ້ຳຕານມິດລາວ

ລົດບັນທຸກອ້ອຍທຸກຄັນ ຕ້ອງປະຕິບັດຕາມລະບຽບ ຢ່າງເຄັ່ງຄັດກ່ອນເຂົ້າຕິດນ້ຳໜັກ ຂອງໂຮງງານນ້ຳຕານມິດລາວ
ໃນວັນທີ 22ພະຈິກ ຜ່ານມາທີ່ ຈຸດກວດກາຊິງຊັ່ງນ້ຳໜັກບໍລິສັດ ນ້ຳຕານມິດລາວຈຳກັດແຂວງສະຫວັນນະເຂດ, ກົມມາດຕະຖານ ແລະວັດແທກກະຊວງອຸດສາຫະກຳ ແລະການຄ້າ, ໄດ້ລົງກວດກາຊິງຊັ່ງນ້ຳໜັກປະຈຳປີ 2023-2024ຂອງບໍລິສັດນ້ຳຕານມິດລາວຈຳກັດ, ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນລຳພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານ ສະອາດ ປັນຍາດິດວົງ ຜູ້ອຳນວຍການດ້ານອ້ອຍບໍລິສັດນ້ຳຕານມິດລາວຈຳກັດ, ມີບັນດາການນຳຂອງເມືອງໄຊບູລີ, ພະນັກງານວິຊາການຈາກກົມມາດຕະຖານ ແລະວັດແທກ, ຂະແໜງການກ່ຽວຂ້ອງ, ພະນັກງານວິຊາການບໍລິສັດ ແລະອຳນາດການປົກຄອງບ້ານແກ້ງແຮດ, ຊາວສວນຜູ້ປູກອ້ອຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ສະອາດ ປັນຍາດິບວົງ ກ່າວວ່າ: ການກວດກາຊິງຊັ່ງນ້ຳໜັກຂອງບໍລິສັດແມ່ນມີຂຶ້ນທຸກໆປີກ່ອນຈະມີການໜີບອ້ອຍໃນຕົ້ນເດືອນທັນວາ, ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວສວນອ້ອຍທີ່ສະໜອງອ້ອຍໃຫ້ບໍລິສັດ ແລະ ເພື່ອສ້າງຄວາມຍຸຕິທຳ, ຈະແຈ້ງຕໍ່ຜູ້ຊື້-ຜູ້ຂາຍ ຊຶ່ງກົມມາດຕະຖານ ແລະວັດແທກກະຊວງອຸດສາຫະກຳ ແລະການຄ້າສົມທົບກັບພະນັກງານວິຊາການຂັ້ນແຂວງ ແລະເມືອງໄດ້ລົງມາກວດກາຊິງຊັ່ງນ້ຳໜັກຢູ່ແຕ່ລະຈຸດຂອງບໍລິສັດປີລະໜຶ່ງຄັ້ງ, ທັງນີ້ ກໍເພື່ອໃຫ້ປະຊາຊົນຊາວສວນອ້ອຍມີຄວາມໝັ້ນໃຈໃນການຕິດນໍ້າໜັກອ້ອຍສົ່ງໃຫ້ບໍລິສັດ. ທ່ານ ສະອາດ ປັນຍາດິບວົງ ຍັງແຈ້ງໃຫ້ ຮູ້ຕື່ມວ່າ: ສຳລັບການນຳລົດບັນທຸກອ້ອຍເຂົ້າຊິງຊັ່ງ, ລົດບັນທຸກອ້ອຍທຸກຄັນ ຕ້ອງປະຕິບັດຕາມລະບຽບຂອງໂຮງງານວາງອອກຢ່າງເຂັ້ມງວດ, ເປັນຕົ້ນຄວາມສູງຂອງການບັນທຸກ, ຄວາມປອດໄພໃນການບັນທຸກອ້ອຍ ແລະຄວາມປອດໄພເທິງທ້ອງຖະໜົນຫຼວງນຳອີກ.
ສຳລັບປີນີ້ ຄາດວ່າຈະມີອ້ອຍປ້ອນໂຮງງານ ປະມານ 550.000 ໂຕນ,ໃນນັ້ນອ້ອຍອິນຊີ ຫຼືອ້ອຍປອດສານເຄມີ 100.000 ໂຕນ ແລະອ້ອຍທົ່ວໄປ 450.000 ໂຕນ ຊຶ່ງທາງບໍລິສັດນ້ຳຕານມິດລາວຮັບຊື້ໃນລາຄາ 820.000 ກີບຕໍ່ໂຕນ (ສຳລັບອ້ອຍອິນຊີ) ແລະ ອ້ອຍທົ່ວໄປໃນລາຄາ 720.000 ກີບຕໍ່ໂຕນ,ຄາດວ່າໃນປີ 2024-2025 ຈະມີອ້ອຍສົ່ງໃຫ້ບໍລິສັດເພີ່ມຂຶ້ນ 8ແສນໂຕນ.
ທ່ານ ອ່ອນລຳພັນ ບົວສີແກ້ວໄດ້ມີຄຳເຫັນ ພ້ອມທັງກ່າວຍ້ອງຍໍຊົມເຊີຍ ຕໍ່ບໍລິສັດນ້ຳຕານມິດລາວ ທີ່ໄດ້ມີການສົ່ງເສີມພໍ່ແມ່ປະຊາຊົນ ຊາວເມືອງໄຊບູລີ ໃນການປູກອ້ອຍຢ່າງມີເຕັກນິກ ແລະໄດ້ຮັບຜົນດີ, ໃນແຕ່ລະປີເຫັນວ່າປະຊາຊົນມີຄວາມຕື່ນຕົວຫຼາຍສົມຄວນຫັນມາປູກອ້ອຍເພື່ອສົ່ງຂາຍໃຫ້ບໍລິສັດນ້ຳຕານມິດລາວ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ, ນອກນັ້ນ ທາງບໍລິສັດນ້ຳຕານມິດລາວ ຍັງໄດ້ຊ່ວຍພັດທະນາທ້ອງຖິ່ນຊ່ວຍເມືອງຕື່ມອີກ.
ຈາກນັ້ນ, ກົມມາດຕະຖານ ແລະວັດແທກ ກໍໄດ້ທຳການກວດກາ ພ້ອມທັງກວດສອບຊິງຊັ່ງ ໃຫ້ມີຄວາມຊື່ຕົງ ໃນລະດັບມາດຕະຖານສາກົນ, ເພື່ອຄວາມໂປ່ງໃສ, ຍຸດຕິທຳ ຕໍ່ຜູ້ຊື້ ແລະຜູ້ຂາຍ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ເຈົ້າແຂວງຈຳປາສັກ ເຄື່ອນໄຫວ ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ເມືອງມຸນລະປາໂມກ

ໃນວັນທີ 27 ກໍລະກົດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລາຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານຊາຍແດນ, ພ້ອມທັງ ຕິດຕາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ, ພະນັກງານນັກຮົບ ທີ່ເຮັດໜ້າທີ່ຢູ່ກົມກອງ, ຮາກຖານ ເຂດເມືອງມຸນລະປາໂມກ ແຂວງຈໍາປາສັກ, ໂດຍມີສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ສະຫາຍ ວັນນະສັກ ຊາດຕະກູນ ເລຂາພັກເມືອງມຸນລະປາໂມກ, ມີ ການນຳຂອງແຂວງ ແລະ ເມືອງມຸນລະປາໂມກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ເພີ່ມເຕີມ