ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ ຈີນ-ລາວ: ກະ​ແສການ​ທ່ອງ​ທ່ຽວ ທີ່​ບັນ​ເລງ​ເພງ​ບົດ​ໃໝ່

ລົດ​ໄຟ​ຈີນ-ລາວໃນ​ຖານ​ະ​ໂຄງ​ການສັນ​ຍາ​ລັກໜຶ່ງ​ແລວໜຶ່ງ​ເສັ້ນ​ທາງໄດ້​ບັນ​ທຸກ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດອີກ​ທັງ​ຍັງ​ເປັນ​ສາຍ​ໄຍ​ສຳ​ຄັນ​ທີ່​ເຊື່ອມ​ໂຍງ​ຈີນແລະລາວ, ທາງ​ລົດ​ໄຟ​ສາຍ​ນີ້ຜ່ານ​ພູ​ມີ​ປະ​ເທດ​ທີ່​ສະຫຼັບ​ຊັບ​ຊ້ອນ​ທ້າ​ທາຍ​ອຸ​ປະ​ສັກ​ດ້ານ​ວິ​ສາ​ວະ​ກຳ, ຫຼອມ​ລວມ​ສະ​ຕິ​ປັນ​ຍາແລະເຫື່ອ​ແຮງ​ຂອງ​ຜູ້​ກໍ່​ສ້າງ​ທັງ​ສອງ​ຊາດຈຶ່ງ​ກາຍ​ເປັນຫຼັກ​ຖານ​ທີ່ມີ​ຊີ​ວິດ​ຊີ​ວາ​ຂອງ​ການ​ກ້າວ​ໄປ​ດ້ວຍ​ກັນແລະການ​ຮ່ວມ​ມື​ແບບ​ຊະ​ນະ​ຮ່ວມ​ກັນ​ຂອງ​ຈີນ-ລາວ, ລົດ​ໄຟ​ສາຍ​ນີ້ກ້າວ​ຂ້າມ​ຄວາມ​ໝາຍ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທຳ​ມະ​ດາກາຍ​ເປັນ​ລະ​ບຽງ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່ຂັບ​ເຄື່ອນ​ການ​ພັດ​ທະ​ນາ​ພູ​ມີ​ພາກແລະ ​ເປັນ​ຂົວ​ວັດ​ທະ​ນະ​ທຳ​ທີ່​ເຊື່ອມ​ຕໍ່​ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດເປັນ​ໂອ​ກາດ​​ສຳ​ຄັນ​ໃນ​ການ​ຮ່ວມ​ມື​​​ກ້າວ​ສູ່​ທາງ​ເລິກແລະທາງກວ້າງໂດຍ​ສະ​ເພາະ​ດ້ານ​ການ​ຄ້າ-ການ​ລົງ​ທຶນ, ການ​ແລກ​ປ່ຽນ​​ວັດ​ທະ​ນະ​ທຳໂດຍ​ສະ​ເພາະ​ແມ່ນ​ການ​ທ່ອງ​ທ່ຽວ​ຂ້າມ​ແດນ​​ມີ​ບັນ​ຍາ​ກາດ​ຄຶກ​ຄື້ນ​ຂຶ້ນຫຼາຍ​ເທົ່າຜ່ານ​ການ “ຂີ່​ລົດ​ໄຟ​ທ່ຽວ​ສອງ​ປະ​ເທດ” ໄດ້​ກາຍ​ເປັນ​ກະ​ແສ​ທີ່​ກຳ​ລັງ​ນິ​ຍົມ​ກັນຫຼາຍ​ໃນ​ກຸ່ມ​ນັກ​ທ່ອງ​ທ່ຽວ, ລົດ​ໄຟ​ສາຍ​ນີ້ບໍ່​ພຽງ​ແຕ່ມອບ​ປະ​ສົບ​ການ​ການ​ເດີນ​ທາງ​ທີ່​ສະ​ດວກ, ວ່ອງ​ໄວ​ທັນ​ໃຈ, ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຜູ້​ຄົນ​ນັບ​ໝື່ນນັບ​ແສນ, ແຕ່​ຍັງ​ຂັບ​ເຄື່ອນ​ບົດ​ບາດ​ໃໝ່​ແຫ່ງ​ມິດ​ຕະ​ພາບຈີນ-ລາວ.

 

ທາງລົດໄຟເຊື່ອມຕໍ່ສອງປະເທດກະແສການທ່ອງທ່ຽວບັນເລງບົດເພັງໃໝ່: ການເປີດນຳໃຊ້ລົດໄຟຈີນ-ລາວປຽບເໝືອນການເປີດປະຕູແຫ່ງຄວາມສະດວກສະບາຍໃນການເດີນທາງຂ້າມແດນ, ບໍ່ພຽງແຕ່ຊ່ວຍໃຫ້ຜູ້ໂດຍສານຫຼຸດຄວາມອິດເມື່ອຍການເດີນທາງເທົ່ານັ້ນ,ແຕ່ຍັງຈຸດປະກາຍການທ່ອງທ່ຽວຂ້າມແດນແລະການທ່ອງທ່ຽວພາຍໃນປະເທດ, ທັງສອງໄດ້ກາຍເປັນກະແສຍອດນິຍົມທີ່ຍູ້ດັນໃຫ້ອຸດສາຫະກຳການທ່ອງທ່ຽວ ລາວ-ຈີນກ້າວສູ່ຍຸກໃໝ່ທີ່ເຕັມໄປດ້ວຍຄວາມມີຊີວິດຊີວາ, ປັດຈຸບັນນັກເດີນທາງຈຳນວນຫຼວງຫຼາຍຕ່າງກໍຫຼົງໄຫຼນຳລົດໄຟສາຍນີ້ເດີນທາງຕາມຮ່ອງຮອຍລາງເຫຼັກເພື່ອເລີ່ມຕົ້ນການພະຈົນໄພຂ້າມຊາດອັນໜ້າຕື່ນຕາຕື່ນໃຈລະຫວ່າງການເດີນທາງຍັງເພີດເພີນໄປກັບສະເໜ່ວັດທະນະທຳທີ່ເປັນເອກະລັກຂອງສອງປະເທດ, ຊົມທິວທັດທຳມະຊາດທີ່ສວຍສົດງົດງາມແລະເກັບກ່ຽວປະສົບການຂອງການເດີນທາງໃຫ້ກາຍເປັນຄວາມຊົງຈຳອັນລ້ຳຄ່າ. ອີງຕາມຂໍ້ມູນຂອງກຸ່ມລົດໄຟປແຫ່ງຊາດຈີນ (China State Railway Group ໃຫ້ຮູ້ວ່າ: ໃນປີ 2024 ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ 19.11 ລ້ານເທື່ອຄົນເພີ່ມຂຶ້ນ 15.2% ເມື່ອທຽບກັບປີ 2023, ໜ່ວຍງານຂອງລົດໄຟຈີນ-ລາວໄດ້ປັບຕົວເພື່ອຕອບສະໜອງຄວາມຕ້ອງການການເດີນທາງທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍເພີ່ມຂີດຄວາມສາມາດໃນການເດີນລົດແລະພັດທະນາຜະລິດຕະພັນການໂດຍສານໃຫ້ຫຼາກຫຼາຍຂຶ້ນ, ປີ 2024 ໄດ້ເປີດເດີນລົດໄຟໂດຍສານສູງເຖິງ 98 ຂະບວນຕໍ່ວັນແລະນັບແຕ່ເດືອນເມສາ 2024 ເປັນຕົ້ນມາໄດ້ເພີ່ມຂະບວນລົດໄຟໂດຍສານລະຫວ່າງປະເທດສິບສອງພັນາ-ຫຼວງພະບາງເພື່ອອຳນວຍຄວາມສະດວກແກ່ການທ່ອງທ່ຽວ, ການສຶກສາ, ການຄ້າ-ການລົງທຶນ.

ອີງຕາມເວັບໄຊທາງການຂອງແຂວງຢຸນນານໃຫ້ຮູ້ວ່າ: ປີ 2024 ຜ່ານມາ, ດ່ານບໍ່ຫານໄດ້ມີຂະບວນລົດໄຟເຂົ້າ-ອອກປະມານ 79,000 ຂະບວນ, ມີຜູ້ໂດຍສານຈາກ 100 ປະເທດແລະເຂດແຄວ້ນທີ່ເດີນທາງດ້ວຍລົດໄຟສາຍນີ້, ຂໍ້ມູນດັ່ງກ່າວໄດ້ກາຍເປັນເຄື່ອງຈັກສຳຄັນຂອງການພັດທະນາຊຸມຊົນແຫ່ງອະນາຄົດຮ່ວມຈີນ-ລາວ, ປັດຈຸບັນມີນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍເລືອກເດີນທາງກັບລົດໄຟຂ້າມປະເທດສາຍນີ້ເພື່ອສຳພັດກັບບັນຍາກາດວັດທະນະທຳທີ່ເປັນເອກະລັກ, ຊົມທິວທັດທຳມະຊາດທີ່ສວຍສົດງົດງາມຕື່ນຕາຕື່ນໃຈແລະເກັບຄວາມຊົງຈຳອັນລ້ຳຄ່າໃນການເດີນທາງ, ໃນຂະນະທີ່ປີ 2025 ຄວາມມີຊີວິດຊີວາຂອງທາງລົດໄຟຈີນ-ລາວຍິ່ງປະກົດເດັ່ນຊັດຂຶ້ນ. ອີງຕາມຂໍ້ມູນຈາກນະຄອນຄຸນໝິງແຂວງຢຸນນານໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2025 ລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານທະລຸ 10 ລ້ານເທື່ອຄົນໂດຍໃນປະເທດຈີນ 8.14 ລ້ານເທື່ອຄົນ, ຕ່າງປະເທດ 1.93 ລ້ານເທື່ອຄົນ, ນອກຈາກນີ້ດ້ວຍນະໂຍບາຍຍົກເວັ້ນວີຊາທຣານຊິດ 240 ຊົ່ວໂມງເຮັດໃຫ້ຄວາມຕ້ອງການການເດີນທາງຂ້າມແດນເພີ່ມສູງຂຶ້ນ, ມີຜູ້ໂດຍສານຂ້າມແດນສະສົມກວ່າ 140,000 ເທື່ອຄົນ, ການເປີດຕົວຂະບວນທ່ອງທ່ຽວແບບວົງກົມເຊັ່ນ: “ນັ່ງລົດໄຟທ່ຽວຢຸນນານ” ແລະ “ຊຽງວັ່ງເຮົ່າ” ໄດ້ຍົກລະດັບປະສົບການການເດີນທາງແລະ ສ້າງວົງແຫວນເສດຖະກິດການທ່ອງທ່ຽວຂ້າມແດນທີ່ມີເອກະລັກສະເພາະ, ປັດຈຸບັນລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງ “ຄຳ” ທີ່ຮ້ອນແຮງທີ່ສຸດປາຍທາງດ້ານໜຶ່ງເຊື່ອມຕໍ່ຄຸນໝິງແລະສິບສອງປັນນາ, ອີກດ້ານໜຶ່ງເຊື່ອມຕໍ່ຫຼວງພະບາງແລະນະຄອນຫຼວງວຽງຈັນ ເມືອງທ່ອງທ່ຽວສຳຄັນຂອງລາວ ດ້ວຍຂໍ້ໄດ້ປຽບດ້ານການຄົມມະນາຄົມທີ່ສະດວກສະບາຍ ແລະ ວ່ອງໄວ ບວກກັບວັດທະນະທຳທ້ອງຖິ່ນ, ຄວາມຫຼາກຫຼາຍຂອງອາຫານທີ່ລົດຊາດດີ ແລະ ທິວທັດທຳມະຊາດທີ່ສວຍສົດງົດງາມຈຶ່ງດຶງດູດໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າມາຢ່າງຕໍ່ເນື່ອງ. ໃນອະນາຄົດ ລົດໄຟສາຍນີ້ ຍິ່ງມີບົດບາດສຳຄັນໃນການສົ່ງເສີມການເຊື່ອມໂຍງ ເຊື່ອມຈອດ, ການແລກປ່ຽນວັດທະນະທຳ ແລະ ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ການວາງເສັ້ນທາງທ່ຽວທ່ຽວ “ຄຳ” ດຶງດູດກະແສນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ: ລົດໄຟຈີນ-ລາວ ໄດ້ເຊື່ອມໂຍງນະຄອນຄຸນໝິງ-ສິບສອງປັນນາ ແລະ ເມືອງທ່ອງທ່ຽວສຳຄັນຂອງຈີນຫຼາຍແຫ່ງ, ເມືອງເຫຼົ່ານີ້ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ຄວາມຫຼາກຫຼາຍດ້ານວັດທະນະທຳ ທີ່ສາມາດດຶງດູດນັກທ່ອງທ່ຽວຊາວຈີນຈຳນວນມະຫາສານ ແລະ ຍັງມີສະເໜ່ສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດອີກດ້ວຍ ຕົວຢ່າງ: ສິບສອງປັນນາ, ຈາກຂໍ້ມູນການທ່ອງທ່ຽວຈີນລະບຸວ່າ: ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ ຍອດການສັ່ງຈອງການເດີນທາງຂອງນັກທ່ອງທ່ຽວຈາກປະເທດອາຊຽນໄປຍັງສິບສອງປັນນາເພີ່ມຂຶ້ນຫຼາຍກວ່າ 2.5 ເທົ່າ ເມື່ອທຽບກັບປີຜ່ານມາໂດຍແມ່ນນັກທ່ອງທ່ຽວຈາກໄທ ແລະ ມາເລເຊຍ ເປັນອັນດັບຕົ້ນໆ, ການມີລົດໄຟຈີນ-ລາວທີ່ສະດວກສະບາຍ ເຮັດໃຫ້ນັກທ່ອງທ່ຽວຕ່າງຊາດສາມາດເດີນທາງໄປສິບສອງປັນນາໄດ້ງ່າຍຂຶ້ນ ເພື່ອສຳຜັດສະເໜ່ວັດທະນະທຳໄລລື້, ຊີມອາຫານພື້ນເມືອງ ແລະ ເພີດເພີນກັບທິວທັດທຳມະຊາດປ່າຝົນເຂດຮ້ອນ, ອັດຕາເຂົ້າພັກໂຮງແຮມຕາມແລວເສັ້ນທາງລົດໄຟສູງກວ່າ 85% ເຊິ່ງສະທ້ອນໃຫ້ເຫັນວ່າ ນັກທ່ອງທ່ຽວຕ່າງປະເທດຈຳນວນຫຼວງຫຼາຍ ເລືອກເດີນທາງໄປທ່ອງທ່ຽວຈີນ ຍ້ອນມີລົດໄຟຈີນ-ລາວ, ບວກກັບນະໂຍບາຍຂອງຈີນ ທີ່ຂະຫຍາຍ “ກຸ່ມປະເທດເພື່ອນມິດ ຍົກເວັ້ນວີຊາ” ແລະ ປັບນະໂຍບາຍການຜ່ານແດນປອດວີຊາໃຫ້ສະດວກຂຶ້ນ ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈເຂົ້າມາທ່ອງທ່ຽວຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ລົດໄຟຈີນ-ລາວ ຈຶ່ງກາຍເປັນເສັ້ນທາງຄົມມະນາຄົມສຳຄັນສຳລັບການເດີນທາງເຂົ້າປະເທດຈີນ; ດ່ານກວດຄົນເຂົ້າ-ອອກເມືອງ ດ່ານລົດໄຟບໍ່ຫານຍັງໄດ້ເປີດ “ຊ່ອງທາງພິເສດ ສຳລັບຜູ້ໂດຍສານຜ່ານແດນປອດວີຊາ” ເພື່ອອຳນວຍຄວາມສະດວກ ແລະ ໃຫ້ຄຳແນະນຳແກ່ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເງື່ອນໄຂຢ່າງທັນເວລາ ເຮັດໃຫ້ການເດີນທາງຂ້າມແດນເປັນໄປຢ່າງວ່ອງໄວ, ການເປີດນຳໃຊ້ລົດໄຟຈີນ-ລາວ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວຕ່າງປະເທດຈຳນວນມະຫາສານເດີນທາງເຂົ້າຈີນເທົ່ານັ້ນ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມ, ການແລກປ່ຽນການທ່ອງທ່ຽວລະຫວ່າງປະເທດ ແລະ ຂັບເຄື່ອນຕະຫຼາດທ່ອງທ່ຽວຈີນໃຫ້ຂະຫຍາຍຕົວຂຶ້ນນັບມື້.

ທາງລົດໄຟຈີນ-ລາວແມ່ນຄວາມສຳພັນສອງຝ່າຍທີ່ຂ້າມພູຜາ ຜ່ານແມ່ນ້ຳ: ບໍ່ພຽງແຕ່ເປັນການມອບພະລັງຂັບເຄື່ອນການພັດທະນາທີ່ເຂັ້ມແຂງແກ່ສປປລາວແຕ່ຍັງເປີດກວ້າງໂອກາດການຮ່ວມມືແລະການແລກປ່ຽນກັບສປຈີນເຮັດໃຫ້ສອງປະເທດໄດ້ແບ່ງປັນໂອກາດພາຍໃຕ້ຄວາມໄດ້ປຽບທີ່ສົ່ງເສີມເຊິ່ງກັນແລະກັນ, ກ່ອນໜ້ານີ້ ປະເທດລາວມີພູມີປະເທດເປັນພູຜາຄ້ອຍຊັນສະຫຼັບຊັບຊ້ອນແລະລະບົບຄົມມະນາຄົມຂ້ອນຂ້າງອ່ອນນ້ອຍຈົນກາຍເປັນປະເທດແລນລ໊ອກ, ການພັດທະນາເສດຖະກິດ-ສັງຄົມຈຶ່ງມີຂໍ້ຈຳກັດ, ແຕ່ເມື່ອເປີດນຳໃຊ້ທາງລົດໄຟຈີນ-ລາວໄດ້ເປີດສັງກາດໃໝ່ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນແລະສາກົນໂດຍສະເພາະແມ່ນການຂົນສົ່ງສິນຄ້າຂ້າມແດນ, ການທ່ອງທ່ຽວໄດ້ກາຍເປັນກະແສເຮັດໃຫ້ເມືອງທ່ອງທ່ຽວຂອງລາວເຊັ່ນ: ຫຼວງພະບາງອາໄສກະແສນັກທ່ອງທ່ຽວທີ່ຫຼັ່ງໄຫຼເຂົ້າມາຈຳນວນມະຫາສານພ້ອມລົດໄຟ, ໂຮງແຮມ, ຮ້ານອາຫານ, ຕະຫຼາດຫັດຖະກຳທ້ອງຖິ່ນເຕີບໂຕຢ່າງໄວວາປະຊາຊົນລາວຈຳນວນບໍ່ໜ້ອຍມີລາຍຮັບຈາກການບໍລິການການທ່ອງທ່ຽວຊ່ວຍຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນຢ່າງເຫັນໄດ້ຊັດເຈນ. ທາງລົດໄຟສາຍນີ້ບໍ່ພຽງແຕ່ຫຍໍ້ໄລຍະທາງແລະເວລາການເດີນທາງລົງເທົ່ານັ້ນ ແຕ່ຍັງເຮັດໃຫ້ ສປປ ລາວ ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ ແລະ ສາກົນຍິ່ງຂຶ້ນ, ຊາວໜຸ່ມລາວ ສາມາດຂີ່ລົດໄຟໄປສຶກສາຮຽນຮູ້ການກະເສດສະໄໝໃໝ່ ແລະ ເສດຖະກິດດີຈີຕ໋ອນໃນຈີນ; ໃນຂະນະທີ່ສະຖານທີ່ທ່ອງທ່ຽວສຳຄັນຂອງລາວ ກໍມີນັກທ່ອງທ່ຽວຈາກຫຼາຍປະເທດເດີນທາງມາສຳຜັດກັບທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳຂອງລາວເປັນຈຳນວນຫຼວງຫຼາຍ. ສຳລັບບລົດໄຟຈີນ-ລາວແມ່ນຜົນລັບສຳຄັນຂອງການຮ່ວມມືກັບອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນການປະຕິບັດຕົວຈິງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ນຳຜົນປະໂຫຍດຮອບດ້ານຢ່າງເປັນຮູບປະທຳ.

ເສັ້ນທາງ “ຄຳ” ຍູ້ໜູນການຄ້າ, ຮ່ວມສ້າງໂອກາດໃໝ່ແຫ່ງການພັດທະນາ: ສິນຄ້າເຄື່ອງກົນຈັກເອເລັກໂຕຣນິກ ແລະ ຜະລິດຕະພັນອຸດສາຫະກຳເບົາຂອງຈີນ ໄດ້ສົ່ງເຂົ້າສູ່ຕະຫຼາດລາວຢ່າງຕໍ່ເນື່ອງໂດຍຜ່ານລົດໄຟຈີນ-ລາວ, ລາວ-ຈີນ, ໃນຂະນະດຽວການກໍໄດ້ສ້າງຄວາມສະດວກແກ່ການລົງທຶນ ແລະ ຜູ້ປະກອບກິດຈະການຂອງບໍລິສັດຈີນໃນລາວ ສົ່ງເສີມການຂະຫຍາຍຕ່ອງໂສ້ອຸດສາຫະກຳຂ້າມແດນ ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ. ສໍາລັບການທ່ອງທ່ຽວ ແລ ການແລກປ່ຽນວັດທະນະທຳ, ລົດໄຟລາວ-ຈີນ ໄດ້ເຮັດໃຫ້ນັກທ່ອງທ່ຽວຈີນເດີນທາງເຂົ້າມາລາວໄດ້ງ່າຍ ແລະ ໄວຂຶ້ນ “ການທ່ອງທ່ຽວຂ້າມແດນແບບພ້ອມອອກເດີນທາງທັນທີ” ກາຍເປັນຈິງ, ບໍ່ພຽງແຕ່ເພີ່ມທາງເລືອກໃຫ້ແກ່ປະຊາຊົນຈີນເທົ່ານັ້ນ ແຕ່ຍັງເພີ່ມໂອກາດການເຜີຍແຜ່ວັດທະນະທຳຈີນສູ່ສາຍຕາຊາວຕ່າງປະເທດອີກດ້ວຍ ເມື່ອນັກທ່ອງທ່ຽວຈີນ ນຳສັນຍາລັກທາງວັດທະນະທຳ ເຊັ່ນ: ໜ້າກາກງິ້ວຈີນ ຜົນງານການປະດິດຕົວອັກສອນເຂົ້າສູ່ລາວ ແລະ ເມື່ອຊາຜູເອີ້, ຜ້າໄໝໄທລື້ ຈາກແຂວງຢຸນນານ ໄດ້ມາປະຊັນຄວາມງົດງາມກັບດອກຈຳປາລາວ ແລະ ງານຈັກສານຈາກເຖົາວັນຂອງລາວ, ວັດທະນະທຳທັງສອງຊາດກໍຫຼໍ່ລ້ຽງເຊິ່ງກັນ ແລະ ກັນ ຜ່ານການແລກປ່ຽນ, ໃນຂະນະດຽວກັນ ຈີນຍັງດຶງດູດຊາວລາວ ໃຫ້ເຂົ້າໄປສຳຜັດພະລັງແຫ່ງການພັດທະນາ ແລະ ວັດທະນະທຳອັນຫຼາກຫຼາຍຂອງຈີນຜ່ານລົດໄຟ ເສີມສ້າງຄວາມເຂົ້າໃຈ ແລະ ມິດຕະພາບຂອງປະຊາຊົນສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຫາກເບິ່ງໄປອະນາຄົດຂ້າງໜ້າ, ທາງລົດໄຟຈີນ-ລາວ ຈະເຮັດໃຫ້ການຮ່ວມມື ລາວ-ຈີນ ຍິ່ງຈະເຂົ້າສູ່ທາງເລິກ ແລະ ທາງກວ້າງຍິ່ງໆຂຶ້ນ, ພ້ອມກັບການຂັບເຄື່ອນຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ” ການຮ່ວມມືລະຫວ່າງຈີນ ແລະ ລາວດ້ານເສດຖະກິດ-ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ເຕັກໂນໂລຊີ ຈະເລິກເຊິ່ງຍິ່ງໆຂຶ້ນ. ລົດໄຟຈີນ-ລາວ, ໃນຖານະມັງກອນເຫຼັກສາຍຍາວ ຈະຍົກສູງສັກກະຍະພາບດ້ານການທ່ອງທ່ຽວ, ການຄ້າ, ແລກປ່ຽນວັດທະນະທຳ, ກາຍເປັນເຄື່ອງຈັກສຳຄັນໃນການພັດທະນາຊຸມຊົນແຫ່ງອະນາຄົດຮ່ວມ ຈີນ-ລາວ ໂດຍສະເພາະການທ່ອງທ່ຽວ, ສອງປະເທດຈະສົ່ງເສີມການຮ່ວມມືຢ່າງຕໍ່ເນື່ອງ, ຮ່ວມພັດທະນາຊັບພະຍາກອນດ້ານການທ່ອງທ່ຽວ, ຂຸດຄົ້ນທ່າແຮງ ຄວາມງົດງາມຕາມແລວເສັ້ນທາງລົດໄຟ ເຊື່ອມໂຍງກັບສະຖານທີ່ທ່ອງທ່ຽວສຳຄັນ ເຊັ່ນ: ທະເລສາບຕຽນຊື່ຂອງຄຸນໝິງ, ປ່າຝົນສິບສອງປັນນາ ແລະ ວັດບູຮານ ນະຄອນຫຼວງພະບາງ ເພື່ອສ້າງຜະລິດຕະພັນ ແລະ ເສັ້ນທາງທ່ອງທ່ຽວຂ້າມແດນແບບ “ໜຶ່ງເສັ້ນທາງ ຫຼາຍຈຸດໝາຍ" ນັກທ່ອງທ່ຽວສາມາດສຳຜັດກັບເທດສະການຫົດນ້ຳຂອງເຜົ່າໄທລື້ ແລະ ເທດສະການສຳຄັນຂອງລາວໄດ້ໃນຂະບວນລົດໄຟ, ນອກຈາກນີ້ ສອງປະເທດຍັງຈະສົ່ງເສີມການຄຸ້ມຄອງຕະຫຼາດທ່ອງທ່ຽວ, ຍົກລະດັບຄຸນນະພາບການບໍລິການ ແລະ ນຳໃຊ້ລະບົບດ່ານອັດສະລິຍະ ເຮັດໃຫ້ການເດີນທາງສະດວກຄືກັນກັບ “ໄປຢ້ຽມຢາມບ້ານເພື່ອນ” ດ້ວຍການຮ່ວມກັນເຮັດທຸກວິທີທາງ ເພື່ອໃຫ້ນັກທ່ອງທ່ຽວມີຄວາມປອດໄພ, ສະດວກສະບາຍ ແລະ ວ່ອງໄວ, ເສັ້ນທາງທ່ອງທ່ຽວ “ຄຳ” ສາຍນີ້ ປຽບເໝືອນໂຄງຂ່າຍຂະໜາດໃຫຍ່ ທີ່ແຜ່ລັດສະໝີໄປຍັງພື້ນທີ່ໃກ້ຄຽງ, ສົ່ງເສີມ, ການປະສານຢ່າງເລິກເຊິ່ງຂອງວົງຈອນທ່ອງທ່ຽວໃນພູມີພາກອິນດູຈີນ, ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວລະດັບພາກພື້ນ ເຮັດໃຫ້ “ນັ່ງລົດໄຟທ່ຽວອາຊຽນ” ກາຍເປັນເລື່ອງປົກະຕິ ແລະ ຂະຫຍາຍຕະຫຼາດທ່ອງທ່ຽວໃຫຍ່ຂຶ້ນ ດ້ວຍການຮ່ວມມືຈາກລັດຖະບານ ແລະ ປະຊາຊົນສອງປະເທດ ຈີນ-ລາວ; ລົດໄຟຈີນ-ລາວ ຈະເຕີບໂຕເປັນສາຍເສດຖະກິດທີ່ເຊື່ອມໂຍງຄວາມຈະເລີນ ແລະ ເປັນຂົວຕໍ່ການແລກປ່ຽນວັດທະນະທຳທີ່ເຊື່ອມໃຈຜູ້ຄົນເຕີມພະລັງແບບບໍ່ຮູຈົບໃຫ້ຊຸມຊົນແຫ່ງອະນາຄົດຮ່ວມຈີນ-ລາວ ແລະ ຜົນໄດ້ຮັບຂອງການພັດທະນາ ຈະຫຼໍ່ລ້ຽງປະຊາຊົນສອງຝ່າຍ ຄ້າຍຄືກັນກັບສາຍນ້ຳຂອງທີ່ໃສເຢັນ ຮ່ວມກັນສ້າງອະນາຄົດທີ່ສົດໄສຍິ່ງໆຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ສະພາລາວ-ຣັດເຊຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບການຮ່ວມມືຮອບດ້ານ

ກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາສູງແຫ່ງສະຫະພັນຣັດເຊຍໄດ້ຈັດຂຶ້ນໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ. ການພົບປະຄັ້ງນີ້ຝ່າຍລາວນໍາໂດຍທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ປະທານຄະນະມິດຕະພາບລັດຖະສະພາລາວ-ຣັດເຊຍ ແລະ ຝ່າຍ ສ ຣັດເຊຍນໍາໂດຍທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ ປະທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວພ້ອມຄະນະ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ປະທານ ສພຊ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສ ຣັດເຊຍ

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ (ສພຊ) ໄດ້ຕ້ອນຮັບ ແລະ ພົບປະກັບທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງແຫ່ງສະຫະພັນຣັດເຊຍ (ສ.ຣັດເຊຍ) ໃນວັນທີ 2 ທັນວາຜ່ານມາ ທີ່ສະພາແຫ່ງຊາດ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ.
ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ວາງສີລາລືກ ໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂດພາກໃຕ້

ພິທີວາງສີລາລືກໂຄງການກໍ່ສ້າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂດພາກໃຕ້ໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ຢູ່ທີ່ບ້ານຄອນໄຫຼນະຄອນປາກເຊແຂວງຈຳປາສັກ ຊຶ່ງເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນ ສສ ຫວຽດນາມ ໃຫ້ແກ່ ສປປ ລາວ ໃນໂອກາດສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 1975) ແລະວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025).
ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

ຖະ​ແຫຼງ​ການ​ຮ່ວມ​ລາວ-ຫວຽດ​ນາມ

1. ໂດຍຕອບຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກປະ​ຊາ​ຊົນປະ​ຕິ​ວັດລາວ ປະ​ທານ​ປະ​ເທດ ​ແຫ່ງ​ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາຊົນລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ, ສະ​ຫາຍ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ພ້ອມດ້ວຍ ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຂອງ ​ພັກ, ລັດ​ ແຫ່ງ ສສ ຫວຽດ​ນາມ ໄດ້​ຢ້ຽມ​ຢາມ​ລັດ​ຖະ​ກິດ ​ສ​າ​ທາ​ລະ​ນະ​ລັດ ປະຊາທິປະໄຕ ປະ​ຊາ​ຊົນລາວ, ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສະ​ຖາ​ປະ​ນາ​ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ​ຄົບ​ຮອບ 50 ປີ ແລະ ເປັນ​ປະ​ທານ​ຮ່ວມ​ກອງປະຊຸມ​ພົບ​ປະ ​ປະຈໍາປີ 2026 ລະຫວ່າງ ​ສອງ​ກົມ​ການ​ເມືອງ​ ພັກ​ປະ​ຊາ​ຊົນປະ​ຕິວັດລາວ ແລະ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແຕ່​ວັນ​ທີ 1 - 2 ທັນວາ 2025.
ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ  “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ກຸ່ມບໍລິສັດເຄມີຫວຽດນາມໃຫ້ຄໍາໝັ້ນສັນຍາ “ເວົ້າແລ້ວຕ້ອງເຮັດ”ທີ່ກອງປະຊຸມສົ່ງເສີມການລົງທຶນຫວຽດນາມ-ລາວ

ພາຍໃນກອບຂອງກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ-ລາວ ທີ່ຈັດຂຶ້ນໃນວັນທີ 3 ທັນວາ 2025 ຊຶ່ງມີ ນາຍົກລັດຖະມົນຕີຂອງທັງສອງປະເທດ ພ້ອມດ້ວຍການນໍາຂອງບັນດາກະຊວງ, ອົງການກ່ຽວຂ້ອງເຂົ້າຮ່ວມ; ທ່ານ ຟຸ້ງ ກວາງ ຫຽບ (Phùng Quang Hiệp) ກໍາມະການຄະນະບໍລິຫານງານພັກລັດຖະບານ, ເລຂາຄະນະພັກ, ປະທານສະພາສະມາຊິກກຸ່ມບໍລິສັດເຄມີຫວຽດນາມ (Vinachem) ໄດ້ຖືກເຊີນໃຫ້ປະກອບຄໍາເຫັນໃນກອງປະຊຸມ. ການກ່າວຂອງທ່ານໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນຂອງສອງປະເທດ, ເມື່ອພິຈາລະນາຮອບດ້ານເຖິງທິດທາງການຮ່ວມມື, ຄວາມສາມາດບົ່ມຊ້ອນຂອງການພັດທະນາ ແລະ ລະດັບຄວາມຄືບໜ້າຂອງໂຄງການ ໃນຈຸດທີ່Vinachem ຜັນຂະຫຍາຍຢູ່ລາວ, ພິເສດແມ່ນໂຄງການຂຸດຄົ້ນ ແລະ ປຸງແຕ່ງ ເກືອກາລີ ຢູ່ແຂວງຄໍາມ່ວນ.
ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ

ຫ້ອງການຄະນະກຳມະການສົ່ງເສີມ ເເລະ ຄຸ້ມຄອງການລົງທຶນ, ຫ້ອງການຄະນະກຳມະການຮ່ວມມືລາວ-ຫວຽດ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ກົມລົງທຶນຕ່າງປະເທດ, ກະຂວງການເງິນ ສສ ຫວຽດນາມ, ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ແລະ ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ “ການຮ່ວມມື ຍຸດທະສາດ, ສ້າງການພັດທະນາທີ່ຈະເລີນຮຸ່ງເຮືອງ”ຂຶ້ນໃນວັນທີ 3 ທັນວານີ້ ທີ່ ສູນຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມມິ່ງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດຈໍານວນປະມານ 500 ຄົນເຂົ້າຮ່ວມ.
ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ມອບຫ້ອງສະໝຸດ ແລະ ອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ5ແຫ່ງໃນລາວ

ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ຮ່ວມກັບບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ມູນນິທິຊົນນະບົດຂອງຈີນ (CFRD) ໄດ້ຈັດຕັ້ງພິທີ ມອບ-ຮັບ ຫ້ອງສະໝຸດ CSG ຈຳນວນ 5 ຫ້ອງ ແລະ ອຸປະກອນການຮຽນ-ການສອນ ໃຫ້ ໂຮງຮຽນປະຖົມສຶກສາສົມບູນ ລາວ-ຈີນ ບ້ານໜອງປີງ,ເມືອງຈັນທະບູລີ,ໂຮງຮຽນປະຖົມສຶກສາສົມບູນສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂຮງຮຽນປະຖົມສຶກສາສົມບູນບ້ານຫ້ວຍອອນ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມນາເຕີຍ ແຂວງຫຼວງນ້ຳທາ ທັງ 5 ຫ້ອງສະໝຸດດັ່ງກ່າວ ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໃນຕອນເຊົ້າທີ 1 ທັນວາ 2025ນີ້ ທີ່ໂຮງຮຽນປະຖົມສົມບູນລາວ-ຈີນ,ບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍມີ ຜູ້ອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ຂອງ 5 ໂຮງຮຽນດັ່ງກ່າວເປັນຜູ້ຮັບ ໂດຍການມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທັງເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ,ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການແລະກິລາ,ທ່ານ Zhoujian ຮອງຜູ້ຈັດການຝ່າຍວາງແຜນ ບໍລິສັດ CSG, ທານ ນາງ Wei Dandan ຫົວໜ້າກອງເລຂາ ມູນນິທິພັດທະນາຊົນນະບົດຈີນ, ທ່ານ Lin Rui ຮອງຜູ້ຈັດການບໍລິສັດ CSG-LMI ປະທານບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງວິສາຫະກິດຈີນ ປະຈຳຢູ່ລາວ ເຂົ້າຮ່ວມເປັນສັກຂີພິຍານ.
ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ທູດລາວປະຈຳ ຮົງກາຣີ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ

ໃນວັນທີ 28 ພະຈິກ 2025, ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຮົງກາຣີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ທີ່ນະຄອນຫຼວງບູດາເປັດ.
ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ການນຳຂັ້ນສູງ ສ ກູບາ ສົ່ງສານອວຍພອນວັນຊາດ

ວັນທີ 2 ທັນວາ 2025, ສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ເລຂາທິການທີ່ໜຶ່ງ ຄະນະກຳມະການສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາ ລະນະລັດ ກູບາ ໄດ້ສົ່ງສານອວຍພອນ ເຖິງ ສະຫາຍ ທອງລຸນສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິ ວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ສະຫາຍທີ່ຮັກແພງ, ເນື່ອງໃນໂອກາດວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ, ຂ້າພະເຈົ້າຂໍຝາກຄຳອວຍພອນອັນອົບອຸ່ນທີ່ສຸດມາເຖິງສະຫາຍ.
ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ເພີ່ມເຕີມ