ລົດແທັກຊີ Xanh SM ໃຫ້ບໍລິການຢ່າງງ່າຍດາຍ

ລົດແທັກຊີ Xanh SM ໃຫ້ບໍລິການຢ່າງງ່າຍດາຍ
ເລີ່ມແຕ່ວັນທີ 9 ພະຈິກ 2023 ເປັນຕົ້ນໄປ, ປະຊາຊົນຊາວນະຄອນຫຼວງວຽງຈັນ,ຕະຫຼອດຮອດແຂກທັງພາຍໃນ ແລະ ນັກທ່ອງທ່ຽວສາກົນ ທີ່ເຂົ້າມາທ່ອງທ່ຽວ ນະຄອນຫຼວງວຽງຈັນ ສປປ ລາວ ແມ່ນສາມາດຈອງໄດ້ລົດແທັກຊີ Xanh SM ຢ່າງງ່າຍດາຍໂດຍຜ່ານແອັບ Xanh SM Laos ໃນ App Store ແລະ Play Store ຄືກັບບັນດາບໍລິສັດລົດແທັກຊີທີ່ນໍາໃຊ້ເຕັກໂນໂລຊີ,ໃນຂະນະດຽວກັນບັນດາຜູ້ໃຊ້ບໍລິການຍັງສາມາດເອີ້ນລົດໂດຍກົງຢູ່ຕາມຖະໜົນໄດ້ຕື່ມອີກ, ສຳລັບເສັ້ນທາງ ແລະ ຄ່າໂດຍສານແມ່ນມີຄວາມໂປ່ງໃສໃນແຕ່ລະຖ້ຽວ.
ການໃຫ້ບໍລິການລົດແທັກຊີໄຟຟ້າ Xanh SM ທີ່ນະຄອນຫຼວງວຽງຈັນ  ສປປ ລາວ ໂດຍແມ່ນບໍລິສັດ ຮຸ້ນສ່ວນ ເຄື່ອນທີ່ສີຂຽວ ແລະ ອັດສະລິຍະ GSM (Green & Smart Mobility),ການບໍລິ ການລົດແທັກຊີໄຟຟ້າແຫ່ງທຳອິດໃນລາວກັບຍີ່ຫໍ້ Xanh SMຊຶ່ງແມ່ນຕະຫຼາດຕ່າງປະເທດແຫ່ງທຳອິດ, ເລີ່ມດຳເນີນຍຸດທະສາດ “Go Green Global” ດ້ວຍເສັ້ນທາງກາຍເປັນບໍລິສັດບໍລິການຂົນສົ່ງໄຟຟ້າສາກົນຂອງ GSM, ກ້າວໄປສູ່ການນຳສະເໜີການເຄື່ອນທີ່ສີຂຽວອອກສູ່ໂລກ.
ທ່ານ ຫງວຽນວັນແທ່ງ ຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ GSM ໃຫ້ຮູ້ວ່າ:ວາງປະສົບການຂອງລູກຄ້າເປັນຈຸດສຸມ” ຈາກບໍລິສັດ Xanh SM ຫວຽດນາມ - Xanh SM ລາວ ມຸ່ງໝັ້ນໃຫ້ບໍລິການຂົນສົ່ງໂດຍລົດໄຟຟ້າ 100% ດ້ວຍມາດຕະຖານການບໍລິການລະດັບ 5 ດາວ ແລະ ຄຸນນະພາບຂອງຍານພາຫະນະທີ່ດີ ແລະ ດ້ວຍທີມງານທີ່ອຸທິດຕົນ ແລະ ເປັນມືອາຊີບ, ປະກອບສ່ວນຍົກສູງຄຸນນະພາບການບໍລິການຂົນສົ່ງຜູ້ໂດຍສານໃຫ້ແກ່ປະເທດລາວລ້ານຊ້າງ.ໃນປັດຈຸບັນ, Xanh SM ລາວໄດ້ນຳໃຊ້ລົດຮຸ່ນ VinFast VF 5 Plus, ສີຟ້າຂຽວ (cyan) ເປັນເອກະລັກຂອງຍີ່ຫໍ້, ດຳເນີນທຸລະກິດໃນນະຄອນຫຼວງວຽງຈັນ. ຈຳນວນລົດຄາດວ່າຈະເພີ່ມຂຶ້ນເປັນ 1.000 ຄັນ ແລະ ຂະຫຍາຍໄປສູ່ເມືອງທ່ອງທ່ຽວທີ່ມີຊື່ສຽງຄື: ເມືອງວັງວຽງ (ແຂວງວຽງຈັນ) ແລະ ບັນດາແຂວງອື່ນເຊັ່ນ: ແຂວງຫຼວງພະບາງ, ສະຫວັນນະເຂດ, ແຂວງຈຳປາສັກ ແລະ ອື່ນໆ..
ທ່ານກ່າວຕື່ມວ່າ:ດ້ວຍແຜນການຂະຫຍາຍທຸລະກິດໃນທົ່ວປະເທດ, ບໍລິສັດ Xanh SM ຄາດວ່າຈະເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນນັບພັນຄົນຢູ່ລາວ, ທັງເປັນການເປີດໂອກາດພັດທະນາອາຊີບທີ່ດຶງດູດໃຫ້ປະຊາຊົນທ້ອງຖິ່ນໂດຍບໍ່ຈຳເປັນຕ້ອງລົງທຶນ, ສ້າງລາຍຮັບທີ່ດີ ແລະ ໄດ້ຮັບການຝຶກອົບຮົມວິຊາຊີບ. ໂດຍສະເພາະພະນັກງານຂັບລົດ Xanh SM ລາວ ແຕ່ລະຄົນຈະໄດ້ພັດທະນາໃຫ້ເປັນ “ຕົວແທນສີຂຽວ”, ປະກອບສ່ວນເສີມຂະຫຍາຍການທ່ອງທ່ຽວລາວໃຫ້ເປັນຮູບພາບສີຂຽວ-ສະອາດ, ເປັນມິດກັບສິ່ງແວດລ້ອມ.ຄຽງຄູ່ກັບການໃຫ້ບໍລິການຂົນສົ່ງທີ່ມີຄຸນນະພາບສູງ, GSM ຍັງມຸ່ງໄປເຖິງຄວາມນິຍົມການນໍາໃຊ້ລົດໄຟຟ້າໃນລາວໂດຍຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ການຈອງລົດເປັນແພັກເກັດ, ຈອງລົດທ່ອງທ່ຽວ ແລະ ການຈອງລົດສ່ວນຕົວ...ສ້າງການແກ້ໄຂຮອບດ້ານ, ຊຸກຍູ້ແນວໂນ້ມການເຄື່ອນທີ່ດ້ວຍພະລັງງານໄຟຟ້າຂອງແຕ່ລະຄົນ.
GSM ໄດ້ຮັບການສ້າງຕັ້ງ ແລະ ເລີ່ມດຳເນີນໃນເດືອນ 4/2023 ຢູ່ສສ ຫວຽດນາມ ໃນຂອບເຂດຮູບແບບການຂົນສົ່ງສີຂຽວຫຼາຍຮູບແບບທຳອິດຂອງໂລກ ດ້ວຍພາຫະນະໄຟຟ້າ 100%. ພາຍຫຼັງການເຄື່ອນໄຫວພຽງ 6 ເດືອນ, GSM ໄດ້ບັນລຸການເຕີບໂຕດ້ານຂະໜາດ ແລະ ຄວາມໄວ, ປະຕິບັດການຂົນສົ່ງຜູ້ໂດຍສານໄດ້ຫຼາຍກວ່າ 6 ລ້ານຖ້ຽວການຮັບສົ່ງລູກຄ້າໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ແລະ ຫົວໜ່ວຍຂົນສົ່ງ,GSM ຈະຂະຫຍາຍໄປສູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ດ້ວຍທ່າແຮງທີ່ໄດ້ປຽບທີ່ພົ້ນເດັ່ນຂອງຮູບແບບການບໍລິການຂົນສົ່ງສີຂຽວ ຫຼາຍຮູບແບບແຫ່ງທຳອິດຂອງໂລກ, ໄດ້ສົມທົບທັງ 3 ແບບການຈອງລົດຄື: ຜ່ານແອັບ, ຜ່ານສູນບໍລິການສາຍດ່ວນ ແລະ ເອີ້ນໂດຍກົງຕາມເສັ້ນທາງ ແລະ ປະສົບການພັດທະນາຢ່າງວ່ອງໄວຢູ່ ຫວຽດນາມ - GSM ມີຄວາມໄດ້ປຽບໃນການແຂ່ງຂັນຫຼາຍໃນຕະຫຼາດພາກພື້ນ ແລະ ສາກົນ. ນີ້ຍັງເປັນພື້ນຖານເພື່ອໃຫ້ GSM ເລັ່ງຍຸດທະສາດ "Go Green Global" ໂດຍມີຄວາມມຸ່ງຫວັງທີ່ຈະກາຍເປັນຍີ່ຫໍ້ບໍລິການການຈອງລົດທົ່ວໂລກ, ພ້ອມທັງເປັນການເລີ່ມຕົ້ນການຈອງລົດທີ່ມີທ່າແຮງເຕີບໂຕທີ່ໄວທີ່ສຸດຂອງພາກພື້ນໃນອະນາຄົດ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ