ການພົວພັນແບບພິເສດຫວຽດນາມ - ລາວ

ລວມຍອດມູນຄ່າການຊຳລະສະສາງລະຫວ່າງສອງປະເທດຜ່ານ LaoVietBankໃນໄລຍະ 25 ປີຜ່ານມາບັນລຸເກືອບ 5 ຕື້ ໂດລາ

ລວມຍອດມູນຄ່າການຊຳລະສະສາງລະຫວ່າງສອງປະເທດຜ່ານ LaoVietBankໃນໄລຍະ 25 ປີຜ່ານມາບັນລຸເກືອບ 5 ຕື້ ໂດລາ
ໂດຍ:ຕຸໄລເພັດ ພິມເມືອງ ໃນປະຫວັດສາດການພົວພັນສາກົນນັບແຕ່ໃດໆມາ, ການພົວພັນແບບພິເສດຫວຽດນາມ - ລາວ ແມ່ນການພົວພັນທີ່ພົ້ນເດັ່ນ,

ເປັນແບບຢ່າງທີ່ຫາຍາກເປັນຄວາມຜູກພັນທີ່ໝັ້ນແກ່ນ, ສັດຊື່ບໍລິສຸດ ແລະ ຜ່ອງໃສ. ການພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ,ຫວຽດນາມ - ລາວ ທີ່ພັດທະນາຈາກການພົວພັນອັນເປັນມູນເຊື້ອ ໂດຍປະທານໂຮ່ຈິມິນ, ປະທານໄກສອນພົມວິຫານ, ສະເດັດເຈົ້າ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ການນໍາຮຸ່ນຕ່າງໆຂອງສອງພັກ, ສອງລັດ, ປະຊາຊົນສອງປະເທດລົງທຶນແຮງ ເພີ່ມພູນຄູນສ້າງ ແລະ ການພົວພັນດັ່ງກ່າວຍັງໄດ້ຮັບການຮັກສາ, ເສີມຂະຫຍາຍ ແລະ ແຕກດອກອອກຜົນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ສາກົນ.
ທ່ານ ຫງວຽນ ດຶກວູ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ(LaoVietBank)ໄດ້ໃຫ້ຮູ້ວ່າ:ບົນພື້ນຖານແຜນນະໂຍບາຍຮ່ວມມືທາງເສດຖະກິດຂອງສອງພັກ ແລະ ສອງລັດ ໃນສະພາບຂອງໂລກາພິວັດ ແລະ ຫັນເປັນພາກພື້ນທີ່ພວມດໍາເນີນໄປຢ່າງຂຸ້ນຂ້ຽວນັ້ນ, ຈາກຄວາມຮຽກຮ້ອງຕ້ອງການທີ່ກ່າວມານັ້ນ, ຈໍາເປັນຕ້ອງມີຂົວຕໍ່ໃນການຊຳລະສະສາງທີ່ປອດໄພ, ວ່ອງໄວລະຫວ່າງສອງພື້ນຖານເສດຖະກິດ. LaoVietBank ຖືກສ້າງຂຶ້ນພາຍໃຕ້ການຊີ້ນໍາຂອງການນຳພັກ, ລັດຖະບານສອງປະເທດລາວ ແລະ ຫວຽດນາມ, ການຮ່ວມມືຂອງທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL).
ພາຍຫຼັງທີ່ໄດ້ມີການກະກຽມຢ່າງຮີບດ່ວນ ແລະ ມີຄວາມພະຍາຍາມສູງລະຫວ່າງສອງທະນາຄານແມ່ BCEL ແລະ BIDV, ວັນທີ 22 ມິຖຸນາ 1999 ຢູ່ນະຄອນຫຼວງວຽງຈັນ LaoVietBank ໄດ້ສ້າງຕັ້ງຂຶ້ນ ແລະ ເຄື່ອນໄຫວຢ່າງເປັນທາງການ, ສ້າງຂີດໝາຍປະຫວັດສາດທີ່ສຳຄັນ ເປັນການຮ່ວມທຸລະກິດຂະແໜງການທະນາຄານຄັ້ງທຳອິດຢູ່ຕ່າງປະເທດຂອງຂະແໜງການທະນາຄານຂອງຫວຽດນາມ;ພ້ອມດຽວກັນນັ້ນ, ກໍເປັນບາດກ້າວໃນການພັດທະນາໃໝ່ສາຍພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ;ກາຍເປັນສັນຍາລັກໃໝ່, ເຕັມເປັນດ້ວຍບັນຍາການແຫ່ງການຮ່ວມມືໃນຂົງເຂດຮ່ວມມືດ້ານການເງິນ - ການທະນາຄານລະຫວ່າງສອງປະເທດລາວ ແລະ ຫວຽດນາມ.
ໜ້າທີ່ຕົ້ນຕໍໃນການເຄື່ອນໄຫວທຸລະກິດຂອງLaoVietBank ແມ່ນ ເຄື່ອນໄຫວຕາມພາລະບົດບາດເປັນຂົວຕໍ່ໃນການຊຳລະສະສາງ,ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດໃນການເຄື່ອນໄຫວຊຳ
ລະການຄ້າລະຫວ່າງສອງປະເທດຫວຽດນາມ - ລາວ, ປະກອບສ່ວນໃນການປະຕິບັດສົນທິສັນຍາວ່າດ້ວຍການສົ່ງເສີມການລົງທຶນ ແລະ ປົກປ້ອງການລົງທຶນ, ສົນທິສັນຍາວ່າດ້ວຍການຄ້າລະຫວ່າງສອງປະເທດລາວ ແລະ ຫວຽດນາມ ເພື່ອຮັບປະກັນຄວາມວ່ອງໄວ ແລະ ມີປະສິດທິຜົນ ໂດຍຜັນຂະຫຍາຍແຜນນະໂຍບາຍຂອງລັດຖະບານສອງປະເທດໃຫ້ປະສົບຜົນສໍາເລັດກ່ຽວກັບການແລກປ່ຽນ, ການຊຳລະສະສາງລະຫວ່າງເງິນດົ້ງຫວຽດນາມ ກັບເງິນກີບລາວ.ລວມຍອດມູນຄ່າການຊຳລະສະສາງລະຫວ່າງສອງປະເທດທີ່ປະຕິບັດທຸລະກໍາຜ່ານ LaoVietBank ໃນໄລຍະ 25 ປີຜ່ານມາບັນລຸເກືອບ 5 ຕື້ໂດລາ;ລວມຍອດມູນຄ່າການແລກປ່ຽນເງິນ ດົ້ງ/ກີບ ບັນລຸຫຼາຍກວ່າ 26,000 ຕື້ດົ້ງ, ກວມເອົາຫຼາຍກວ່າ 90% ຂອງລວມຍອດຊື້ຂາຍເງິນຕາໃນທົ່ວຂະແໜງການ.
LaoVietBank ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງລາວ, ໂດຍຜ່ານການສະໜອງທຶນໃຫ້ແກ່ບັນດາໂຄງການໃຫຍ່ສຳຄັນຂອງລາວ, ປະກອບສ່ວນໃນການສົ່ງເສີມສາຍພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ 2 ຊາດ; ສະໜອງບັນດາຜະລິດຕະພັນບໍລິການດ້ານການເງິນການທະນາຄານໃຫ້ແກ່ບັນດານັກທຸລະກິດຫວຽດນາມ ທີ່ລົງຢູ່ລາວ ກໍຄືບັນດາບໍລິສັດ, ບຸກຄົນທີ່ເຄື່ອນໄຫວດຳເນີນທຸລະກິດຢູ່ລາວ.
LaoVietBank ໄດ້ເຮັດຫຼ້ອນໜ້າທີ່ເປັນຢ່າງດີຕໍ່ກັບໜ້າທີ່ເປັນທະນາຄານຕົວແທນໃນການປ່ອຍເງິນ ໃຫ້ແກ່ບັນດາໂຄງການຕາມສົນທິສັນຍາຮ່ວມມືລະຫວ່າງສອງພັກ, ລັດຖະບານ, ກໍຄືບັນດາໂຄງການຮ່ວມມືບັນດາກະຊວງ, ອົງການປົກຄອງທ້ອງຖິ່ນຂອງສອງປະເທດ ຊຶ່ງລວມຍອດທຶນທີ່ຕອບສະໜອງແມ່ນຫຼາຍຮ້ອຍລ້ານໂດລາຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດນະໂຍບາຍ ດຶງດູດ, ເຊີນຊວນນັກທຸລະກິດຕ່າງປະເທດເຂົ້າມາລົງທຶນຢູ່ລາວ ເພື່ອເປັນການປະກອບສ່ວນຊຸກຍູ້ແກ່ການພັດທະນາພື້ນຖານເສດຖະກິດຂອງລາວໄດ້ຢ່າງວອງໄວ.
ໂດຍມີຄຳຂວັນໃນການດຳເນີນທຸລະກິດ: ເອົາລູກຄ້າເປັນສູນລວມ, ໄອທີ ແລະ ບຸກຄະລາກອນເປັນພື້ນຖານ, ເຄື່ອງມືໃນການແກ່ງແຍ່ງສ້າງຄວາມໄດ້ປຽບ ແລະ ທ່າແຮງໃໝ່ໃຫ້ແກ່ການພັດທະນາແບບຢືນຍົງ ແລະ ປັບຕົວໄດ້ກົມກຽວໃນພາກພື້ນ ແລະ ທົ່ວໂລກ, ນັບແຕ່ເລີ່ມຕົ້ນເຄື່ອນໄຫວ, LaoVietbankແມ່ນໄດ້ເອົາໃຈໃສ່ຕໍ່ວຽກງານການພັດທະນາຜະລິດຕະພັນ ຕິດພັນກັບການພັດທະນາລະບົບໄອທີ. ມາຮອດປັດຈຸບັນນີ້, ຄຽງຄູ່ກັບການປ່ຽນແປງໃໝ່ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຂອງເຕັກໂນໂລຊີໃນໂລກ, LaoVietBankພູມໃຈທີ່ເປັນໜຶ່ງໃນບັນດາທະນາຄານທີ່ມີລະບົບໄອທີທີ່ທັນສະໄໝ; ເປັນທະນາຄານທຳອິດຢູ່ລາວທີ່ມີສູນສຳຮອງເກັບຮັກສາຂໍ້ມູນລູກຄ້າທີ່ໄດ້ມາດຕະຖານ; ຕອບສະໜອງບັນດາຜະລິດຕະພັນບໍລິການທີ່ນຳໃຊ້ລະບົບໄອທີທັນສະໄໝ.
ຄຽງຄູ່ກັບການເອົາໃຈໃສ່ລົງທຶນພັດທະນາລະບົບໄອທີ, ວຽກງານບໍາລຸງກໍ່ສ້າງພະນັກງານເພື່ອແນໃສ່ຍົກສູງຄວາມຮູ້ ຄວາມສາມາດດ້ານບຸກຄະລາກອນLaoVietBankກໍໄດ້ເອົາໃຈໃສ່ເປັນພິເສດ; ປະກອບສ່ວນກໍ່ສ້າງບຸກຄະລາກອນທີ່ມີຄຸນນະພາບສູງໃນຂະແໜງການເງິນ ການທະນາຄານ. ເດີມຈາກພະນັກງານ 25 ຄົນທີ່ສອງທະນາຄານແມ່ BIDV ແລະ BCEL ສົ່ງມາ, ຮອດປັດຈຸບັນLaoVietBankມີພະນັກງານເກືອບ 500 ຄົນ, ອາຍຸສະເລ່ຍແມ່ນ ຊາວໜຸ່ມ ເປັນສ່ວນຫຼາຍ ແຕ່ວ່າລະດັບຄວາມຮູ້ ຄວາມສາມາດແມ່ນຮັບປະກັນດ້ານຄຸນນະພາບ, ຕອບສະໜອງໄດ້ດີຕໍ່ຄວາມຮຽກຮ້ອງຂອງວຽກງານ. ພິເສດ, LaoVietBankສຸດທີ່ມີຄວາມພາກພູມໃຈທີ່ຜ່ານມາມີບາງສະຫາຍທີ່ເຄີຍຮັບໜ້າທີ່, ດຳລົງຕຳແໜ່ງເປັນຜູ້ວ່າ, ການນຳກະຊວງ, ທະນາຄານກາງ, ຊ່ຽວຊານການເງິນການທະນາຄານ…ທີ່ຜ່ານມາແມ່ນເຄີຍປະຈຳການຢູ່ທີ່LaoVietBank.
ຄ່ຽງຄູ່ກັບຜົນງານດັ່ງກ່າວກໍຍັງມີ ຂໍສະດວກແລະຂໍຫຍຸ້ງຍາກໃນການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວທຸລະກິດບົນເງື່ອນໄຂເສດຖະກິດທ້ອງຕະຫຼາດມີການແຂ່ງຂັນສູງ,ໃນສະພາບເສດຖະ
ກິດໂລກ ແລະ ພາຍໃນປະເທດຕ້ອງປະເຊີນຜ່ານຜ່າຫຼາຍບັນຫາຫຍຸ້ງຍາກ, ທ້າທາຍ. LaoVietBankເອງກໍໄດ້ມີການດຳເນີນທຸລະກິດທີ່ປອດໄພ, ມີປະສິດທິພາບ, ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ, ຮັບປະກັນຜົນປະໂຫຍດຂອງບັນດາຂາຮຸ້ນ, ຂອງພະນັກງານ. ມາຮອດປັດຈຸບັນ, LaoVietBankໄດ້ກາຍເປັນໜຶ່ງໃນບັນດາສະຖາບັນການເງິນໃນອັນດັບຕົ້ນໆຂອງລາວ ທີ່ມີລວມຍອດຊັບສິນບັນລຸໄດ້ເຖິງ 20,000 ຕື້ກີບ; ລວມຍອດທຶນເງິນຝາກບັນລຸໄດ້ເຖິງ 17,000 ຕື້ກີບ; ລວມຍອດສິນເຊື່ອບັນລຸໄດ້ເຖິງ 12,000 ຕື້ກີບ; ປະກອບສ່ວນເຂົ້າງົບປະມານຂອງລັດຫຼາຍກ່ວາ 1,000 ຕື້ກີບ; ມີລະບົບເຄືອຂາຍສາຂາ 24 ສາຂາ/ໜ່ວຍບໍລິການທີ່ຕັ້ງຢູ່ໃນ 9/18 ແຂວງ, ນະຄອນຫຼວງຂອງລາວ; ຮັບໃຊ້ຫຼາຍກວ່າ 250,000 ລູກຄ້າຊຶ່ງປະກອບມີລູກຄ້າບຸກຄົນ, ອົງກອນ, ບໍລິສັດພາຍໃນ ແລະ ຕ່າງປະເທດ.
ການປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມLaoVietBank ໄດ້ຖືສຳຄັນ ແລະ ຄຽງຄູ່ກັບການປະຕິບັດໜ້າທີ່ດ້ານເສດຖະກິດ, ການເມືອງ, ບັນດາພະນັກງານແຕ່ລະຮຸ່ນຂອງLaoVietBankແມ່ນມີຄວາມເຂົ້າໃຈເລິກເຊິ່ງ ແລະ ມີສະຕິສູງຕໍ່ກັບໜ້າທີ່ ຄວາມຮັບຜິດຊອບຕໍ່ສ່ວນລວມ, ສັງຄົມ. ໃນຕະຫຼອດໄລຍະເວລາ 25 ປີ, LaoVietBankກໍໄດ້ຈັດແບ່ງງົບປະມານ, ທຶນຮອນຫຼາຍຮ້ອຍຕື້ກີບ ເພື່ອປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອເຄື່ອງມືອຸປະກອນດ້ານການແພດ, ການສຶກສາ, ອຸທົກກະໄພ, ໄພນ້ຳຖ້ວມ, ຊ່ວຍເຫຼືອປະຊາຊົນຄອບຄົວທຸກຍາກ, ເຂດກັນດານ, ຫ່າງໄກສອກຫຼີກ, ໄດ້ມີການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນໃນການາສະກັດກັ້ນ, ຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ- 19 ແລະ ອື່ນໆ
ທ່ານໃຫ້ຮູ້ຕື່ມວ່າ: ສະຫຼຸບວຽກງານ 6ເດືອນຕົ້ນປີແລະທິດທາງ6ເດືອນທ້າຍປິ2024
ໂດຍພື້ນຖານ, ໃນ6ເດືອນຕົ້ນປີ2024,ເຖິງວ່າຈະມີຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະອຳນວຍການຂອງ BIDV ແລະ ຄະນະບໍລິຫານງານຂອງ LVB, ພ້ອມກັບຈິດໃຈສາມັກຄີ,ລະບົບLaoVietBankໄດ້ສໍາເລັດໜ້າທີ່ທຸລະກິດຢ່າງປອດໄພແລະມີປະສິດທິຜົນ.ບັນດາໂຕເລກທາງດ້ານຂະໜາດ ສໍາເລັດໄດ້ກວ່າ90%ຂອງແຜນການໝົດປີ,ໂຕເລກທາງດ້ານປະສິດທິຜົນບັນລຸເປັນຢ່າງດີ, ໂດຍສະເພາະແມ່ນລາຍຮັບຈາກການບໍລິການແລະທຸລະກິດການເງິນສູງກ່ວາເມື່ອທຽບໃສ່ປີ2023.
ທິດທາງແຜນການວຽກງານຈຸດສຸມໃນ6ເດືອນທ້າຍປີ2024,LaoVietBankຈະເອົາໃຈໃສ່ການຂະຫຍາຍຕົວດ້ານສິນເຊື່ອ(ໂດຍສະເພາະແມ່ນສິນເຊື່ອລາຍຍ່ອຍ),ການລະດົມທຶນຢ່າງປອດໄພ,ການເກັບກູ້ໜີ້ເສຍ,ເງິນແຮດ້ານຄວາມສ່ຽງ,ການພັດທະນາລູກຄ້າແລະການບໍລິການດ້ານດີຈີຕອນ;ພ້ອມກັນນັ້ນຈະເພີ່ມທະວີຕິດຕາມ, ກວດກາການເຄື່ອນໄຫວເພື່ອຮັບປະກັນປະຕິບັດຕາມລະບຽບການຂອງລັດຖະບານແລະທະນາຄານແຫ່ງ ສປປ ລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ