ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 68 ປີ

ຫຼວງນໍ້າທາ ປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 68 ປີ
ທ້າຍເດືອນພະຈິກຜ່ານມາ ທີ່ຫໍວັດທະນະທໍາ ແຂວງຫຼວງນໍ້າທາ, ຫ້ອງການຊາວໜຸ່ມປະຊາຊົນ ປະຕິບັັດລາວ ແຂວງ ໄດ້ຈັດພິທີປະຖະກະຖາ ວັນສ້າງຕັ້ງກອງເຍົາວະຊົນທັນວາຄົບຮອບ 68 ປີ (ວັນທີ 2 ທັນວາ 1955 - ວັນທີ 2 ທັນວາ 2023) ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ນາງ ປານີ ຈິດດາລາ ກຳມະການສູນກາງຊາວໜຸ່ມ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຄະນະຮັບຜິດ ຊອບວຽກງານເຍົາວະຊົນ, ມີ ຄູ - ອາຈານ ຕະຫຼອດເຍົາວະຊົນເຂົ້າຮວ່ມ.
ທ່ານ ນາງ ປານີ ຈິດດາລາ ໄດ້ຍົກໃຫ້ເຫັນມູນເຊື້ອທີ່ອົງອາດກ້າຫານ ແລະ ມີປະຫວັດສາດອັນຍາວນານໃນການເຕົ້າໂຮມຄວາມສາມັກຄີ, ການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດທີ່ສືບທອດກັນມາແຕ່ດຶກດໍາບັນ ແລະ ພັກປະຊາຊົນ ປະຕິວັດລາວ ຖືກສ້າງຕັ້ງຂຶ້ນໃນວັນທີ 22 ມິນາ 1955, ເພື່ອສືບທອດພາລະກຳປະຫວັດສາດຂອງພັກ. ພັກປະຊາຊົນປະຕິວັດລາວ ໄດ້ສ້າງຕັ້ງອົງການຈັດຕັ້ງຊາວໜຸ່ມຂຶ້ນໃນວັນທີ 14 ເມສາ ປີ 1955 ໃສ່ຊື່ວ່າ: ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພັກກໍໄດ້ມອບວຽກງານການຈັດຕັ້ງເຍົາວະຊົນທັນວາ ໃຫ້ແກ່ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ເປັນຜູ້ຮັບຜິດຊອບໂດຍກົງ. ກົມເຍົາວະຊົນ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເປັນອົງການຕົວແທນ ໃຫ້ແກ່ອົງການຈັດຕັ້ງເຍົາວະຊົນທັນວາ ແຕ່ໄວອາຍຸ 6-14 ປີ. ນັບແຕ່ຊຸມປີ 1930, ຊາວໜຸ່ມຮຸ່ນທຳອິດຂອງລາວໄດ້ດຳເນີນການຂົນຂວາຍມະຫາຊົນທາງລັບ, ເປັນຜູ້ນຳໜ້າຢູ່ໃນຂະບວນການຕໍ່ສູ້ປະຕິວັດຂອງທຸກຊັ້ນຄົນທີ່ຮັກຊາດ ຕ້ານແອກປົກຄອງຂອງພວກລ່າເມືອງຂຶ້ນ ແບບເກົ່າ, ໃນຂະນະນັ້ນເດັກນ້ອຍລາວຢູ່ແຂວງອັດຕະປື ຈຳນວນ 48 ຄົນ ມີຄວາມຄຽດແຄ້ນສູງຕໍ່ຈັກກະພັດຈຶ່ງໄດ້ພ້ອມກັນສະໝັກເຂົ້າເປັນທະຫານ, ມີອາຍຸພຽງແຕ່ 12-14 ປີ ແຕ່ພັກກອມມູນິດອີນໂດຈີນກໍຮັບເອົາເພື່ອສ້າງເປັນກອງທະຫານສືບທອດ ແລະ ໃສ່ຊື່ກອງວ່າ: ກອງທະຫານນ້ອຍ 48 (1) ເພາະມີຈຳນວນ 48 ຄົນ. ໂດຍແມ່ນ ທ່ານ ທອງໄຫຼ ກົມມະສິດ ເປັນຫົວໜ້າກອງ. ຄຽງຄູ່ກັບປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດລາວນັ້ນ, ພັກປະຊາຊົນລາວຍາມໃດກໍເອົາໃຈໃສ່ສຶກສາອົບຮົມກອງທະຫານນ້ອຍ 48 ໃຫ້ມີນ້ຳໃຈຮັກຊາດຮັກບ້ານເກິີດເມືອງນອນ, ຄຽດແຄ້ນສັດຕູຜູ້ມາຮຸກຮານປະເທດຊາດ, ເອົາໃຈໃສ່ຮຽນໜັງສື. ຜ່ານການເຄື່ອນໄຫວໃນໄລຍະຜ່ານມາເຍົາວະຊົນ 48 ຄົນ ໄດ້ກາຍເປັນຊາວໜຸ່ມ ແລະ ໄດ້ສະໝັກເປັນທະຫານ, ຕຳຫຼວດ ແລະ ພະນັກງານ, ມາໃນວັນທີ 23-25 ມິຖຸນາ 2006 ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ V ໄດ້ເປີດຂຶ້ນຢ່າງເປັນທາງການ ກອງປະຊຸມໄດ້ຕົກລົງປ່ຽນຊື່ການຈັດຕັ້ງກອງເຍົາວະຊົນ ຈາກກອງເຍົາວະຊົນ 2 ທັນວາ ມາເປັນກອງເຍົາວະຊົນທັນວາ ເຖິງປັດຈຸບັນ.
ປັດຈຸບັນທົ່ວແຂວງຫຼວງນໍ້າທາ ມີອະນຸຊົນທັງໝົດ 6.313 ຄົນ ຍິງ 3.177 ຄົນ, ມີສະມາ ຊິກອະນຸຊົນ 3.732 ຄົນ ຍິງ 1.878 ຄົນ, ມີສະມາຊິກອະນຸຊົນຂະຫຍາຍໃໝ່ 2.113 ຄົນ ຍິງ 1,129 ຄົນ, ມີໄວເຍົາວະຊົນທັງໝົດ 19.689 ຄົນ ຍິງ 9.441 ຄົນ, ມີສະມາຊິກເຍົາວະຊົນທັງໝົດ 11.470 ຄົນ ຍິງ 5.661 ຄົນ, ມີກອງເຍົາວະຊົນທັນວາ 168 ກອງ; 382 ໝວດ; 1.147 ໝູ່, ຂະຫຍາຍສະມາຊິກເຍົາວະຊົນ ໃໝ່ໄດ້ 3.626 ຄົນ ຍິງ 1.641 ຄົນ, ຂະຫຍາຍກອງໃໝ່ໄດ້ 40 ກອງ, 120 ໝວດ 362 ໝູ່, ໄດ້ປະເມີນກອງເຍົາວະຊົນ 3 ດີ 4 ຮູ້ ໄປແລ້ວ 135 ກອງ, 405 ໝວດ, 1.215 ໝູ່, ມີສະມາຊິກເຍົາວະຊົນປະເມີນຂໍ້ແຂ່ງຂັນ 3 ດີ 4 ຮູ້ໄດ້ 3.728 ຄົນ ຍິງ 2.173 ຄົນ, ມີກອງເຍົາວະຊົນນໍາໜ້າ 40 ກອງ, ມີຈໍານວນສະມາຊິກເຍົາວະຊົນ 3.728 ຄົນ, ຍິງ 1.179 ຄົນ.
ໂອກາດນີ້ໃນພິທີປາຖະກະຖາ ຍັງໄດ້ມີການຈັດກິດຈະກຳ ຖາມ - ຕອບ ຄວາມຮູ້ຮອບຕົວ ແລະ ມອບໃບຍ້ອງຍໍໃຫ້ໃຫ້ຜູ້ທີ່ມີຜົນງານປະກອບສ່ວນວຽກງານເຍົາວະຊົນ ແລະ ມອບລາງວັນໃຫ້ຜູ້ສະນະການແຕ້ມຮູບພາບຕື່ມອີກ.
ຂ່າວ: ອຸ້ມ ສົມນໍວັນ

 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ