ຫຼວງນໍ້າທາ ເຜີຍແຜ່ ເອກະສານການເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຫຼວງນໍ້າທາ ເຜີຍແຜ່ ເອກະສານການເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V

ຫຼວງນໍ້າທາ ເຜີຍແຜ່ ເອກະສານການເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V
ຄະນະກໍາມະການເລືອກຕັ້ງຂັ້ນແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊຶມ ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນແຂວງ (ສສຂ) ຊຸດທີ Vໃນວັນທີ 3 ກຸມພານີ້ທີ່ສະໂມສອນຂອງເມືອງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ນາງ ປານີ ຈິດດາລາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ.
ຫວງນາທາ ເຜຍແຜ ເອກະສານການເລອກຕງສສຊ ຊດທ X ແລະ ສສຂ ຊດທ V - image 1
 

ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ລາຍງານການກະກຽມເລືອກຕັ້ງສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂັ້ນເມືອງຫຼວງນໍ້າທາ ປະກອບມີ 5 ອະນຸກຳມະການ.ໃນນັ້ນ, ໄດ້ສຳເລັດການກຳນົດໜ່ວຍປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຈໍານວນ 97 ໜ່ວຍປ່ອນບັດເລືອກຕັ້ງ; ສຳເລັດ ການເກັບກໍາສະຖິຕິພົນລະເມືອງ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ຈຳນວນພົນລະເມືອງທັງໝົດມີ 68,190 ຄົນຍິງ 33,911 ຄົນ, ຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ (ຕາມສໍາມະໂນຄົວ) ມີ 41,544 ຄົນຍິງ 20,457 ຄົນ, ຜູ້ທີ່ສາມາດປ່ອນບັດເລືອກຕັ້ງຢູ່ໜ່ວຍຂອງຕົນ (ຕາມສໍາມະໂນຄົວ) 39,101 ຄົນຍິງ 19,153 ຄົນ, ຜູ້ມີສີດປ່ອນບັດເລືອກຕັ້ງຢູ່ທ້ອງຖິ່ນອື່ນ (ຕາມສໍາມະໂນຄົວ) 1,859 ຄົນຍິງ 934 ຍິງ;

ກອງປະຊຸມ ຍັງໄດ້ເຜີຍແຜ່ເຊື່ອມຊຶມເອກະສານ ແລະ ຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ, ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2026 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ເອກະສານ ກ່ຽວກັບການເພີ່ມທະວີການນໍາພາແນວຄິດ ແລະ ເສີມຂະຫຍາຍ ສິດປະຊາທິປະໄຕ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V; ເອກະສານ ເຊື່ອມຊຶມ ແລະ ກຳແໜ້ນກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສສຂ; ເອກະສານເຊື່ອມຊືມ ແລະ ຈັດຕັ້ງປະຕິບັດແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V, ເຜີຍແຜ່, ແນະນໍາໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈເເຈ້ງກ່ຽວກັບ ປະຫວັດການເຄື່ອນໄຫວ ແລະ ຜົນງານຂອງຜູ້ສະໝັກຮັບເລືອກຕັ້ງ ເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ແລະ ສສຂ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ.ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນ ແຕ່ລະບັນດາເອກະສານ ເພື່ອຄວາມເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ.

(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ

ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ. ໃນວັນທີ 5 ສິງຫານີ້, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ຮ່ວມກັບ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງແຂວງບໍ່ແກ້ວ ແລະ ປະເມີນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ສະບັບເລກທີ 359/ນຍ, ລົງວັນທີ 22 ພະຈິກ 2023 ນັບແຕ່ມື້ປະກາດໃຊ້ມາຮອດປັດຈຸບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິຫານງານພັກ ຮອງລັດມົນຕີ ຮອງປະທານຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຜູ້ປະຈໍາການ ແລະ ປະທານຮ່ວມ ໂດຍ ທ່ານ ພົຈວ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.
ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ຈາກພູມປັນຍາທ້ອງຖິ່ນ ສູ່ສະຫະກອນທີ່ເຂັ້ມແຂງ

ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງຕາແສງຂະເໝົາໃນວັນທີວັນທີ 4 ສິງຫາ ນີ້ວ່າ: ເສັ້ນເຝີ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານ ທີ່ສືບທອດກັນມາແຕ່ຮຸ່ນປູ່ຍ່າຕາຍາຍ ເຊິ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ, ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ, ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ODOP ແຫ່ງຊາດ.
ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບພື້ນຖານການດໍາລົງຊີວິດພໍ່ແມ່ປະຊາຊົນ ໃຫ້ໄດ້ຮັບການແກ້ໄຂທີ່ເໝາະສົມ, ໃນຕອນບ່າຍຂອງວັນທີ 4 ສິງຫາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ ແຂວງວຽງຈັນ, ທ່ານ ພອນແກ້ວ ແສງສຸລິຈັນ ຮອງຜູ້ອໍານວຍການເຂື່ອນໄຟຟ້າ ນໍ້າມັງ 3, ທ່ານ ຄໍາສອນ ກຸນນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາ ພ້ອມດ້ວຍພະນັກງານວິຊາການ ຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ເກັບກໍາຂໍ້ມູນຈຸດລະບາຍນໍ້າກ້ອງທາງເລກ 10 ຢູ່ເຂດບ້ານປາກຫາງ ແລະ ບ້ານໃກ້ຄຽງ.
ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ວັນທີ 5 ສິງຫາ 2026 ນີ້, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ແລະ ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂດຍມີຜູ້ຕາງໜ້າຈາກກອງບັນຊາການ ປກສ, ປກຊ, ພາສີ, ອົງການໄອຍະການ, ອົງການປົກຄອງທ້ອງຖິ່ນ 5 ເມືອງ (ໂຂງ, ສຸຂຸມາ, ໂພນທອງ, ມຸນລະປາໂມກ, ປະທຸມພອນ) ແລະ ອົງການອະນຸລັກສັດປ່າ (WCS) ເຂົ້າຮ່ວມ.
ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ໃນ​ວັນ​ທີ 5 ສິງ​ຫາ​ນີ້ ທີ່ ນະ​ຄອນ ຫຼວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳນະຄອນ ຫຼວງພະບາງ, ຕາງໜ້າພະແນກການ-ກົມກອງ ແລະປະທານບ້ານ ເຂົ້າຮ່ວມ.
ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກຄະນະບໍລິຫານງານແຂວງ ປະທານສະພາປະຊາຊົນແຂວງ (ສພຂ), ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ພັກ​ແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ ການທົດລອງປູກໝາກກາດີເມຍ ຢູ່ ບ້ານ​ພູ​ຜັກ​ແພວ ເມືອງວຽງຄຳ ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ.
ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ປຶ້ມຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນ ໄດ້ຈັດຂຶ້ນໃນວັນທີ 3-5 ສິງຫານີ້ ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ); ເຂົ້າຮ່ວມມີທ່ານ ພູລຳພອນ ສີຫາວົງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ເປັນກໍາມະການຂອງ ກສງ ທີ່ມາຈາກ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ.
ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ໃນວັນທີ 1 ສິງຫາ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງ ຫຼວງ ນໍ້າທາ ສືບຕໍ່ຢ້ຽມຢາມຕາແສງທົ່ງອົ້ມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ບຸນຊ່ວງເຮືອ ນະຄອນຫຼວງພະບາງປີນີ້ ຈະແບ່ງເປັນສອງສາຍ ເຮືອປະເພນີ ແລະ ເຮືອກິລາ

ບຸນຊ່ວງເຮືອ ນະຄອນຫຼວງພະບາງປີນີ້ ຈະແບ່ງເປັນສອງສາຍ ເຮືອປະເພນີ ແລະ ເຮືອກິລາ

ວັນທີ 4 ສິງຫາ 2026 ນີ້, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບ ການຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ນະຄອນຫຼວງພະບາງວ່າ: ງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ນະຄອນ ຫຼວງພະບາງ ເປັນປາງບຸນໃຫຍ່ ຂອງຊາວນະຄອນ ຫຼວງພະບາງ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ, ເປັນບຸນປະເພນີທີ່ຕິດພັນກັບຄວາມເຊື່ອຖື ຂອງຊາວພຸດ ໃນການເຮັດບຸນສິນກິນທານ ໃຫ້ຜູ້ທີ່ລ່ວງລັບໄປແລ້ວ, ພ້ອມທັງເປັນການບູຊາ ພະຍານາກ 15 ຕະກູນ ທີ່ປົກປັກຮັກສາບ້ານເມືອງໃຫ້ຢູ່ເຢັນເປັນສຸກ, ໂດຍໄດ້ເຕົ້າໂຮມເຮືອຊ່ວງມາເຂົ້າຮ່ວມ ແຂ່ງຂັນດ້ານພາລະກຳລັງ ແລະ ຄວາມພ້ອມພຽງສາມັກຄີ ເຊິ່ງກາຍເປັນ ປາງບຸນໃຫຍ່ ທີ່ສືບທອດກັນມາຈົນເຖິງທຸກວັນນີ້.
ເພີ່ມເຕີມ