![]() |
ທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກ ວທ ແຂວງຫຼວງນໍ້າທາໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວັດທະນະທໍາ ວ່າ: ສໍາລັບວຽກງານດ້ານການປົກປັກຮັກສາ ແລະ ຟື້ນຟູ, ພະແນກ ວທ ໄດ້ເອົາໃຈໃສ່ລົງຊຸກຍູ້ ແລະ ເກັບກໍາຂໍ້ມູນເພື່ອຟື້ນຟູວັດທະນະທໍາເຜົ່າອາຄາຢູ່ບ້ານພູຫວານ ແລະ ໄດ້ເຂົ້າຮ່ວມການຝຶກອົບຮົມການອ່ານ-ແປ ພາສາລາວເດີມ ແລະ ອັກສອນທໍາ ເພື່ອສືບທອດມໍຣະດົກທາງດ້ານພາສາ. ພ້ອມທັງເກັບກໍາປະຫວັດຄວາມເປັນມາຂອງພະທາດປຸມປຸກ ທີ່ບ້ານນໍ້າແງ້ນ ເພື່ອນໍາສະເໜີຂຶ້ນເປັນມໍຣະດົກແຫ່ງຊາດ ແລະ ເກັບກໍາຂໍ້ມູນກໍາແພງເມືອງວຽງພູຄາ ແລະ ວັດມະຫາໂປດ ເພື່ອສະເໜີເປັນມໍຣະດົກຂັ້ນເມືອງ; ດ້ານການສົ່ງເສີມ ແລະ ໂຄສະນາເຜີຍແຜ່ໃນປີ 2025 ຖືເປັນປີທີ່ມີຄວາມຄຶກຄື້ນ ໂດຍໄດ້ຈັດການແຂ່ງຂັນນັກຮ້ອງສຽງດີ 1 ຄັ້ງ ແລະ ໄດ້ສົ່ງຄະນະສິລະປະຊົນເຜົ່າອາຄາໄປຮ່ວມສະແດງໃນງານສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ນະຄອນຫຼວງວຽງຈັນ. ນອກຈາກນີ້, ຍັງໄດ້ຊຸກຍູ້ປະຊາຊົນບັນດາເຜົ່າສືບສານຮີດຄອງປະເພນີເຊັ່ນ: ການໃສ່ບາດຢາດນໍ້າໃນບຸນປີໃໝ່ລາວ ແລະ ຮ່ວມກັບບໍລິສັດເອກະຊົນຖ່າຍທໍາສາລະຄະດີວິຖີຊີວິດ ຕິດພັນກັບເສັ້ນທາງລົດໄຟລາວ-ຈີນ ຢູ່ບ້ານຫຼັກຄໍາໃໝ່ ແລະ ບ້ານນາລັນເໜືອ.
![]() |
ສໍາລັບວຽກງານກໍ່ສ້າງຄອບຄົວ ແລະ ບ້ານວັດທະນະທໍາ, ໃນປີ 2025 ສາມາດສ້າງຄອບຄົວວັດທະນະທໍາໃໝ່ໄດ້ 314 ຄອບຄົວ ແລະ ບ້ານວັດທະນະທໍາໄດ້ 4 ບ້ານ. ປັດຈຸບັນ, ທົ່ວແຂວງຫຼວງນໍ້າທາມີບ້ານວັດທະ ນະທໍາທັງໝົດ 336 ບ້ານ ແລະ ຄອບຄົວວັດທະນະທໍາ 27,968 ຄອບຄົວ, ວຽກງານສູນວັດທະນະທໍາເດັກໄດ້ມີການເຄື່ອນໄຫວຢ່າງຄຶກຄື້ນ ໂດຍມີການເປີດກິດຈະກໍາການຮຽນ-ການສອນເປັນປົກກະຕິ ແລະ ມີນັກຮຽນທັງໝົດ 45 ຄົນ ຍິງ 30 ຄົນ. ຜົນງານທີ່ພົ້ນເດັ່ນປະກອບມີ: ສະແດງຮັບໃຊ້ໃນວັນສໍາຄັນຕ່າງໆໄດ້ 12 ຄັ້ງ, ເຄື່ອນໄຫວສະແດງຢູ່ຕ່າງປະເທດ 2 ຄັ້ງ ລວມທັງໝົດ 59 ລາຍການ; ໄດ້ສ້າງເພງ ແລະ ດົນຕີປະກອບບົດຟ້ອນທີ່ເປັນເອກະລັກຂອງເຜົ່າໄຕດໍາ ແລະ ຝຶກຊ້ອມບົດຟ້ອນ 16 ບົດ, ຮ້ອງເພງ 7 ບົດ ແລະ ລະຄອນສັ້ນ 1 ເລື່ອງ ແລະ ຈັດກິດຈະກໍາຫຼິ້ນເກມ, ສອນພາສາຕ່າງປະເທດ, ແຕ້ມຮູບ, ລະບາຍສີ ແລະ ຝຶກຊ້ອມດົນຕີພື້ນເມືອງ ແລະ ສາ ກົນຢ່າງຕໍ່ເນື່ອງ. ວຽກງານຫໍພິພິທະພັນແຂວງ ໄດ້ສຸມໃສ່ການຄຸ້ມຄອງ ແລະ ປົກປັກຮັກສາວັດຖຸພັນ ເພື່ອດຶງດູດນັກທ່ອງທ່ຽວ. ເຊິ່ງໃນໄລຍະ 1 ປີຜ່ານມາ, ມີຜູ້ເຂົ້າຊົມທັງໝົດ 625 ເທື່ອຄົນ ຍິງ 219 ເທື່ອຄົນ, ໃນນັ້ນຕ່າງ ປະເທດ 308 ເທື່ອຄົນ.
![]() |
ພ້ອມນີ້, ພາກສ່ວນກ່ຽວຂ້ອງຍັງໄດ້ມີການປະຊຸມປຶກສາຫາລື ເພື່ອຊອກຫາສະຖານທີ່ກໍ່ສ້າງຫໍພິພິທະພັນແຫ່ງໃໝ່ ແລະ ສະເໜີແຕ່ງຕັ້ງຄະນະຮັບຜິດຊອບການສ້າງຫໍພິພິທະພັນມູນເຊື້ອຂອງແຂວງ, ໄດ້ອອກໃບອະນຸຍາດດໍາເນີນທຸລະກິດວັດທະນະທໍາ 9 ຫົວໜ່ວຍ, ໃບອະນຸຍາດປ້າຍໂຄສະນາ 18 ຫົວໜ່ວຍ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຮ້ານຕູ້ເກມ ແລະ ຮ້ານເສີມຄວາມງາມ ເພື່ອຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ໃນຕໍ່ໜ້າ, ພະແນກ ວທ ຈະໄດ້ກໍານົດທິດທາງແຜນການລົງທຶນຂອງລັດປີ (2026-2030) ໃນຂົງເຂດວັດທະນະທໍາຈໍານວນ 19 ຫົວຂໍ້ ເພື່ອສືບຕໍ່ພັດທະນາວຽກງານດັ່ງກ່າວໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ.



ຄໍາເຫັນ