ສະຫາຍ ພົຈວ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ຕາງໜ້າໃຫ້ແກ່ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ ກ່ຽວກັບ “ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ”.
ໃນຕອນເຊົ້າຂອງວັນທີ 26 ສິງຫາ ນີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດສະ ໄໝທີ V (ຮອບທີ 3) ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ມີບັນດາຄະນະພັກ-ຄະນະນຳ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ຂອງກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ, ເຂົ້າຮ່ວມ ທັງໝົດ 210 ສະຫາຍ ຍິງ 63 ສະຫາຍ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນໃນວັນທີ 25 ສິງຫາ ຜ່ານມາ ແລະ ໄດ້ປິດລົງໃນວັນດຽວກັນ, ໂດຍການເປັນປະທານ ຂອງສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ເລຂາຄະນະພັກ ອົງການກວດສອບແຫ່ງລັດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ບັນດາສະຫາຍສະມາຊິກພັກເຂົ້າຮ່ວມ.
ກົມພັດທະນາການບໍລິຫານລັດ, ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຮ່ວມກັບ ກົມເຕັກໂນໂລຊີດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມສຳມະນາ ໃນຫົວຂໍ້: "ການພັດທະນາເສດຖະກິດດີຈີຕອນ, ເຕັກໂນໂລຊີດີຈີຕອນ ແລະ ຊັບສິນດີຈີຕອນ ຂອງ ສປປ ລາວ" ຂຶ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ບຸດສະດີ ທະນະເມືອງ ຮອງຫົວໜ້າ ຄຈສພ ແລະ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ; ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານການປັບປຸງກົງຈັກການຈັດຕັ້ງ ໂດຍສະເພາະການມອບ-ໂອນວຽກງານສື່ມວນຊົນໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງຂຶ້ນໃນວັນທີ 26 ສິງຫານີ້, ທີ່ຫ້ອງວ່າການປົກຄອງແຂວງສາລະວັນ ໂດຍມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ພ້ອມດ້ວຍຄະນະນໍາຂັ້ນແຂວງ, ມີຄະນະນໍາ ແລະ ພະນັກງານລັດຖະກອນກ່ຽວຂ້ອງເຂົ້າຮ່ວມ.
ກົມສິ່ງແວດລ້ອມ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມກວດກາຄວາມຖືກຕ້ອງ ແລະ ຄວາມສອດຄ່ອງທາງດ້ານເນື້ອໃນ ຂອງຮ່າງຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ ດ້ານຊີວະນາໆພັນ (NBSAP: ເອັນ ບີ ແຊັບ) ສະບັບປັບປຸງ 2026-2030 ຂຶ້ນໃນລະຫວ່າງວັນທີ 25 ຫາ 27 ສິງຫາ ນີ້ ທີ່ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ອິມມະລາ ອິນທະບົວລີ ຮອງຫົວໜ້າກົມສິ່ງແວດລ້ອມ, ທ່ານ ຕ໋ອມ ໄຊສົງຄາມຮັກສາການຫົວໜ້າພະແນກສິ່ງແວດລ້ອມອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເມື່ອບໍ່ດົນມານີ້, ທີ່ຫ້ອງປະຊຸມກາແດງແຂວງໄຊສົມບູນ ໄດ້ມີພິທີມອບ-ຮັບ ລົດຕູ້ 1 ຄັນ ມູນຄ່າ 37,500 ໂດລາ ແລະ ຄອມພິວເຕີ 2 ເຄື່ອງ ໃຫ້ແກ່ ກາແດງແຂວງໄຊສົມບູນ ເພື່ອນຳໃຊ້ໃນການເຄື່ອນໄຫວວຽກງານປຸກລະດົມຮັບບໍລິຈາກເລືອດພາຍໃນແຂວງ, ໂດຍການເຂົ້າຮ່ວມມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີພະນັກງານກາແດງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນວັນທີ 25 ສິງຫານີ້, ທີ່ຫ້ອງວ່າການແຂວງໄຊສົມບູນ ໄດ້ມີກອງປະຊຸມດໍາເນີນຊີວິດການເມືອງ ພາຍໃນ ຄະນະບໍລິຫານງານພັກ ແຂວງໄຊສົມບູນ ທ້າຍສະໄໝທີ I, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງໄຊສົມບູນ; ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ; ສະຫາຍ ດາວບົວລະພາ ບາວົງເພັດ, ຮອງປະທານຄະນະກວດກາສູນກາງພັກ, ບັນດາສະຫາຍຮອງເລຂາ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຄະນະຕິດຕາມຈາກສູນກາງ ເຂົ້າຮ່ວມ.
ໃນວັນທີ 25 ສິງຫານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງເຊກອງ, ມີຕາງໜ້າ 3 ພາກສ່ວນໄດ້ເອົາເງິນມາມອບໃຫ້ແຂວງເຊກອງຄື: ບໍລິສັດ ຫຸ້ນສ່ວນກຸ່ມລົງທຶນຫວຽດເຟືອງ ມອບເປັນເງິນຈຳນວນ 500 ລ້ານກີບ, ບໍລິສັດ ວິລາກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ມອບ 20 ລ້ານກີບ ແລະ ສະມາຄົມຄົນຫວຽດນາມ ປະຈຳແຂວງເຊກອງ ມອບ 10 ລ້ານກີບ, ເພື່ອປະກອບສ່ວນທາງດ້ານທຶນຮອນເຂົ້າໃນການຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງທີ່ຈະໄຂຂຶ້ນໃນມໍ່ໆນີ້, ໂດຍການຕ້ອນຮັບ ຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເລຂາພັກແຂວງ ຮັກສາການແທນເຈົ້າແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 25 ສິງຫານີ້, ໄດ້ຈັດພິທີເປີດ ຮ້ານ 7-Eleven ສາຂາທໍາອິດຂອງແຂວງຄໍາມ່ວນຢ່າງເປັນທາງການ. ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າ ໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ທ່ານ ນາງ ເພັດດາວວີ ບຸດທະວົງ ຜູ້ອໍານວຍການຮ້ານສະດວກຊື້ 7-Eleven, ມີບັນດາແຂກເຂົ້າຮ່ວມ.
ຄໍາເຫັນ