ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ

ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ

ຫຼວງ​ນ້ຳ​ທາອອກລະ​ບຽບ​ເຂັ້ມ​ງວ​ດ ຄຸ້ມຄອງນົກຂວາສັດ​ປະ​ຈຳ​ແຂວງ
ເມືອງຫຼວງນໍ້າທາໄດ້ຈັດພິທີເຜີຍແຜ່ນິຕິກໍາກ່ຽວກັບການພັດທະນາ, ຄຸ້ມຄອງ ແລະ ການຂະຫຍາຍແຜນແມ່ບົດ ວ່າດ້ວຍນົກຂວາ ສັດປະຈໍາແຂວງຫຼວງນໍ້າທາໃນ​ວັນ​ທີ 28 ກໍ​ລະ​ກົດ​ນີ້ ທີ່ ເມືອງຫຼວງ​ນ້ຳ​ທາໂດຍການເຂົ້າຮ່ວມຂອງທ່ານ ຄໍາຜາຍ ອຸແປງວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ,ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຫວງ​ນຳ​ທາອອກລະ​ບຽບ​ເຂມ​ງວ​ດ ຄມຄອງນກຂວາສດ​ປະ​ຈຳ​ແຂວງ - image 1
 

 

ໃນພິທີ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາສັດປະເພດ ນົກຂວາ ເປັນສັດປະຈຳແຂວງ, ຂໍ້ຕົກລົງວ່າດ້ວຍຄະນະຊີ້ນໍາ ແລະ ຜັນຂະຫຍາຍແຜນແມ່ບົດ, ຂໍ້ຕົກລົງວ່າດ້ວຍການແບ່ງໜ້າທີ່ຂອງຄະນະຮັບຜິດຊອບການພັດທະນາ, ຄຸ້ມຄອງ ແລະ ຜັນຂະຫຍາຍແຜນແມ່ບົດ ວ່າດ້ວຍນົກຂວາສັດປະຈໍາແຂວງ ແລະ ລະບຽບການຄຸ້ມຄອງນົກຂວາ, ເຊິ່ງນົກຂວາໄດ້ພົບເຫັນຢູ່ໃນເຂດປ່າສະຫງວນຂອງບ້ານ, ເມືອງ, ແຂວງ ແລະ ປ່າສະຫງວນແຫ່ງຊາດນໍ້າຫ້າ, ລັກສະນະຂອງນົກຂວາໂຕຜູ້ ໃບໜ້າມີແຜ່ນໜັງສີແດງເຂັ້ມ, ປາກສີຂາວ, ຕາສີດຳ ແລະ ມີຂົນຫອນເປັນສີດຳຍາວ, ນົກຂວາໂຕແມ່ ໃບໜ້າມີແຜ່ນສີແດງເລັກນ້ອຍ, ມີປາກສີເທົາ, ຕາສີດໍາ ແລະ ຫົວມີຂົນຫອນເປັນສີດຳຍາວໄປທາງຫຼັງ, ເປົ້າໝາຍໃນການກໍານົດ ເປັນສັນຍາລັກສັດປະຈຳແຂວງຫຼວງນໍ້າທາ, ສ້າງເປັນອານຸສອນສະຖານຢູ່ບັນດາສະຖານທີ່ສຳຄັນ ແລະ ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ, ເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ສ້າງເປັນເຄື່ອງໝາຍການຄ້າ ຫຼື ໂລໂກ ໃຫ້ແກ່ຜະລິດຕະພັນ, ສິນຄ້າ ແລະ ການບໍລິການຂອງແຂວງ, ໃຊ້ເປັນໂລໂກ ຕ່າງໆຂອງອົງການຈັດຕັ້ງພາກລັດ, ພາກເອກະຊົນ, ສ້າງເປັນເຄື່ອງທີ່ລະນຶກ ເພື່ອຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວ ແລະ ອື່ນໆເພື່ອເອກອ້າງເຖິງຄວາມອຸດົມສົມບູນ ທາງດ້ານຊີວະນາໆພັນ ແລະ ລະບົບນິເວດວິທະຍາ ຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ທັງເປັນການໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ ເພື່ອສົ່ງເສີມໃຫ້ມີການອະນຸລັກ ແລະ ການຂະຫຍາຍພັນຂອງປະຊາກອນນົກຂວາ ໃຫ້ມີປະລິມານເພີ່ມຂຶ້ນ ລວມທັງພື້ນທີ່ອາໄສຂອງນົກຂວາ ໃຫ້ມີຄວາມຍືນຍົງ, ເພື່ອເປັນການປົກປັກຮັກສາສັດດັ່ງກ່າວ, ພ້ອມກັນນັ້ນ ຍັງຈະໄດ້ມີການຄຸ້ມຄອງສັດປະຈໍາແຂວງ ( ນົກຂວາ ), ມາດຕະການ ຕໍ່ຜູ້ລະເມີດບຸກຄົນ, ນິຕິບຸກຄົນ ກໍຄື: ການລ່າ ຫຼື ຊື້-ຂາຍ, ມີໄວ້ຄອບຄອງ, ເຂົ້າໄປລ່າສັດເຂດປ່າສະຫງວນຫວງຫ້າມ, ການໃຊ້ກັບດັກ, ແຮ້ວ ແລະ ເຄື່ອງມືລ່າສັດຕ່າງໆແບບດັບສູນ, ຖ້າຫາກພົບເຫັນຜູ້ໃດລະເມີດ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ຮັບຜິດຊອບທາງແພ່ງ ຫຼື ທາງອາຍາ ຕາມແຕ່ລະກໍລະນີ.

ຫວງ​ນຳ​ທາອອກລະ​ບຽບ​ເຂມ​ງວ​ດ ຄມຄອງນກຂວາສດ​ປະ​ຈຳ​ແຂວງ - image 2
 

ຂ່າວ: ເມືອງຫຼວງນ້ຳທາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ