ຫຼວງນ້ຳທາປາຖະກະຖາສອງວັນປະຫວັດສາດ

ຫຼວງນ້ຳທາປາຖະກະຖາສອງວັນປະຫວັດສາດ
ວັນທີ 22 ມີນານີ້, ການນໍາແຂວງຫຼວງນ້ໍ້າທາ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແລະ ວາງພວງມະລາຢູ່ອະນຸສາວະລີນັກຮົບນີລະນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955 ຫາ ວັນທີ 22 ມີນາ 2024) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ ໃຫ້ກຽດເຂົ້າຮ່ວມ ແລະ ເລົ່າມູນເຊື້ອໂດຍທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.
ທ່ານ ຈັນທອງ ແກ້ວປະເສີດ ໄດ້ໃຫ້ຮູ້ກ່ຽວວ່າ: ກັບການເສີມຂະຫຍາຍມູນເຊື້ອແຫ່ງການນຳພາ ຂອງພັກເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລີກເຊິ່ງ (ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ວັນທີ (22 ມີນາ 1955 ຫາ ວັນທີ 22 ມີນາ 2024) ພັກປະຊາຊົນປະຕິວັດລາວເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ຊາວຜູ້ອອກແຮງງານບັນດາເຜົ່າ, ເຮັດສໍາເລັດພາລະກິດປົດປ່ອຍຊາດ, ລົບລ້າງລະບອບລ່າເມືອງຂຶ້ນ, ສ້າງສັງກາດໃໝ່ໃຫ້ແກ່ປະເທດຊາດ; ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາເອກະລາດ ແລະ ກໍ່ສ້າງຊີວິດໃໝ່.
ທ່ານ ບຸນສາງ ອິນມະນີ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ໄດ້ປະຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດວັນທີ 21 ມີນາ 1946 ຫາ 21 ມີ ນາ 2024 ຄົບຮອບ 78 ປີ ຊຶ່ງໄດ້ຍົກໃຫ້ເຫັນນໍ້າໃຈອັນພິລະອາດຫານຂອງນັກຮົບທີ່ອົງອາດກ້າຫານ ແລະ ຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ຕ້ານພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່.
(ຂ່າວ: ອຸ້ມ ສົມນໍວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ ເທົ່າກັບ 40.13% ຂອງແນວປູກທັງໝົດ, ນາຢອດໄດ້ 349 ເຮັກຕາ, ແນວປູກ 20.94 ໂຕນ ເທົ່າກັບ 2.43% ຂອງແນວປູກທັງໝົດ, ປັກດຳໄດ້ແລ້ວ 3,450 ເຮັກຕາ ເທົ່າກັບ 40%, ລວມປະຕິບັດໄດ້ທັງໝົດ 11,848.44 ເັກຮຕາ ເທົ່າກັບ 82.56%
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ

ບັນດາສື່ມວນຊົນຈາກແຂວງພາກກາງ ສຳເລັດການເຂົ້າຮ່ວມຝຶກອົບຮົມການລາຍງານຂ່າວສີຂຽວຢູ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 23-27 ມິຖຸນາ ຜ່ານມາ ເພື່ອສົ່ງເສີມການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ (ແກມຊິວ).
ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ຫັດຖະກໍາຕໍ່າຫູກຕິດພັນກັບແມ່ຍິງຈາກອາຊີບສໍາຮອງກາຍເປັນອາຊີບຫຼັກ

ໂດຍ: ແສງຈັນ ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມອົດທົນ, ດຸໝັ່ນໃນໜ້າທີ່ວຽກງານ ເປັນຕົ້ນແມ່ນຫັດຖະກໍາ, ຕໍ່າຫູກ-ທໍໄໝ ແມ່ນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບແມ່ຍິງລາວ ທັງເປັນການສ້າງລາຍຮັບໃຫ້ກັບຄອບຄົວສະເໝີມາ.
ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ

ໃນຕອນເຊົ້າຂອງວັນທີ 30 ມິຖຸນານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ, ຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງປະຈໍາເດືອນ ມິຖຸນາ 2025, ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.
ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດກອງ​ປະຊຸມວິສາມັນຄົບ​ຄະນະ​ບໍລິຫານ​ງານ ສຊປລ ສະ​ໄໝທີ VIII ຂຶ້ນໃນລະຫວ່າງ30 ມິຖຸນາ - 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາສະຫາຍ​ຄະນະ​ເລຂາທິການ, ຄະ​ນະ​ບໍລິຫານ​ງານ, ຫົວໜ້າກົມ, ຮອງ​ຫົວໜ້າກົມ, ເລຂາ ຄຊປປລ ກະຊວງ​-ອົງການ, ນະຄອນຫຼວງວຽງຈັນ, ບັນດາແຂວງເຂົ້າຮ່ວມ.
ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ມອບໂຄງການກໍ່ສ້າງເຮືອນເຜົ່າກຣີ້

ພິທີມອບ-ຮັບໂຄງການກໍ່ສ້າງເຮືອນເຜົ່າກຣີ ຫຼື ເຜົ່າຕອງເຫຼືອງ ເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ປ່າຊົມໃຊ້ບ້ານໂພນທອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊຍະບູລີ, ມີທ່ານ ກອງໄຊ ໄຊຍະລາດ ຮອງເຈົ້າເມືອງໆພຽງ, ມີແຂກຖືກເຊີນ ພ້ອມດ້ວຍເຜົ່າກຣີເຂົ້າຮ່ວມ.
ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ

ງານບຸນມະໂຫລານຊາວໜຸ່ມ-ເຍົາວະຊົນ ປະຈໍາປີ 2025 ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ

ງານບຸນມະໂຫລານຊາວໜຸ່ມ, ເຍົາວະຊົນ ປະຈໍາປີ 2025 ພາຍໃຕ້ຫົວຂໍ້: “ຊາວໜຸ່ມ, ເຍົາວະຊົນຍຸກໃໝ່ ເສີມຂະຫຍາຍບົດບາດປະຈັນບານ ເຂົ້າໃນການປະດິດສ້າງຫັນເປັນດີຈີຕອນ” ພາຍຫຼັງໄດ້ເປີດຂຶ້ນແຕ່ວັນທີ 25 ມິຖຸນາ ຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ). ດັ່ງນັ້ນ, ມາຮອດວັນທີ 29 ມິຖຸນານີ້ ງານບຸນດັ່ງກ່າວໄດ້ປິດລົງດ້ວຍຜົນສໍາເລັດເປັນຢ່າງດີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຮອງປະທານສູນກາງກຳມະບານລາວ, ບັນດາຮອງລັດຖະມົນຕີ, ຊາວໜຸ່ມ-ເຍົາວະຊົນ ອ້ອມຂ້າງສູນກາງ, ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ

ສະເຫຼີມສະຫຼອງວັນລັດຖະສະພາໂລກ ວັນທີ 30 ມິຖຸນາ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ປະທານຄະນະສະມາຊິກສະຫະພັນລັດຖະສະພາສາກົນ ແຫ່ງ ສປປ ລາວ ກ່າວເນື່ອງໃນໂອກາດວັນລັດຖະສະພາໂລກວັນທີ 30 ມິຖຸນານີ້ ທີ່ ສະພາແຫ່ງຊາດລາວ ວ່າ: ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889 - 30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍ ຕໍ່ວັນທີ່ມີຄວາມໝາຍຄວາມສຳຄັນ ລະດັບໂລກ ໃນຄັ້ງນີ້.
ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ

ສກຈຮ ສາຍໃຍສຳພັນ ໄດ້ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ

ພິທີມອບ-ຮັບໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ(ສກຈຮ) ສາຍໃຍສຳພັນໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 25 ມິຖຸນາຜ່ານມາ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ມີທ່ານ ສົມປະດິດ ວໍລະຈິດ ວ່າການແທນຫົວໜ້າສາຂາທະນາຄານແຫ່ງສປປ ລາວ ພາກກາງ ແຂວງສະຫວັນນະເຂດ, ທ່ານ ສາຍສະໝອນ ກວານເມືອງຈັນ ນັກພັດທະນາດີເດັ່ນແຫ່ງຊາດ ປະທານຂາຮຸ້ນ ສກຈຮ ສາຍໃຍສຳພັນ ພ້ອມດ້ວຍຄະນະສະພາບໍລິຫານ, ຜູ້ອຳນວຍການ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ  ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງ ຄຕພ ຄົບຮອບ 42 ປີ (29/6/1983 - 29/6/2025)

ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດສະເຫຼີມສະຫຼອງ ການສ້າງຕັ້ງ ຄຕພ ຄົບຮອບ 42 ປີ (29/6/1983 - 29/6/2025)

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກພັກ-ພະນັກງານທົ່ວ ຄະນະພົວພັນຕ່າງປະເທດສູນກາງພັກພວມກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ຊຶ່ງກໍພໍດີຖືກກັບໂອກາດ ວັນສ້າງຕັ້ງຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025 ໂດຍເປັນອີກໜຶ່ງວັນທີ່ມີຄວາມ ໝາຍຄວາມສຳຄັນຕໍ່ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄືຂະແໜງການຕ່າງປະເທດໃນທົ່ວປະເທດ.
ເພີ່ມເຕີມ