![]() |
ທ່ານ ສົມແວວເພັດ ດວງປະສິດ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030. ເນື້ອໃນສໍາຄັນເນັ້ນໃສ່ການພັດທະນາຊົນນະບົດຢ່າງຍືນຍົງ, ປັບປຸງສະພາບການດຳລົງຊີວິດ, ເພີ່ມພູນລາຍຮັບ ແລະຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລົງເທື່ອລະກ້າວ, ພ້ອມນີ້, ໄດ້ເຜີຍແຜ່ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030 ຍົກໃຫ້ເຫັນຄາດໝາຍລວມສະເພາະ ຂອງແຂວງຫຼວງພະບາງ, ໂດຍຈະສູ້ຊົນສ້າງຄອບຄົວພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 10,927 ຄອບຄົວ; ສ້າງບ້ານພົ້ນທຸກ ໃຫ້ໄດ້ຫຼາຍກວ່າ 111 ບ້ານ; ສ້າງເມືອງພົ້ນທຸກໃຫ້ໄດ້ຫຼາຍກວ່າ 2 ເມືອງ; ສ້າງບ້ານຈຸດສຸມຕົວແບບ ໃນການແກ້ໄຂຄວາມທຸກຍາກ ໃຫ້ໄດ້ 6 ບ້ານ ຄື: ບ້ານນາສະຫວ່າງ (ເມືອງປາກອູ), ບ້ານດອນຄູນ (ເມືອງປາກແຊງ), ບ້ານລ້ອງແງດ (ເມືອງໂພນໄຊ), ບ້ານແກ້ງຮາງ (ເມືອງຈອມເພັດ), ບ້ານນາແວ່ນ (ເມືອງວຽງຄໍາ), ບ້ານສວນໝາກ (ເມືອງພູຄູນ) ເຊິ່ງໄດ້ກຳນົດແຜນງານ, ໂຄງການ ແລະກິດຈະກຳ ຈັດຕັ້ງປະຕິບັດຢູ່ 5 ວຽກຈຸດສຸມ, ໃນນັ້ນ ວຽກຈຸດສຸມທີ 1 ສຸມໃສ່ສ້າງອາຊີບ ແລະແຫຼ່ງລາຍຮັບ, ຈັດສັນພູມລໍາເນົາຂອງປະຊາຊົນໃຫ້ມີຄວາມໝັ້ນຄົງ ແລະຍືນຍົງ ມີ 2 ແຜນງານ, 10 ໂຄງການ;ວຽກຈຸດສຸມທີ 2 ສຸມໃສ່ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ຢູ່ເຂດຊົນນະບົດ ມີ 2 ແຜນງານ, 13 ໂຄງການ; ວຽກຈຸດສຸມທີ 3 ສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກໍາມະການປົກຄອງຕາແສງ, ການຈັດຕັ້ງບ້ານ ແລະຊາວຊົນນະບົດ ມີ 2 ແຜນງານ, 6 ໂຄງການ;ວຽກຈຸດສຸມທີ 4 ສຸມໃສ່ຂົນຂວາຍ ແລະຍາດແຍ່ງ ການລົງທຶນເຂົ້າໃສ່ການພັດທະນາຢູ່ເຂດຊົນນະບົດ ມີ 4 ແຜນງານ, 9 ໂຄງການ;ວຽກຈຸດສຸມທີ 5 ສຸມໃສ່ສ້າງ ແລະປັບປຸງ ນິຕິກໍາ, ກົນໄກໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໃຫ້ມີປະສິດທິຜົນ ມີ 2 ແຜນງານ, 5 ໂຄງການ.
![]() |
ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນຊີ້ນຳ ເພື່ອໃຫ້ການປະຕິບັດວຽກງານ ມີຄວາມສອດຄ່ອງກັບທິດທາງພັດທະນາຂອງແຂວງ ທັງເປັນພື້ນຖານສຳຄັນໃນການຫຼຸດຜ່ອນຄວາມທຸກຍາກ ແລະຍົກສູງຄຸນນະພາບຊີວິດປະຊາຊົນໃນຊົນນະບົດ ໃຫ້ດີຂື້ນ.
ຂ່າວ-ພາບ: ອາພຸດເດດ ບຸບຜາ


ຄໍາເຫັນ