ໃນວັນທີ 27 ຕຸລານີ້, ທີ່ເດີ່ນກິລາໃນຮົ່ມແຂວງຫຼວງພະບາງໄດ້ຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 22 ປີ, ໂດຍມີທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຂົ້າຮ່ວມ. ທ່ານ ບຸນເລື່ອມ ມະນີວົງ ກ່າວວ່າ: ໃນສົກປີ 2022-2023 ນີ້, ເຈົ້າໜ້າທີ່ ປກສ ແຂວງ ສາມາດມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 148 ລາຍ, ມີຜູ້ຖືກຫາທັງໝົດ 211 ຄົນ, ຍິງ 22 ຄົນ, ໃນນັ້ນເປັນຄົນຕ່າງ ປະເທດ 1 ຄົນ, ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງທັງໜົດ 66 ເລື່ອງ, ສາມາດສັ່ງຟ້ອງຂຶ້ນສານ ແລະ ມີຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ 77 ເລື່ອງ, ມີນັກໂທດທັງໝົດ 107 ຄົນ, ຍິງ 8 ຄົນ, ໃນນີ້ມີນັກໂທດທີ່ຖືກສານຕັດສິນຕະຫຼອດຊີວິດ 8 ຄົນ, ປະຫານຊິວິດ 3 ຄົນ.
ສໍາລັບຂອງກາງທີ່ຍຶດໄດ້ ແລະ ໄດ້ຈັດພິທີຈູດທຳລາຍໃນປີນີ້ມີແປ້ງຝຸ່ນຂາວ 1.300 ກຣາມ, ຢາເສບຕິດປະເພດຢາບ້າ 252.158 ເມັດເທົ່າກັບ 25.215,8 ກຣາມ ແລະ ສິ່ງຫຸ້ມຫໍ່ຢາເສບຕິດຈໍານວນໜຶ່ງ. ນອກນີ້ໄດ້ມີຢາເສບຕິດທີ່ບໍ່ຮູ້ເຈົ້າຂອງລວມມີຢາບ້າຈຳນວນ 20.000 ເມັດເທົ່າກັບ 2 ກິໂລກຣາມ ແລະ ເຮໂລອິນຈໍານວນ 8,1 ກິໂລກຣາມ. ສ່ວນຢາຝິ່ນຈຳນວນ 11.156 ກຣາມຈະບໍ່ໄດ້ທຳລາຍ ເນື່ອງຈາກຈະໄດ້ນຳໃຊ້ເຂົ້າໃນວຽກງານທາງດ້ານວິທະຍາສາດການແພດຕໍ່ໄປ. ໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮ່ວມກັນຈູດທໍາລາຍຢາເສບຕິດຢ່າງເປັນທາງການ. ຂ່າວ: ຫຼວງພະບາງ

ຄໍາເຫັນ