ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1

ເລື່ອງສັັ້ນ ເງົາຂອງເວລາ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ໄດ້ລາງວັນທີ 1
ເລື່ອງສັັ້ນເງົາຂອງເວລາ ຂຽນໂດຍ ປັນຍາ ພັນທະພານິດ ແລະ ບົດກະວີ ຮັກຊາດ ຫອມແຜ່ນດິນ ຂຽນໂດຍ ແກ້ວຈ່ອຍ ບົວ ໄດ້ລາງວັນທີ 1; ເລື່ອງສັ້ນ ຂອງຂວັນ ຂຽນໂດຍ ອຸດົມຮອບຄອບ, ບົດບັນທຶກປະລິນຍາມະຫາຊົນ ຂຽນໂດຍ ວິລັດ ຜິວອ່ອນ, ບົດກະວີ ບໍ່ໄດ້ຈັບປືນຮ່ວມສູ້ ແຕ່ຂໍຈັບປາກກາຮ່ວມສ້າງຂຽນໂດຍ ສະຫງວນສັກ ວັນໄຊຍະເດດ ແລະ ບົດກະວີ ພັກນີ້ ຂຽນໂດຍ ບຸນມາ ຫອມສົມບັດ ໄດ້ລາງວັນທີ 2 ແລະ ເລື່ອງສັ້ນ ສ່ຽວຮັກ ສ່ຽວສັດຕູ ຂຽນໂດຍ ບົວລະພາ ກຸມພົນ, ເລື່ອງສັ້ນ ຮອຍລະນຶກ ຂຽນໂດຍ ບຸນເກີດ ຈັນທະວົງ, ບົດບັນທຶກ ອິນຊີຄືນຖິ່ນ ຂຽນໂດຍ ປະສົງ ວົງຄຳຈັນ, ບົດກະວີ ຮອຍຍີ້ມລູກ ຄວາມສຸກຂອງແມ່ ຂຽນໂດຍ ສະດັນຢູ ເພັດຊະລາດ ແລະ ບົດກະວີ ສານສັ່ງຈາກປະທານໄກສອນ ພົມວິຫານ ຂຽນໂດຍ ໄພວອນ ນັນທະວົງ ໄດ້ລາງວັນທີ 3.
ເລອງສນ ເງາຂອງເວລາ ແລະ ບດກະວ ຮກຊາດ ຫອມແຜນດນ ໄດລາງວນທ 1 - image 1
 

ພິທີສະຫຼຸບບັ້ນແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດປີ 2025 ຈັດຂຶ້ນໃນວັນທີ 16 ມັງກອນນີ້ ທີ່ສູນກາງແນວລາວສ້າງຊາດໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີແຂກຖກເຊີນ, ສິລະປິນແຫ່ງຊາດ, ສິລະປິນດີເດັ່ນ, ນັກປະພັນ ແລະ ນັກກະວີເຂົ້າຮ່ວມ.

ເລອງສນ ເງາຂອງເວລາ ແລະ ບດກະວ ຮກຊາດ ຫອມແຜນດນ ໄດລາງວນທ 1 - image 2
 

ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ໄດ້ກ່າວວ່າ: ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ 3 ວັນບຸນໃຫຍ່ປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະມາຄົມນັກປະພັນລາວ ໄດ້ຮັບມອບໝາຍຈາກກະຊວງ ວທ ຮ່ວມກັບກົມວັນນະຄະດີ ແລະ ພິມຈຳໜ່າຍຈັດແຂ່ງຂັນກວດສອບບົດປະພັນວັນນະຄະດີທົ່ວປະເທດຂຶ້ນ ເພື່ອໂຄສະນາເຜີຍແຜ່ ຊຸກຍູ້ປຸກລະດົມໃຫ້ບັນດານັກປະພັນ, ນັກກະວີທົ່ວປະເທດສົ່ງບົດຂຽນປະເພດເລື່ອງສັ້ນ, ເລື່ອງຍາວ, ບົດບັນທຶກ, ບົດຫວນຄືນ, ບົດກາບກອນກະວີເຂົ້າແຂ່ງຂັນກວດສອບເພື່ອຊີງລາງວັນ. ການແຂ່ງຂັນຄັ້ງນີ້, ມີນັກປະພັນ, ນັກກະວີສົ່ງບົດປະເພດຕ່າງໆເຂົ້າຮ່ວມ 258 ບົດฏ ໃນນັ້ນ, ປະເພດບົດຮ້ອຍແກ້ວ 130 ບົດ, ບົດຮ້ອຍກອງ 128 ບົດ. ຜ່ານການແຂ່ງຂັນເຂົ້າສູ່ຮອບຕັດສິນຂອງຄະນະກຳມະການກວດສອບມີ 176 ບົດເຂົ້າຊີງເອົາລາງວັນ 42 ລາງວັນ. 

ຜ່ານການຄັດເລືອກລາງວັນທີ 1 ມີ 2 ລາງວັນ, ໄດ້ຮັບເງິນສົດລາງວັນລະ 10 ລ້ານກີບ, ທີ 2 ມີ 4 ລາງວັນໄດ້ຮັບເງິນສົດລາງວັນລະ 5 ລ້ານກີບ, ທີ 3 ມີ 6 ລາງວັນໄດ້ຮັບເງິນສົດລາງວັນລະ 3 ລ້ານກີບ ແລະ ລາງວັນຊົມເຊີຍມີ 30 ລາງວັນ ໄດ້ຮັບເງິນສົດລາງວັນລະ 1 ລ້ານກີບໃຫ້ກຽດມອບລາງວັນຂອງທ່ານ ນາງ ສວນສະຫວັນ ວິຍະເກດ.

ຂ່າວ: ບຸນຕອມ;ຮູບ: ບຸນອຸ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ແລ ສສຂ

ວັນທີ 14 ມັງກອນຜ່ານມຮານີ້, ຢູ່ສະໂມສອນຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະບັນຊາອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ-ນະຄອນ ຫຼວງພະບາງ, ໂຮງງານປະສານເຫຼົ່າ, ໂຮງໝໍບໍລິເວນ 107, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ເຊັນສັນຍາຮ່ວມມືດ້ານວິຊາການວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ

ພິທີເຊັນສັນຍາຮ່ວມມືດ້ານວິຊາການ ວ່າດ້ວຍການພັດທະນາລະບົບອະນຸມັດ ແລະ ຕິດຕາມການ ນໍາເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ກົມແຜນການ ແລະ ການຮ່ວມມື ກັບ ບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ບຸນເດດ ສຸດທະວິໄລ ຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ເທັກ ຈໍາກັດຜູ້ດຽວ.
ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ກອງປະຊຸມເຜີຍແຜ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນປີ 2024 ແລະ 2025

ໃນວັນທີ 16 ມັງກອນຜ່ານມາທີ່ ສູນວາງສະແດງ ເຂດເສດຖະກິດພິເສດ ເມືອງບໍ່ເຕ່ນ ແຂວງຫຼວງນໍ້າທາ,ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນປີ 2024 ແລະ 2025 ໃຫ້ແກ່ຈຸດປະສານງານອາຊຽນ ຂອງບັນດາແຂວງພາກກາງ ແລະ ພາກເໜືອ. ໃນກອງປະຊຸມຄັ້ງນີ້ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບຸນທອນ ສີສະຫວັນ ກຳມະການປະຈຳພັກແຂວງ ປະທານກວດກາພັກ ອົງການກວດກາລັດ ແຂວງຫຼວງນ້ຳທາ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເປີດກອງປະຊຸມ ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ ແລະ ຈຸດປະສານງານອາຊຽນ ແລະ ພະແນກການກ່ຽວຂ້ອງຂອງບັນດາແຂວງພາກກາງ ແລະ ພາກເໜືອ ເຂົ້າຮ່ວມ.
ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ມອບ-ຮັບ ໂຮງເຢັນ ແລະ ອຸປະກອນການແພດ ໂຮງໝໍເມືອງປາກຊ່ອງ

ໃນທ້າຍອາທິດຜ່າຮມານີ້, ທີ່ໂຮງໝໍເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ໂຮງເຢັນ, ອຸປະກອນການແພດຈໍານວນໜຶ່ງ ແລະ ຫໍພະບູຊາ ມີມູນຄ່າການຊ່ວຍເຫຼືອ 370 ລ້ານກີບ ຫຼື ເງິນບາດໄທ 90.000 ບາດ ແລະ ເງິນໂດລາ 2,300 ໂດລາສະຫະລັດ.
ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ຄຳມ່ວນ ສະຫຼຸບຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ

ວັນທີ 15 ມັງກອນ 2026 ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສະຫຼຸບ ແລະ ຮັບຮອງຜົນການປະເມີນສະພາບພົ້ນທຸກ ແລະ ພັດທະນາທ້າຍສະໄໝ ຕາມດຳລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ໂດຍມີພາກສ່ວນກ່ຽວຂ້ອງຂັ້ນແຂວງ- ເມືອງ ເຂົ້າຮ່ວມ.
ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານແກ້ໄຂລະເບີດບໍ່ທັນແຕກ ຢູ່ແຂວງຊຽງຂວາງ

ໃນວັນທີ 15 ມັງກອນ 2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ມີກອງປະຊຸມສະຫຼຸບວຽກງານຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ວຽກງານການແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ແຂວງຊຽງຂວາງ ປະຈຳປີ2025 ແລະ ທິດທາງແຜນການໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານນາງ ຄຳພັດ ວັນລາສີ ຫົວໜ້າພະແນກການຕ່າງປະເທດແຂວງ, ມີການນຳມາຈາກສູນກາງ, ຫົວໜ້າ ຮອງຫົວໜ້າພະແນກກການທີ່ກ່ຽວຂ້ອງ, ການນຳທັງ 7 ເມືອງເຂົ້າຮ່ວມ.
ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ໄຊສົມບູນ ຈະສຳຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະສ້ອມແປງທາງຫຼວງແຫ່ງຊາດເລກທີ 1D

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ, ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບຸລະນະຮັກສາສ້ອມແປງທາງຫຼວງແຫ່ງຊາດ ເລກທີ 1D (ເລີ່ມແຕ່ຂົວນໍ້າແຊ່ໜອນ ຫາ ຂົວນໍ້າໝາງ) ລະຫວ່າງ ແຂວງໄຊສົມບູນ ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ແລະ ບໍລິສັດ ພີເອັດສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ອົງການແຄຣ໌ ລົງຢ້ຽມຢາມໂຄງການພັນວັນ ແລະ ມອບອຸປະກອນການແພດໃຫ້ສຸກສາລາ ເມືອງກະລຶມ

ວັນທີ 14 ມັງກອນ 2026, ອົງການແຄຣ໌ນາໆຊາດ ປະຈໍາ ສປປ ລາວ ຕາງໜ້າໂດຍ ທ່ານ ລີໄຊ ໂພທິສັດ ຜູ້ປະສານງານວຽກງານສື່ສານອົງການແຄຣ໌ ປະຈໍານະຄອນຫຼວງວຽງຈັນ, ມີທ່ານ ອະນຸສິດ ອຸວອນ ພະນັກງານອົງການແຄຣ໌ ປະຈໍາແຂວງເຊກອງ ພ້ອມດ້ວຍພະນັກງານປະຈໍາສະໜາມພາກໃຕ້ (ສາລະວັນ, ເຊກອງ) ຂອງອົງການແຄຣ໌ ໄດ້ລົງຢ້ຽມຢາມໂຄງການພັນວັນ ຢູ່ບ້ານລະກາຍ ແລະ ມອບອຸປະກອນການແພດໃຫ້ສຸກສາລາທົ່ງແຄນ ເມືອງກະລຶມ ແຂວງເຊກອງ.
ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການ ສນຍ ສຸມໃສ່ປະຕິບັດ 4 ວຽກໃຫຍ່

ປີ 2025 ຜ່ານມາ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ວຽກໃຫຍ່ຕົ້ນຕໍຕາມພາລະບົດບາດໜ້າທີ່ເຮັດໃຫ້ມີຜົນສຳເລັດຫຼາຍດ້ານ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະກາດການຈັດຕັ້ງ

ໃນຕອນບ່າຍວັນທີ 14 ມັງກອນຜ່ານມານີ້, ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ(ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງໂດຍໃຫ້ກຽດເປັນປະທານຂອງ ທ່ານ ບົວຄົງນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາທ່ານຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍພະນັກງານ-ລັດຖະກອນ ຫສນຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ