ທ່ານ ອັນວາ ອິບຣາຮິມ ເນັ້ນໜັກວ່າ: ພາຍໃຕ້ສະຖານະການເສດຖະກິດໃນປັດຈຸບັນນີ້, ຫຼາຍປະເທດເອີຣົບເຖິງວ່າເຄີຍລົງໂທດຣັດເຊຍ, ແຕ່ປັດຈຸບັນກໍກຳລັງແຂ່ງຂັນກັນຈັດຊື້ນ້ຳມັນເຊື້ອໄຟຈາກຣັດເຊຍ. ສະນັ້ນ. ການກະທໍາຂອງມາເລເຊຍແມ່ນເປັນເລື່ອງທີ່ສົມເຫດສົມຜົນ.
ທ່ານ ອັນວາ ອິບຣາຮິມ ກ່າວຕື່ມວ່າ: ໃນໄລຍະທີ່ທ່ານ ແອນໂທນີ ແອວບານີຊີ ນາຍົກລັດຖະມົນຕີອົສຕຣາລີຢ້ຽມຢາມມາເລເຊຍໃນຫວ່າງມໍ່ໆມານີ້, ສອງຝ່າຍໄດ້ຫາລືກ່ຽວກັບການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການສະໜອງນ້ຳມັນແອັດຊັງ, ນ້ຳມັນກາຊວນ ແລະ ປຸ໋ຍເຄມີ ເປັນຕົ້ນ.
ມາເລເຊຍ ເປັນປະເທດຜະລິດນ້ຳມັນເຊື້ອໄຟ, ແຕ່ປະລິມານການຜະລິດພາຍໃນປະເທດຍັງບໍ່ສາມາດຕອບສະໜອງພຽງພໍກັບຄວາມຕ້ອງການ, ເຮັດໃຫ້ຕ້ອງອາໄສນຳເຂົ້ານ້ຳມັນເຊື້ອໄຟໃນໄລຍະຍາວ. ຍ້ອນສົງຄາມໃນພາກພື້ນຕາເວັນອອກກາງເຮັດໃຫ້ລາຄາພະລັງງານທົ່ວໂລກເໜັງຕີງ ຊຶ່ງເປັນສິ່ງທ້າທາຍຕໍ່ການສະໜອງພະລັງງານຂອງມາເລເຊຍ.
ຄໍາເຫັນ