ທ່ານ ໂຈຮາຣີ ກ່າວວ່າ: ລັດຖະບານມາເລເຊຍ ຍັງບໍ່ທັນໄດ້ຕັດສິນໃຈເກັບພາສີລົດໄຟຟ້າເທື່ອ ແຕ່ກຳລັງຊອກຫາກົນໄກທີ່ເໝາະສົມທີ່ສຸດ ແລະ ຖ້າຫາກຜູ້ຜະລິດລົດໄຟຟ້າຮັບຜິດຊອບຄ່າໃຊ້ຈ່າຍພາສີດັ່ງກ່າວ, ຜູ້ບໍລິໂພກອາດຈະໂອນຄ່າໃຊ້ຈ່າຍເຫຼົ່ານັ້ນໄປໃຫ້ໃນທ້າຍທີ່ສຸດ. ຄຳຖາມຕໍ່ມາຄື: ຄວນເກັບພາສີໃນລະດັບໃດ, ເທົ່າໃດ ແລະ ລັດຖະບານສາມາດສືບຕໍ່ໃຫ້ການອຸດໜູນໄດ້ດົນປານໃດ.
ທ່ານ ໂຈຮາຣີ ເນັ້ນໜັກວ່າ: ລັດຖະບານມາເລເຊຍໄດ້ຈັດສັນການອຸດໜູນສຳລັບລົດໄຟຟ້າ ແລະ ການກໍ່ສ້າງພື້ນຖານໂຄງລ່າງການສາກໄຟແລ້ວ ຊຶ່ງທັງໝົດນີ້ກ່ຽວຂ້ອງກັບຄ່າໃຊ້ຈ່າຍຂອງໄຟຟ້າ, ອາຍແກ໊ສ, ຖ່ານຫີນ ແລະ ປັດໄຈອື່ນໆ ຈຶ່ງຫວັງວ່າປະຊາຊົນຈະເຫັນພາບລວມທີ່ໃຫຍ່ກວ່າ.
ລັດຖະບານມາເລເຊຍຕ້ອງພິຈາລະນາພາບລວມທີ່ກວ້າງຂວາງເພື່ອຮັບປະກັນວ່າທັງລົດໄຟຟ້າ ແລະ ລົດທີ່ໃຊ້ນໍ້າມັນເຊື້ອໄຟສາມາດຢູ່ຮ່ວມກັນໄດ້. ລວມທັງການຮັບຮູ້ການເພິ່ງພາອາໄສອາຍແກ໊ສ ແລະ ຖ່ານຫີນຢ່າງຕໍ່ເນື່ອງຂອງມາເລເຊຍສຳລັບການຜະລິດໄຟຟ້າ ຊຶ່ງໝາຍຄວາມວ່າການພັດທະນາລະບົບນິເວດລົດໄຟຟ້າຕ້ອງຄຳນຶງເຖິງຄ່າໃຊ້ຈ່າຍໃນການສະໜອງໄຟຟ້າ ແລະ ພື້ນຖານໂຄງລ່າງທີ່ກ່ຽວຂ້ອງ.
ທ່ານ ໂຈຮາຣີ ກ່າວຕື່ມວ່າ: ລັດຖະບານມາເລເຊຍອາດຈະພິຈາລະນາເກັບພາສີລົດໄຟຟ້າທັງໝົດທີ່ຂາຍ ແລະ ລາຍຮັບຈາກພາສີດັ່ງກ່າວໂອນເຂົ້າກອງທຶນພິເສດສຳລັບການກໍ່ສ້າງສະຖານີສາກໄຟສາທາລະນະ, ຍ້ອນວ່າເປັນໄປບໍ່ໄດ້ທີ່ຈະອີງໃສ່ຜູ້ຜະລິດ ຫຼື ຜູ້ຈຳໜ່າຍລົດໄຟຟ້າຢ່າງດຽວເພື່ອລົງທຶນໃນຂົງເຂດນີ້.
ຄໍາເຫັນ