ມາເລເຊຍ - ອິນໂດເນເຊຍ ຮ່ວມມືຕ້ານປະກົດການແອວນີໂຢ ແລະ ໝອກຄວັນຂ້າມຊາຍແດນ

ມາເລເຊຍ - ອິນໂດເນເຊຍ ຮ່ວມມືຕ້ານປະກົດການແອວນີໂຢ ແລະ ໝອກຄວັນຂ້າມຊາຍແດນ

ມາເລເຊຍ - ອິນໂດເນເຊຍ ຮ່ວມມືຕ້ານປະກົດການແອວນີໂຢ ແລະ ໝອກຄວັນຂ້າມຊາຍແດນ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ທ່ານ ອາເທີ ໂຈເຊັບ ຄູຣຸບ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ໂອ້ລົມທາງໂທລະສັບກັບທ່ານ ໂມຮຳໝັດ ຈູມຮູ ຮິດາຢັດ ລັດຖະມົນຕີກະຊວງສິ່ງແວດລ້ອມອິນໂດເນເຊຍ ເປີດເຜີຍວ່າ, ມາເລເຊຍ ຈະຮ່ວມມືກັບອິນໂດເນເຊຍເພື່ອເສີມຂະຫຍາຍມາດຕະການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ ໃນຂະນະທີ່ຮັບມືກັບຜົນກະທົບຂອງປະກົດການແອວນີໂຢ ຊຶ່ງຄາດວ່າຈະຮຸນແຮງຂຶ້ນຈົນຮອດເດືອນຕຸລາປີນີ້ ແລະ ເກີດຂຶ້ນກົງກັບລະດູລົມມໍລະສຸມຕາເວັນຕົກສ່ຽງໃຕ້.

 

ທ່ານ ອາເທີ ກ່າວວ່າ: ບັນຫາໝອກຄວັນຂ້າມຊາຍແດນທີ່ສົ່ງຜົນກະທົບຕໍ່ພາກພື້ນໃນປັດຈຸບັນແມ່ນບຸລິມະສິດສຳຄັນຂອງທັງມາເລເຊຍ ແລະ ອິນໂດເນເຊຍ. ໂດຍມາເລເຊຍ, ໃນຖານະທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ຄຽງຄູ່ກັບຄວາມສາມັກຄີຂອງອາຊຽນ, ພ້ອມທີ່ຈະຊ່ວຍເຫຼືອອິນໂດເນເຊຍຕາມຄວາມຕ້ອງການ, ໂດຍສະເພາະໃນການດັບໄຟຢ່າງທັນການ.

ລະບົບການຄຸ້ມຄອງດັດຊະນີມົນລະພິດທາງອາກາດ (API) ຂອງມາເລເຊຍລາຍງານວ່າ: ທັງ 12 ພື້ນທີ່ໃນມາເລເຊຍມີລະດັບມົນລະພິດທາງອາກາດ (API) ທີ່ບໍ່ດີຕໍ່ສຸຂະພາບ, ມາຮອດເວລາ 14:00 ໂມງ ຂອງວັນທີ 24 ສິງຫາຜ່ານມາ (ຕາມເວລາທ້ອງຖິ່ນ). ລັດຊາຣາວັກ ເທິງເກາະບໍນຽວ ໄດ້ຮັບຜົນກະທົບໜັກທີ່ສຸດ, ໂດຍມີ 6 ພື້ນທີ່ປະສົບກັບມົນລະພິດທາງອາກາດເກີນລະດັບທີ່ບໍ່ດີຕໍ່ສຸຂະພາບ, ໂດຍເມືອງເຊຣຽນ ມີຄ່າດັດຊະນີສູງສຸດໃນປະເທດ (193), ຮອງລົງມາແມ່ນເມືອງກູຊິງ (179), ຊາມາຣາຮານ (174), ສີອາມານ (156), ບິນຕູລູ (151) ແລະ ມູກະ (114).

ທັງນີ້, ດັດຊະນີມົນລະພິດທາງອາກາດລະຫວ່າງ 0-50 ຖືກຈັດຢູ່ໃນລະດັບ "ດີ", 51-100 "ປານກາງ", 101-200 "ບໍ່ດີຕໍ່ສຸຂະພາບ", 201-300 "ບໍ່ດີຕໍ່ສຸຂະພາບທີ່ສຸດ", ແລະ 301 ຂຶ້ນໄປເປັນ "ອັນຕະລາຍ".

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດດ້ານສະບຽງອາຫານ

ຫວຽດນາມ ສະເໜີ 4 ທິດທາງຮ່ວມມືຍຸດທະສາດດ້ານສະບຽງອາຫານ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 26 ສິງຫານີ້ວ່າ: ວັນ​ທີ 25 ສິງ​ຫາ​ ຜ່ານມາ ຢູ່ ຫາງໂຈ ປະ​ເທດຈີນ​, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຄັ້ງ​ທີ 11 ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳຂະ​ແໜງ​ກະ​ສິ​ກຳ ຈາກ 21 ພື້ນ​ຖານ​ເສດ​ຖະ​ກິດສະ​ມາ​ຊິກ​.
ອາເມຣິກາ ຊຸກຍູ້ແຜນການເກັບຄ່າທຳນຽມວີຊາ H-1B ສູງກວ່າ 1 ແສນໂດລາ

ອາເມຣິກາ ຊຸກຍູ້ແຜນການເກັບຄ່າທຳນຽມວີຊາ H-1B ສູງກວ່າ 1 ແສນໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ກະຊວງຄວາມໝັ້ນຄົງ ຂອງ ສະຫະລັດ ອາເມຣິກາ ໄດ້ສະເໜີເກັບຄ່າທຳນຽມວີຊາ H-1B 103,000 ໂດລາຕໍ່ຄົນ ຊຶ່ງເປັນການເຄື່ອນໄຫວເພື່ອຊຸກຍູ້ແຜນການເກັບຄ່ານຽມວີຊາ ຫຼັງຄຳຕັດສິນກ່ອນໜ້ານີ້ຂອງສານ ສະຫະລັດ ອາເມຣິກາ ທີ່ຍົກເລີກການເກັບຄ່າທຳນຽມ 100,000 ໂດລາ ທີ່ສະເໜີໄວ້ກ່ອນໜ້ານີ້.
ນັກຄົ້ນຄວ້າອົສຕຣາລີ ພັດທະນາແບັດເຕີຣີທີ່ສາມາດສາກຊໍ້າໄດ້

ນັກຄົ້ນຄວ້າອົສຕຣາລີ ພັດທະນາແບັດເຕີຣີທີ່ສາມາດສາກຊໍ້າໄດ້

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ມະຫາວິທະຍາໄລ Flinders ຂອງອົສຕຣາລີ ໄດ້ເປີດເຜີຍວ່າ, ນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາແບັດເຕີຣີສັງກະສີ-ໄອໂອດີນທີ່ສາມາດສາກໄຟໄດ້ຫຼາຍກວ່າ 60,000 ຮອບວຽນ ຊຶ່ງອາດຈະເປັນທາງເລືອກທີ່ປອດໄພ ແລະ ຍືນຍົງກວ່າແບັດເຕີຣີລິທຽມ-ໄອອອນ ທີ່ນິຍົມໃຊ້ໃນປັດຈຸບັນ.
ນ້ຳຖ້ວມກະທັນຫັນໃນເນປານ ເຮັດໃຫ້ນັກທ່ອງທ່ຽວຫາຍສາບສູນ 384 ຄົນ

ນ້ຳຖ້ວມກະທັນຫັນໃນເນປານ ເຮັດໃຫ້ນັກທ່ອງທ່ຽວຫາຍສາບສູນ 384 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ສິງຫາ ຜ່ານມາວ່າ: ຄະນະກຳມະການທ່ອງທ່ຽວເນປານລາຍງານວ່າ, ເຫດການນ້ຳຖ້ວມກະທັນຫັນຄັ້ງໃຫຍ່ທີ່ໄຫຼຊັດເຂົ້າພື້ນທີ່ລຸ່ມແມ່ນ້ຳໂພເຕໂກສີ ໃນເມືອງຣະສຸວາທາງພາກເໜືອຂອງເນປານ ໄດ້ສົ່ງຜົນໃຫ້ນັກທ່ອງທ່ຽວຫາຍສາບສູນ 384 ຄົນ ໃນນັ້ນມີ 291 ຄົນເປັນຄົນຕ່າງປະເທດ. ນ້ຳຖ້ວມດັ່ງກ່າວຍັງສ້າງຄວາມເສຍຫາຍຕໍ່ຊຸມຊົນ, ຕະຫຼາດ ແລະ ພື້ນຖານໂຄງລ່າງ.
ຍີ່ປຸ່ນ ຄາດວ່າອາກາດຈະຮ້ອນກວ່າປົກກະຕິ ເນື່ອງຈາກພາວະໂລກຮ້ອນ ແລະ ແອວນີໂຢ

ຍີ່ປຸ່ນ ຄາດວ່າອາກາດຈະຮ້ອນກວ່າປົກກະຕິ ເນື່ອງຈາກພາວະໂລກຮ້ອນ ແລະ ແອວນີໂຢ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 26 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນຄາດຄະເນວ່າອຸນຫະພູມສະເລ່ຍທົ່ວປະເທດຈະສູງກວ່າປົກກະຕິໃນລະຫວ່າງເດືອນກັນຍາ ຫາ ເດືອນພະຈິກ ເນື່ອງຈາກອິດທິພົນຂອງພາວະໂລກຮ້ອນ ແລະ ປະກົດການແອວນີໂຢ.
WHO ປະກາດ ອີໂບລາ ກ້າວເຂົ້າໄລຍະເວລາທີ່ມີລັກ​ສະ​ນະຕັດສິນ

WHO ປະກາດ ອີໂບລາ ກ້າວເຂົ້າໄລຍະເວລາທີ່ມີລັກ​ສະ​ນະຕັດສິນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 24 ສິງ​ຫາ ຜ່ານມາ, ເຈົ້າໜ້າທີ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແຈ້ງໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອພະ​ຍາດອີໂບລາ ໃນ ສປ ກົງໂກ ມີຫຼາຍກວ່າ 5.500 ກໍລະນີ, ໃນນັ້ນ ເສຍຊີວິດ 2.600 ກວ່າຄົນ. ຕາມໂຕເລກທາງການ ທີ່ອັບ​ເດດໃນວັນທີ 22 ສິງ​ຫາ ຜ່ານມາ, ສປ ກົງໂກ ​ມີຜູ້​ຕິດ​ເຊື້ອ 5.514 ກໍລະນີ ແລະ ເສຍ​ຊີ​ວິດ 2.642 ກໍລະນີ , ເທົ່າ​​ກັບອັດຕາການເສຍຊີວິດ​ແມ່ນເກືອບ 48%, ໃນຂະນະທີ່ຜູ້​ຫາຍ​ດີ​ແລ້ວມີ 1.200 ກໍ​ລະ​ນີ. ພະຍາດໄດ້ແຜ່ລາມ​ສູ່ 57 ເຂດ ສາທາລະນະສຸກ ທີ່ຂຶ້ນກັບບັນດາແຂວງຄື: ອີຕູຣີ, ກີວູ ເໜືອ, ກີວູໃຕ້, ຮົວ-ອູເລ, ບາດ - ອູເລ ແລະ ທີຊອບ.
ນັກຄົ້ນຄວ້າ ພັດທະນາຜ້າສີມ່ວງ ທີ່ລະບາຍຄວາມຮ້ອນໄດ້ດີ ແລະ ເຢັນກວ່າຜ້າຝ້າຍສີຂາວ

ນັກຄົ້ນຄວ້າ ພັດທະນາຜ້າສີມ່ວງ ທີ່ລະບາຍຄວາມຮ້ອນໄດ້ດີ ແລະ ເຢັນກວ່າຜ້າຝ້າຍສີຂາວ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 24 ສິງຫາ ຜ່ານມາວ່າ: ມະຫາວິທະຍາໄລ Adelaide ຂອງອົສຕຣາລີລາຍງານວ່າ, ທີມນັກຄົ້ນຄວ້າຈາກມະຫາວິທະຍາໄລ Adelaide ແລະ ມະຫາວິທະຍາໄລ Zhengzhou ຂອງຈີນໄດ້ຮ່ວມກັນພັດທະນາຜ້າສີມ່ວງທີ່ສາມາດຮັກສາອຸນຫະພູມໃຫ້ຕໍ່າກວ່າຜ້າຝ້າຍສີຂາວທົ່ວໄປໄດ້ຫຼາຍກວ່າ 4 ອົງສາ ເມື່ອຖືກແສງແດດໂດຍກົງ. ສິ່ງນີ້ອາດຈະເປັນການປູທາງໃຫ້ແກ່ການພັດທະນາເຄື່ອງນຸ່ງທີ່ຊ່ວຍໃຫ້ຜູ້ນຸ່ງຮູ້ສຶກເຢັນສະບາຍ ແລະ ມີສີສັນສົດໃສຂຶ້ນ. ໂດຍການທົດສອບກາງແຈ້ງສະແດງໃຫ້ເຫັນວ່າຜ້ານີ້ຮັກສາອຸນຫະພູມໄດ້ຕໍ່າກວ່າຜ້າຝ້າຍສີມ່ວງທີ່ຜ່ານການຍ້ອມສີທາງການຄ້າເຖິງ 6.2 ອົງສາ.
ຟີລິບປິນ ຊຸກຍູ້ໂຄງການຄາດຄະເນນໍ້າຖ້ວມດ້ວຍ AI

ຟີລິບປິນ ຊຸກຍູ້ໂຄງການຄາດຄະເນນໍ້າຖ້ວມດ້ວຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 25 ສິງຫາ ຜ່ານມາວ່າ: ທ່ານ ຄິມ ໂຣເບີດ ເດີ ລີອອນ ຮັກສາການລັດຖະມົນຕີກະຊວງງົບປະມານ ແລະ ການຄຸ້ມຄອງຂອງຟີລິບປິນ ໄດ້ເປີດເຜີຍວ່າ, ລັດຖະບານຟີລິບປິນໄດ້ອະນຸມັດງົບປະມານ 1 ຕື້ເປໂຊ ສຳລັບລະບົບມະຫາວິທະຍາໄລຟີລິບປິນ ເພື່ອສະໜັບສະໜູນໂຄງການ NOAH ຊຶ່ງໂຄງການນີ້ໃຊ້ປັນຍາປະດິດ (AI) ແລະ ການວິເຄາະຂໍ້ມູນ ເພື່ອປະເມີນຄວາມສ່ຽງນໍ້າຖ້ວມໃນເວລາຈິງ ແລະ ຄາດຄະເນສະຖານະການນໍ້າຖ້ວມ.
ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​​ຈີນ​ ນຳ​ເອົາ​ໂອ​ກາດ​ມາ​ສູ່​ອາ​ຟ​ຣິກາ

ອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​​ຈີນ​ ນຳ​ເອົາ​ໂອ​ກາດ​ມາ​ສູ່​ອາ​ຟ​ຣິກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ​ເວັບ​ໄຊຂ່າວ​ອອນ​ລາຍ​ອິດ​ສະ​ຫຼະ​ອາ ​ຟ​ຣິກ​າ​ໃຕ້ ຫຼື IOL ໄດ້​ລົງ​ບົດ​ຄວາມ​ໂດຍ​ລະ​ບຸ​ວ່າ: ​ການພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງອຸດ​ສາ​ຫະ​ກຳ​ຫຸ່ນ​ຍົນ​​ຈີນ​ໄດ້​ນຳ​ເອົາ​ໂອ​ກາດ​ສຳ​ຄັນ​ມາ​ສູ່​ອາ​ຟ​ຣິ​ກາ.
ທ່ານ ​ໂຕ​ເລິມ ເນັ້ນ ສະ​ຫວັດ​ດີ​ການ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ ແລະ ​ສັງ​ຄົມ

ທ່ານ ​ໂຕ​ເລິມ ເນັ້ນ ສະ​ຫວັດ​ດີ​ການ​ສັງ​ຄົມ​ຂອງ​ປະ​ຊາ​ຊົນ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ ແລະ ​ສັງ​ຄົມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 25 ສິງ​ຫາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ ປະ​ທານ​ປະ​ເທດຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ລັດ​ຖະ​ບານ ແລະ ບັນ​ດາ​ອົງ​ກາ​ນ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ, ເປັນ​ຕົ້ນ​ແມ່ນ​ສຳ​ລັບ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ, ສະ​ເໜີ​ແຜນ​ນະ​ໂຍ​ບາຍ, ວິ​ທີ​ການ​ແກ້​ໄຂ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.
ເພີ່ມເຕີມ