ໃນລະຫວ່າງພິທີເຜີຍແຜ່ບົດລາຍງານປະຈຳປີ 2026 ຂອງອົງການຮ່ວມມືທາງເສດຖະກິດ ແລະ ການພັດທະນາ (OECD) ທີ່ປະເມີນສະຖານະພາບທາງເສດຖະກິດຂອງມາເລເຊຍ, ທ່ານ ອັກມາລ ກ່າວວ່າ: ລັດຖະບານຈະສືບຕໍ່ຊຸກຍູ້ໃຫ້ການເຕີບໂຕທາງເສດຖະກິດປ່ຽນເປັນຜົນຜະລິດທີ່ສູງຂຶ້ນ, ການຈ້າງງານທີ່ມີຄຸນນະພາບ ແລະ ລາຍໄດ້ຂອງປະຊາຊົນທີ່ເພີ່ມຂຶ້ນ. ທ່ານເນັ້ນໜັກວ່າ, ໃນຂະນະທີ່ໂຕເລກທາງເສດຖະກິດຫຼ້າສຸດເປັນໄປໃນທາງບວກ, ແຕ່ການບັນລຸສະຖານະພາບລາຍໄດ້ສູງບໍ່ແມ່ນເປົ້າໝາຍສຸດທ້າຍ. ສິ່ງສຳຄັນແມ່ນການເຕີບໂຕນີ້ສາມາດນຳໄປສູ່ການຍົກລະດັບຄ່າແຮງງານທີ່ສູງຂຶ້ນ, ເພີ່ມການຈ້າງງານທີ່ມີຄຸນນະພາບ ແລະ ສາມາດເພີ່ມກຳລັງຊື້ຂອງຊາວມາເລເຊຍໄດ້ ຫຼື ບໍ່.
ທັງນີ້, ລັດຖະບານມາເລເຊຍ ຍັງຄາດຄະເນການເຕີບໂຕທາງເສດຖະກິດ ໃນປີ 2026 ໄວ້ 4-5%, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການພາຍໃນປະເທດ, ການລົງທຶນຂອງເອກະຊົນ, ການສົ່ງອອກ ແລະ ອຸດສາຫະກຳທີ່ຂັບເຄື່ອນດ້ວຍເຕັກໂນໂລຊີເຊັ່ນ: ເຊມິຄອນດັກເຕີ ແລະ ສູນຂໍ້ມູນ (Data Center).
ຄໍາເຫັນ